ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-22 21:59:52    
ຈີນ​ປະ​ຕິ​ບັດ​ແຜນ​ການ​5​ປີ​ຄັ້ງ​ໜ້າ​ຈະ​ສະ​ໜອງ​ໂອ​ກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ພາກ​ພື້ນ​ອາ​ຊີ​ຫຼາຍ​ກວ່າ​ເກົ່າ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 22 ​ເມສາ ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ 2006 ຂອງ​ເວທີ​ປາ​ໄສ​ອາຊີ​​ປໍ​ອາວ, ທ່ານ​ເຈິ່ງ​ຊິ້ງຫົງ ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ປະ​ຕິ​ບັດ​ແຜນ​ກຳ​ນົດ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງຄົມ​ໄລຍະ 5 ປີ​ຂ້າງ​ໜ້າ​ຈະ​ສະ​ໜອງ​ໂອ​ກາດ​ໃໝ່​ຫຼາຍ​ກວ່າ​ເກົ່າ​ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ໂລກ ​ໂດຍ​ສະ​ເພາະ​ແມ່ນ​ພາກ​ພື້ນ​ອາ​ຊີ.

ທ່ານ​ເຈິ່ງ​ຊິ້ງຫົງ​ແມ່ນ​​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ຜູ່​ແທນ​ຮ່ວມ​​ໂດຍ​ບໍ່​ໄດ້​ກະ​ກຽມ​ພາຍ​ຫຼັງ​ກ່າວ​ປາ​ຖະ​ກະ​ຖາ​ທີ່​ມີ​ຫົວ​ຂໍ້​ສະ​ເພາະ​ໃນ​ພິທີ​ເປີດ​ເວ​ທີ​ປາ​ໄສ.​ທ່ານ​ເຈິ່ງ​ຊິ້ງຫົງ​ກ່າວ​ວ່າ, ຈີນ​ຈະ​ເດີນໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.​ຫຼັງ​ຈາກ​ພັດ​ທະ​ນາ​ເປັນ​ເວ​ລາ 5 ປີ​ແລ້ວ, ຄື ຮອດ​ປີ 2010,​GDP ທີ່​ສະ​ເລ່ຍ​ຕາມ​ຫົວ​ຄົນ​ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2000 ຄົບ​ເທົ່າ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ຈະ​ລື່ນ​ກາຍ 3000​ຕື້​ໂດ​ລາ​ສະ​ຫະ​ລັດ, ​ພ້ອມ​ກັນ​ນັ້ນ ຈະ​ຫຼຸດ​ປະ​ລິ​ມານ​ສິ້ນ​ເປືອງ​ພະ​ລັງ​ງານ​ຕໍ່​ຫົວ​ໜ່ວຍ​​ໃຫ້​ໜ້ອຍ​ລົງ​20%,​ການ​ລະ​ບາຍ​ສິ່ງ​ເຊື່ອມ​ພິດ​ຈະ​ຫຼຸດ​ລົງ 10%.

ທ່ານ​ເຈິ່ງ​ຊິ້ງຫົງ​ຍັງ​ກ່າວ​ວ່າ, ​ແຕ່​ເວທີ​ປາ​ໄສ​ອາຊີ​​ປໍ​ອາວ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 5 ປີ​ມາ​ນີ້, ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ພ້ອມ​ກັນ​ຂອງ​ບັນ​ດາ​ຝ່າຍ, ​ເວທີ​ປາ​ໄສ​ໄດ້​ກາຍ​ເປັນ​ແທ່ນ​ສຳ​ຄັນ​ແຫ່ງ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ຂອງ​ອາ​ຊີ,​ແລະ​ກາຍ​ເປັນ​ເວທີ​ປາ​ໄສ​ສຳ​ຄັນ​ທີ່​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ​ແລະ​ຢູ່​ຮ່ວມ​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໂດຍ​ສັນ​ຕິ.