ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 21:01:29    
ການ​ສຳ​ຫຼວດ​ປະ​ຊາ​ມະ​ຕິ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ໄດ້​ຮັບ​ການ​ຢືນ​ຢັນ

cri
ຕາມ​ຂ່າວສາ​ນຊິນ​ຮວາ,ຜົນ​ການ​ສຳ​ຫຼວດປະຊາ​ມະຕິ​ສະບັບ​ຫຼ້າ​ສຸດທີ່​ສື່​ມວນ​ຊົນ​ໄຕ້​ຫວັນ​ປະ​ກາດ​ໃນ​ວັນ​ທີ21​ເມສາສະ​ແດງ​ໃຫ້​ເຫັນ​ວ່າ,ມວນ​ຊົນ​ໄຕ​ຫ້ວັນ​ສ່ວນ​ຫຼາຍ​ໄດ້​ຢືນ​ຢັນ​ໝາກ​ຜົນ​ຂອງ​​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ,​ເຫັນ​ວ່າ,.ນີ້​ແມ່ນ​ເລື່ອງ​ດີ​ສຳ​ລັບ​ການ​ພັດທະນາ​ເສດ​ຖະ​ກິດ​ຂອງ​ໄຕ້​ຫວັນ.

ບົດ​ລາຍ​ງານ​ການ​ສຳ​ຫຼວດວິ​ເຄາະ​ແລ້ວ​ຊີ້​ອອກ​ວ່າ,ມວນ​ຊົນ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ສ່ວນ​ຫຼາຍ​ເຫັນ​ວ່າ,ອາທິດ​ແລ້ວ​ນີ້,ທ່ານ​ຫູ​ຈິນທາວ ​ເລຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ທ່ານ​ລຽນ​ຈ້າ​ນ ປະທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ພົບ​ປະ​ເປັນ​​ເທື່ອ​ທີ​ສອງ​ພ້ອມ​ດ້ວຍ​ຝ່າຍ​ແຜ່​ນດິນ​ໃຫຍ່​ປະກາດ​ນະ​ໂຍບາຍ15​ລ້າຍ​ທີ່​ມີ​ຜົນ​ດີ​ຕໍ່​ໄຕ້​ຫວັນ​ນັ້ນ​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຈດ​ຕະນາ​ດີຂອງ​ແຜ່ນດິນ​​ໃຫຍ່,​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ​ຄວນ​ທຳ​ປະ​ຕິ​ກິ​ລິ​ຍາ​ທີ່​ມີ​ເຈດ​​ຕະນາ​ດີ​ເຊັ່ນ​ດຽວ​ກັນ.​ນອກ​ນີ້,ຜູ່​ຖືກ​ສຳ​ຫຼວດສ່ວນ​ຫຼາຍ​ຍັງ​ເຫັນ​ວ່າ,​ການ​ສ້າງ​ການ​ພົວ​ພັນ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ອັນ​ດີ​ງາມ​ກັບ​ແຜ່ນ​ດິນ​ໃຫຍ່​ນັ້ນ​ແມ່ນ​ມີ​ຜົນ​ດີ​ຕໍ່​ເສດ​ຖະ​ກິດ​ໄຕ້​ຫວັນ,​ແລະ​ກໍ​ແມ່ນ​ທິດ ​ທີ່​ໄຕ້​ຫວັນ​ຄວນ​ພະ​ຍາຍ​າມ​ໃນ​ໄລຍະ​ປັດ​ຈຸ​ບັນ.