ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-22 17:30:39    
ທ່ານ​ຫູຈີງ​ທ່າວ​ກ່າວ​ປາຖະ​ກະຖາ​ຢູ່​ມະຫາ​ວິທະຍາ​​ໄລ​ຢາ​ເລ​ອາ​ເມ​ລິ​ກາ

cri

ຕາມ​ຂ່າວCRI: ວັນ​ທີ 21 ​ເມສາ​, ທ່ານ​ຫູ​ຈີທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາຖະ​ກະຖາ​ຢູ່​ມະຫາວິທະຍາ​ໄລ​ເຢວສ໌​ອາ​ເມ​ລິ​ກາ, ​ໄດ້​ແນະນຳ​ຍຸດ​ທະ​ສາດ​ພັດທະນາ​ແລະ​ທິດ​ທາງ​ກ້າວ​ຂຶ້ນ​ຂອງ​ຈີນ​ໃນ​ສະ​ໄໝ​ປັດຈຸບັນ​ຈາກ​ແງ່​ການ​ປ່ຽນ​ແປງ​ປະຫວັດສາດ​ແລະ​ການ​ພັດທະນາ​ຕົວ​ຈິງ​ຂອງ​ອາລະຍະ​ທຳ​ຈີນ.

ທ່ານ​ຫູ​ຈີ​ນທ່າວ​ກ່າວ​ວ່າ, ປະຊາ​ຊາດ​ຈີນ​ໄດ້ມີ​ມູນ​ເຊື້ອ​​ອາລະຍະ​ທຳທີ່​ມີ​ເອກະລັກ​ພິ​ເສດ​ໃນ​ການພັດທະນາ​ປະຫວັດສາດ​ອັນ​ຍາວ​ນານ. ​ໃນ​ຈີນປັດຈຸບັນ​ເນັ້ນ​ໜັກການ​ທີ່​ຖື​ຄົນ​ເປັນ​ກົກ ​ກ້າວ​ໄປໜ້າຕາມ​ຍຸກ​ສະ​ໄໝ ​ໃຫ້ສັງຄົມ​ກົມກຽວ​ກັນ​ແລະພັດທະນາ​​ໂດຍ​ສັນຕິ, ທັງ​ມີ​ຮາກຖານ​ອັນ​ເລິກ​ເຊິ່ງຂອງ​ອາລະຍະ​ທຳ​ຈີນ, ຍັງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ນ້ຳໃຈ​ກ້າວໜ້າ​ຂອງການ​ພັດທະນາ​ຍຸກ​ສະ​ໄໝ.
ທ່ານ​ຫູ​ຈີ​ນທ່າວ​ກ່າວ​​ເນັ້ນວ່າ, ຈີນ​ອາ​ເມ​ລິ​ກາ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຍ້ອນ​ມີ​ເບື້ອງ​ຫຼັງ​ປະຫວັດ​ສາດ​ແລະ​ສະພາບ​ແຫ່ງ​ຊາດຕົວ​ຈິງທີ່​ຕ່າງ​ກັນ, ທັງ​ນີ້ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ຖື​ເປັນ​ແວ່ນແຍງຂອງກັນ​​ແລະ​ເອົາ​ຈຸດ​ດີ​ຕາບ​ຈຸດ​ອ່ອນ. ຈີນ​ອາ​ເມ​ລິ​ກາ​ເພີ່ມ​ທະວີ​ການ​ຮ່ວມ​ມືນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກຮາກ​ຂອງ​ສອງ​ຊາດ​ແລະປະຊາຊົນ​ສອງ​ປະ​ເທດ, ກໍ​ມີ​ຜົນ​ສະ​ທ້ອນ​ອັນ​​ໃຫຍ່​ຫຼວງ​ຕໍ່​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກອີກ​ດ້ວຍ.

ທ່ານ​ຫູ​ຈີ​ນທ່າວ​ຊີ້​ອອກ​ວ່າ, ຄວາມ​ແຕກ​ຕ່າງ​ກັນ​ດ້ານຮູບ​ຖານ​ຈິດ​ສຳນຶກ ລະບອບ​ສັງຄົມ​​ແລະ​ເບົ້າ​ແບບ​ພັດທະນາ​ບໍ່​ຄວນ​ເປັນ​ສິ່ງ​ຂີດຂວາງ​ການ​ແລກປ່ຽນ​ອາລະຍະ​ທຳ​ຂອງ​ມວນ​ມະນຸດ, ຄວນ​ຕັ້ງໜ້າຮັກສາ​ລັກສະນະ​ຫຼາຍ​ຢ່າງ​ຫຼາຍ​ແນວ​ຂອງ​ໂລກ​, ຊຸກຍູ້​​ໃຫ້ອາລະຍະ​ທຳ​ຕ່າງ​ກັນ​ນັ້ນສົນທະນາ​ແລະ​ເຊື່ອມ​ໂຍງ​ເຂົ້າກັນ, ​ເຮັດ​ໃຫ້​ມະນຸດ​ປອງ​ດອງ​ກັນ​​ແລະມີ​ຄວາມສຸກ​ຫຼາຍ​ກວ່າ​ເກົ່າ.

ວັນ​ທີ 21 ​ເມສາ, ທ່ານປະທານ​ຫູ​ຈິ​ນທ່າວ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດຕໍ່​ອາ​ເມ​ລິ​ກາ, ​ແລ້ວ​ຂີ່​ຍົນ​ພິ​ເສດ​ເດີນທາງ​ໄປຢ້ຽມຢາມ​ອາລາບີ​ຊາ​ອູ​ດິດສືບ​ຕໍ່​ການ​ຢ້ຽມຢາມ. ຫຼັງ​ຈາກ​ນັ້ນ, ​ທ່ານ​ຍັງ​ຈະ​ໄປ​ຢ້ຽມຢາມ​ມາ​ລົກ  ນີ​ເຊ​ເລຍ​ແລ​ະ​ເກນ​ຢາ.