ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-22 18:09:54    
ສື່​ມວນ​ຊົນ​ຝຣັ່ງ​ແລະ​ກາ​ນາ​ດາ​ຕີ​ລາ​ຄາ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຫູ​ຈິນ​ທ່າວ​ໃນ​ລະ​ດັບ​ສູງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ສື່​ມວນຊົນ​ຂອງຝຣັ່ງ​ແລະ​ກາ​ນາ​ດາ​ໄດ້​ທະຍອຍ​ກັນ​ລາຍ​ງານ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຫູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ,​ແລະ​ໄດ້​ຕີ​ລາ​ຄາ​ໃນ​ລະ​ດັບ​ສູງ.

ໜັງສືພິມນູ​ແວນ​ເດີຣົບຂອງ​ຝຣັ່ງສະບັບວັນ​ທີ21​ເມສາ​ໄດ້ພິມ​ບົດ​ຄວາມ​ຂອງ​ນັກ​ວິ​ຈານ​ໂດຍ​ຂຽນ​ວ່າ,ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ແດງ​ອີກ​ເທື່ອ​ໜຶ່ງ​ໃຫ້​ເຫັນ​ໂສມ​ໜ້າ​ຂອງ​ປະ​ເທດ​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຕໍ່​ໜ້າ​ປະຊາຊົນ​ອາ​ເມ​ລິ​ກາ,​ລັກ​ສະ​ນະ​ທ່າ​ທາງ​ອັນ​ເປີດ​ເຜີຍ​ຂອງ​ທ່ານ​ຫູ​ຈິນ​ທ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໂສມ​ໜ້າ​ຂອງ​ຈີນ​ທີ່​ນັບ​ມື້​ນັບ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ວາດ​ຊົງ​ການ​ຕ່າງ​ປະ​ເທດ​ທີ່​​ຄ່ອງ​ແຄ້ວ ບໍ່​ຕາຍ​ຕົວ.​ບົດ​ຄວາມ​ຂຽນ​ວ່າ,​ປະ​ເທດ​ໃດໆ​ທີ່​ຮັບ​ຜິດ​ຊອບ​ລ້ວນ​ແຕ່​ບໍ່​ຫ່ອນ​ຊິ​ອະ​ນຸ​ຍາດ​ໃຫ້​ຜືນ​​ແຜ່ນ​ດິນ​ຂອງ​ຕົນ​ຖືກ​ຕັດ​ແຍກ​ອອກ.​ທ່າ​ທີ​ຕໍ່​ບັນ​ຫາ​ໄຕ້​ຫວັນ​ຂອງ​ທ່ານ​ຫູ​ຈິນທ່າວ​ໃນ​ເວ​ລາ​ພົບ​ປະ​ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ການັ້ນ​ແມ່ນ​ພຽງ​ພໍ​ທີ່​ເຮັດ​ໃຫ້​ຄົນ​ອາ​ເມ​ລິ​ກາ​​ໄປ​ຊາບ​ຊຶມ​ເຂົ້າ​ໃຈ​ຕໍ່​ອີກ​ດ້ານ​ໜຶ່ງ​ຂອງ​ປະ​ເທດ​ໃຫຍ່​ທີ່​ຮັບ​ຜິດ​ຊອບ.

ວັນ​ທີ19​ເມສາ,ໜັງສືພິມ​ຊ້ຽນ​ໄຕ້​ຢຶ້ປ້າວ ​ເຊິ່ງ​ເປັນ​ໜັງສືພິມ​ລາຍ​ວັນ​ສະ​ບັບ​ພາ​ສາ​ຈີນ​ຂອງ​ກາ​ນາ​ດາ​ແລະ​ສະ​ຖາ​ນີ​ໂທ​ລະ​ພາບ​ກາ​ນາ​ດາກໍ​ໄດ້​ລົງ​ເລິກ​ລາຍ​ງານ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ຫູ​ຈິນ​ທ່າວ​ເທື່ອ​ນີ້.