ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-22 20:35:41    
ຈີນ​ແລະ​ອາ​ຊຽນຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ:, ​ເວທີ​ປາ​ໄສ​​ລັດຖະມົນຕີ​ຂໍ້​ມູນ​ຂ່າວສານ​ແລະ​ໂທລະ​ຄົມ​ຂອງ​ສັບ​ປະ​ດາ​ໂທລະ​ຄົມ​ຈີນ​ອາ​ຊຽນຄັ້ງທີ 2 ​ແລະ​ການ​ເຄື່ອນ​ໄຫວ​ສັບປະດາ​ໂທລະ​ຄົມ​ຈີນ​ອາ​ຊຽນ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ປິ​ນັງມາ​ເລ​ເຊຍ​ໄດ້​ສິ້ນ​ສຸດ​ລົງ​ໃນວັນ​ທີ 21 ​ເມສາ. ລັດຖະມົນ​ຕີ​ຂໍ້​ມູນ​ຂ່າວ​ສານ​​ແລະໂທລະ​ຄົມຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ ​ໂດຍ​ກ່າວ​ລື້ມ​ວ່າ, ຈີນ​ແລະ​ອາ​ຊຽນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ, ປະ​ກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ຖະ​ແຫຼງການ​ຊີ້​ອອກ​ວ່າ, ປີ​ນີ້, ຈີນ​ແລ​ະອາ​ຊຽນຈະ​ຄົ້ນຄວ້າ​ແລະ​ວາງ​ "ຂອບປະສານ​ງານ​ການ​ຮັບ​ມືສຸກ​ເສີນ​ດ້ານຄວາມ​ປອດ​ໄພ​ຂອງ​ອິນ​ເທີ​ເນັດ​ແລະ​ຂໍ້​ມູນ​ຂ່າວສານ​ຈີນ​ອາ​ຊຽນ", ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຕື່ມ​ອີກ. ຈີນ​ແລະ​ອາ​ຊຽນຍັງ​ເຫັນ​ດີ​ເລັ່ງລັດ​​ກໍ່ສ້າງ​ທາງດ່ວນ​ຂໍ້​ມູນ​ຂ່າວສານ​ຂອງ​ມະ​ຫາ​ພາກ​ພື້ນ​ແມ່​ນ້ຳຂອງ.

ຖະ​ແຫຼງການ​ຍັງ​ໄດ້​ຢືນຢັນ​ບົດ​ບາດ​ຂອງ​ວິ​ສາ​ຫະກິດ​ເອກະ​ຊົນ​ຂອງ​ຈີນ​​ແລະ​ອາ​ຊຽນ​ທີ່​ໄດ້​ເສີມ​ຂະຫຍາຍ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດອຸດສາຫະກຳ​ຂໍ້​ມູນ​ຂ່າວ​ສານ.