ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 20:39:26    
ຜູ່​ອຳ​ນວຍ​ການ​ໃຫຍ່​ສະ​ມາ​ຄົມ​ກະ​ສິ​ກຳ​ໄຕ້​ຫວັນ​ກ່າວ​ວ່າ​ແຜ່ນ​ດິນ​ໃຫຍ່​ແມ່ນ​ຊ່ອງ​ທາງ​ທີ່​ດີກ​ວ່າ​ໝູ່​ສຳ​ລັບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄຕ້​ຫວັນ​ໃນ​ເວ​ລາ​ໄດ້​ຮັບ​ຜົນ​ອຸ​ດົມ​ສົມ​ບູນ​ແຕ່​ພັດ​ຂາຍ​ບໍ່​ອອກ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ20​ເມສາ,ທ່ານ​ຈ່າງ​ຢົງ​ເສິງ ຜູ່​ອຳນວຍ​ການ​ໃຫຍ່​ສະ​ມາ​ຄົມ​ກະ​ສິ​ກຳ​ໄຕ້ຫວັນກ່າວ​ວ່າ,​ໃນ​ເວລາ​ຜະລິດ​ຕະພັນ​ກະສິກຳ​​ໄຕ້​ຫວັນ​ປະກົດ​ມີ​ບັນຫາ​ໄດ້​ຮັບ​ຜົນ​ຜະ​ລິດ​ຫຼາຍ​ແຕ່​ຂາຍ​ບໍ່​ອອກນັ້ນ,​ແຜ່ນດິນ​ໃຫຍ່​ຈະ​ແມ່ນ​ຊ່ອງ​ທາງ​ທີ່​ດີກ​ວ່າ​ໝູ່.


ທ່ານ​ຈ່າງ​ຢົງ​ເສິງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຜັກ​ໝີ່​ສາກົນ​ໂຊ້ກ​ວ່າງ​ຈີນ​ຄັ້ງ​ທີ7​ຢູ່​​ເມືອງ​ໂຊກ​ວ່າງ​ແຂວງ​ຊ່ານ​ຕົ່ງ​ຈີນ.

ທ່ານ​ເຫັນ​ວ່າ,ນະ​ໂຍບາຍ​​ໃຫ້​ສິດທິ​ພິ​ເສດຂອງ​ແຜ່ນດິນ​ໃຫຍ່​ໄດ້​ຊ່ອຍ​ເຫຼືອ​ຊາວ​ກະ​ສິ​ກອນ​ໄຕ້​ຫວັນ​ບຸກ​ເບີກ​ຕະຫຼາດ.​ແຕ່​ທ່ານ​ຊີ້​ອອກ​ວ່າ,ຖ້າວ່າ​ບັນຫາການບິນໂດຍ​ກົງ​​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ຕົກ,ຜະລິດ​ຕະພັນ​ກະສິກຳ​ຂອງ​ໄຕ້​ຫວັນ​ຈະ​ເຂົ້າ​ສູ່​ຕະຫຼາດ​ແຜ່ນດິນ​ໃຫຍ່​ຢ່າງ​ໄວ​ທີ່​ສຸດ​ແລະ​ມີ​ລາ​ຄາ​ຖືກ​ທີ່​ສຸດ.