ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-22 17:38:51    
ຈີນ​ຍິນ​ດີ​ພ້ອມ​ກັບ​ອິນ​ໂດ​ເນ​ເຊຍ​ອອກ​ແຮງ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​​ເຊິ່ງ​ລວມ​ທັງ​ພະ​ລັງ​ງານ

cri

ຕາມ​ຂ່າວCRI: ​ວັນ​ທີ 22 ​ເມສາ​ໃນ​ເວລາ​ພົບ​ປະ​ທ່ານ​ຢູຊຸຟ ຄາລລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​​ໂດ​ເນ​ເຊຍ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ​2006​ຂອງ​ເວ​ທີ​ປາ​ໄສ​ອາ​ຊີ​ໂປ​ອໍ,​ທ່ານ​ເຈີງ​ຊິງ​ຫົງ ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ປີ​ກາຍ​ນີ້, ຈີນ​ກັບ​ອິນ​​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ສ້າງ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ,​ອັນ​ໄດ້​ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ສູງ​ຂຶ້ນ​ຮອດ​ຄວາມ​ສູງ​ໃໝ່​ໃນ​ປະ​ຫວັດ​ສາດ.​ສອງ​ປະ​ເທດ​ໄດ້​ເຂົ້າ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນ​ຫາ​ສຳ​ຄັນ​ທີ່vພົວ​ພັນ​ເຖິງ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ​​ແລະໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ​ແລະ​ບັງ​ເກີດ​ຜົນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ຕົ້ນ. ທ່ານ​ເຈີງ​ຊິງ​ຫົງ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ອິນ​ໂດ​ເນ​ເຊຍ, ​ເລັ່ງ​ລັດ​ວາງ​ແຜນ​ການ​ເຄື່ອນ​ໄຫວ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ,​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງ​ລວມ​ທັງ​ພະ​ລັງ​ງານ​ນັ້ນ​ຢ່າງ​ແຂງ​ແຮງ.

ທ່ານ​ຢູ​ຊຸຟ ຄາລລາ ກ່າວ​ວ່າ, ອິນ​​ໂດ​ເນ​ເຊຍ​​ແລະຈີນ​ພວມ​ສຸມ​ກຳລັງ​ເພື່ອ​​ເປີດ​ກວ້າງ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ,​ຫວັງ​ໃຫ້​ການ​ຮ່ວມ​ມື​ແບບ​ນີ້​ຈົ່ງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.