ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-23 18:24:42    
ປະລິມານສິດ​ພັນ​ພືດ​ຊະ​ນິດ​ໃໝ່​ທີ່​ຈີນ​ຮ້ອງ​ຂໍ​ຕໍ່​ປີ​ໄດ້​ຂຶ້ນ​ເປັນ​ທີ 4 ​ຂອງ​ໂລກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2​3 ​ເມສາ ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ວາງສະ​ແດງ​ໝາກ​ຜົນ​ການ​ປ້ອງ​ກັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນທີ່ພວມ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງວ່າ, ​ໃນ​ປະ​ເທດ​ສະ​ມາ​ຊິກ​ສະຫະພັນ​ປົກ​ປັກ​ຮັກສາ​ພັນ​ພືດ​ຊະນິດ​ໃໝ່​ສາກົນ, ປະລິມານ​​​ສິດ​ພັນ​ພືດ​ທີ່​ຈີນ​ຮ້ອງ​ຂໍຕໍ່​ປີ​ນັ້ນ​ໄດ້​ຂຶ້ນ​ເປັນ​ທີ 4 ຂອງ​ໂລກ ​ເຊິ່ງຖັດຈາກ​ຝຣັ່ງ ຍີ່ປຸ່ນ​ແລະ​ເຢຍ​ລະ​ມັນ.

​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ກະສິກຳ​ຈີນ​ແນະນຳ​ວ່າ, ​ພາຍຫຼັງ​ໄດ້ເຂົ້າ​ຮ່ວມ "ສົນ​ທິ​ສັນ​ຍາ​ປົກ​ປັກ​ຮັກສາ​ສິດ​ພັນ​ພືດ​ຊະນິດ​ໃໝ່​ສາກົນ" ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ​ເມ​ສາ​ປີ 1999 ​ເປັນ​ຕົ້ນມາ, ຈີນຕັ້ງໜ້າ​ຖອດ​ຖອນ​ບົດຮຽນ​ດ້ານ​ເຕັກນິກກວດ​ພັນ​ພືດ​ຊະ​ນິດ​ໃໝ່​ສາ​ກົນ, ​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ​ໃນ​ການ​ບໍລິຫານ, ​ໄດ້ກວດກາ​ຊຳລະ 100 ກວ່າ​ຄະ​ດີ​ທີ່​ລ່ວງລ້ຳ​ແລະ​ປອມ​ເປັນ​ພັນ​ພືດ​ທີ່​ໄດ້​ຮັບ​ການ​ມອບ​ສິດ, ອັນ​ໄດ້​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ກົດໝາຍຂອງ​ຜູ່​ມີ​ສິດ​ພັນ​ພືດ​ຢ່າງ​ບັງ​ເກີດ​ຜົນ.

ຕາມ​ແນະນຳ​ວ່າ, ປັດຈຸບັນ ຜ່ບົ່ມູ​ເພາະ​ພັນພືດ​ຂອງ​ປະ​ເທດ​ອື່ນມີ​ຄວາມ​ໝັ້ນ​ໃຈຫຼາຍ​ຍິ່ງ​ຂຶ້ນ​ຕໍ່​ການ​ປົກ​ປັກ​ຮັກສາ​ສິດ​ພັນ​ພືດ​ຊະນິດ​ໃໝ່​ຂອງ​ຈີນ, ປີ 2005, ຜ່ບົ່ມູ​ເພາະ​ພັນ​ພືດ​ຕ່າງ​ປະ​ເທດ​ຮ້ອງ​ຂໍ​ສິດ​ພັນ​ພືດ​ຊະນິດ​ໃໝ່​ຢູ່​ຈີນ​ມີ​ເຖິງ 77 ລາຍ, ລື່ນ​ກາຍ​ຍອດປະລິ​ມານ​ຂອງ 5 ປີ​ຜ່ານ​ມາ.