ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 17:20:44    
ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ບຸສ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ20​ເມສາ,ຢູ່​ທຳນຽບຂາວ,ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ເຈ ລະ​ຈາ​ກັບ​ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.​ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ,​ໃຕ້​ສະ​ຖາ​ນະ​ການ​ສາ​ກົນ​​ໃນ​ສະ​ເພາະ​ໜ້າ​ນີ້,​ຈີນ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຮ່ວມ​ອັນ​ກວ້າງ​ຂວາງ​ແລະ​ສຳ​ຄັນ,​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ນັ້ນ​ມີ​ອະ​ນາ​ຄົດ​ອັນ​ກວ້າງ​ຂວາງ.​ສອງ​ຝ່າຍ​ເຫັນ​ດີ​ຈະ​ປະ​ຕິ​ບັດ​ຕໍ່​ແລະ​ຊຳ​ລະ​ການ​ພົວ​ພັນ​ສອງ​ປະ​ເທດ​ຈາກ​ຄວາມ​ສູງ​ຍຸດ​ທະ​ສາດ​ແລະ​ມຸມ​ຍາວ​ໄກ,​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃນ​ສະ​ຕະ​ວັດ​ທີ21​ຢ່າງ​ຮອບ​ດ້ານ,​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ຫູ​ຈິນທ່າວ​ຊີ້​ອອກ​ວ່າ,ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໄດ້​ລື່ນ​ກາຍ​ຂອບ​ເຂດ​ການ​ພົວ​ພັນ​ສອງ​ຝ່າຍ​ແລ້ວ,​ນັບ​ມື້​ນັບ​ມີ​ອິດ​ທິ​ພົນ​ໃນ​ທົ່ວ​​ໂລກ​ແລະ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ.​ຈີນ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຮ່ວມ​ທີ່​ກວ້າງ​ຂວາງ​ແລະ​ສຳ​ຄັນ​ໃນ​ດ້ານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ,​ແລະ​ຫາບ​ແບກ​ໜ້າ​ທີ່​ຮ່ວມ​ກັນ.​ສອງ​ຝ່າຍ​ຄວນ​ພ້ອມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ,​ຊກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ຮອບ​ດ້ານ.

ທ່ານ​ບຸ​ສ​ເຫັນ​ດີ​ເຫັນ​ພ້ອມນຳ​ການຕີ​ລາຄາຂອງ​ທ່ານ​ຫູ​ຈິນທ່າວ​ທີ່​ມີຕໍ່​ການ​ພົວ​ພັນ​ສອງ​ຝ່າຍ.​ທ່ານ​ເວົ້າ​ວ່າ,​ຂົງ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ມີ​ຂົງ​ເຂດ​ນັບ​ມື້​ນັບ​ກວ້າງ​ຂວາງ,​ຈີນ​ແມ່ນ​ປະ​ເທດ​ຍິ່ງ​ໃຫຍ່,​ມີ​ຖາ​ນະ​ສາ​ກົນ​ທີ່​ສູງ​ຂຶ້ນຢ່າງ​ເດັ່ນ​ຊັດ,​ໄດ້​ຊົງ​ອິດ​ທິ​ພົນ​ນັບ​ມື້​ນັບ​ສຳ​ຄັນ​ຕໍ່​ສັນ​ຕິ​ພາບ​ຂອງ​ໂລກ.

ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ,ທ່ານ​ຫູ​ຈິ​ນທ່າວ​ກ່າວ​ວ່າ,ຈີນ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຮ່ວມ​ໃນ​ດ້ານ​ຄັດ​ຄ້ານ​​ແລະ​ສະ​ກັດ​ກັ້ນ​ບໍ່​ໃຫ້ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,​ແລະ​ໃນ​ດ້ານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ.​ທ່ານ​ກ່າວ​ເນັ້ນ​ວ່າ,​ລັດ​ຖະ​ບານ​ຈີນ​ຈະ​ຍາດ​ແຍ່ງ​ອະ​ນາ​ຄົດ​ທີ່​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນ​ຕິ​ດ້ວຍ​ຄວາມ​ຈິງ​ໃຈ​ຫຼາຍ​ທີ່​ສຸດ​ແລະ​ທຳ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ທີ່​ສຸດ,​ແຕ່​ເດັດ​ຂາດ​ບໍ່​ອົດ​ກັ້ນ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​.

ທ່ານ​ບຸ​ສກ່າວ​ວ່າ,ຫຼັກໝັ້ນ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ​ໃນ​ບັນຫາ​ໄຕ້​ຫວັນ​ບໍ່​ໄດ້​ປ່ຽນ​ແປງ.​ອາ​ເມ​ລິ​ກາ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​​ຈີນ​ດຽວ,​ເຂົ້າ​ໃຈ​ຄວາມ​​ເອົາ​ໃຈ​ໃສ່​ຂອງ​ຝ່າຍ​ຈີນ​ໃນ​ບັນ​ຫາ​ໃຕ້​ຫວັນ,​ບໍ່​ຫວັງ​ຢາກ​ເຫັນ​ການ​ກະ​ທຳ​ຝ່າຍ​ດຽວ​ຂອງ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ທີ່​ປ່ຽນ​ແປງ​ສະ​ພາບ​ປະ​ຈຸ​ບັນ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​​ແລະ​ທຳ​ລາຍ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ.