ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-22 17:11:24    
ຊາວ​ຈີນຕ່າງ​ດ້າວຕີ​ລາຄາ​ສູງ​ຕໍ່​ຂໍ້​ສະ​ເໜີ 4 ຂໍ້​ຂອງ​ທ່ານ​ຫູ​ຈິນ​ທາວ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​​ສອງ​ຝັ່ງ​ຂະ​ຫຍາຍ​ຕົວ​ໂດຍ​ສັນຕິ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນຫຼາຍມື້​ມາ​ນີ້, ອົງການ​ຈັດຕັ້ງສັງຄົມ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ສື່​ມວນ​ຊົນ​ພາສາ​ຈີນ​ຂອງ​ບາງ​ປະ​ເທດ​ໄດ້​ສືບ​ຕໍ່​ກ່າວ​ຄຳປາ​ໄສ​ແລະ​ພິມບົດ​ຄວາມ, ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ສະ​ເໜີ 4 ຂໍ້​ທີ່ທ່ານຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ເໜີ​ອອກ​ມາ​ໃນ​ວັນ​ທີ 16 ​ເມສາ ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂະ​ຫຍາຍ​ຕົວ​ໂດຍ​ສັນຕິ​ແລະ​ໝາກຜົນຂອງ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.

ວັນ​ທີ 21 ​ເມສາ, ທ່ານ​ຫວາງ​ຈື້ໝິນ ປະທານ​ສະມາຄົມ​ຊຸກ​ຍູ້​ການໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນຕິ​ຂອງ​ໄທ​ກ່າວ​ວ່າ, ສະມາຄົມ​ດັ່ງກ່າວເດັດດ່ຽວ​ສະໜັບສະໜູນ​ຂໍ້​ສະ​ເໜີ 4 ຂໍ້​ດັ່ງ​ກ່າວ. ທ່ານ​ເຊື່ອ​ວ່າ, ທະ​ແນມ​ແຕ່ປະຊາຊົນ​ສອງ​ຝັ່ງ​ເກາະ​ແຂ​ນກັນ​ພັດ​ທະ​ນາ​ໂດຍ​ສັນຕິ, ​ເຮັດ​ໃຫ້​ເສດ​ຖະ​ກິດ​ສອງ​ຝັ່ງ​ຈະ​ເລີ​ນຮຸ່ງ​ເຮືອງ​ແລ້ວ, ວັນ​ເວລາ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ອັນ​ຍິ່ງ​​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຍ່ອມຈະ​ມາ​ເຖິງ​ຢ່າງ​ແນ່​ນອນ.

ວັນ​ທີ 20 ​ເມສາ, ສະມາຄົມ​ຊຸກ​ຍູ້​ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຂອງ​ມາດາ​ກາສ​ກາ​ກ່າວ​ວ່າ, ຂໍ້​ສະ​ເໜີ 4 ຂໍ້​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​​ແລະ​ຄວາມ​ຕັດ​ສິນ​ໃຈ​ຂອງ​ແຜ່ນດິນ​ໃຫຍ່ທີ່ທຳ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ເພື່ອ​ໂຮມ​ສອງ​ຝັ່ງ​ເຂົ້າ​ເປັນ​ເອກະ​ພາບ​​, ຈະ​ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.

ໜັງສືພິມ​ຊາວ​ໜຸ່ມ​ເອີ​ລົບ​ເຊິ່ງ​ແມ່ນ​ໜັງສືພິມ​ພາສາ​ຈີນລາຍ​ສັບປະດາຂອງ​ລູມ​ານີ​​ສະ​ບັບ​ວັນ​ທີ 22 ​ເມສາ​ໄດ້ພິມ​ບົດ​ຄວາມ​ໂດຍຂຽນ​ວ່າ, ມາດ​ຕະການ​ 15 ລາຍ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງທີ່ຝ່າຍ​ແຜ່ນດິນ​ໃຫຍ່​ປະກາດອອກ​ມາ​ນັ້ນ​ລະ​ອຽດ​ແລະ​ຕິດ​ແທດ​ຕົວ​ຈິງ​ທີ່​ສຸດ.