ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-23 18:44:32    
ຂ່າວ​ສານ​ຊິນ​ຮວາ​ປະ​ກາດ​ບົດ​ຄວາມ​ລົງ​ນາມ​ກ່າວ​ເນັ້ນ​ຄວາມ​ໝາຍ​ສຳ​ຄັນ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ສອງ​ຝັ່ງ​ໂດຍ​ສັນ​ຕິ

cri Author: min
ຕາມ​ຂ່າ​ວສານ​ຊິນ​ຮວາ: ວັນ​ທີ 23 ​ເມສາ, ຂ່າວສານ​ຊິນ​ຮວາ ​ເຊິ່ງ​ເປັນ​ຂ່າວສານ​ແຫ່ງ​ລັດ​ຈີນ​ໄດ້​ປະກາດ​ບົດ​ຄວາມ​ລົງ​ນາມ, ກ່າວ​ເນັ້ນ​ຄວາມ​ໝາຍ​ອັນ​ສຳຄັນ​​ແຫ່ງ​ການ​ພັດທະນາ​​ການ​ພົວພັນ​ສອງ​ຝັ່ງ​ໂດຍ​ສັນຕິ.

ບົດ​ຄວາມ​ຂຽນ​ວ່າ, ຕອນ​ເຊົ້າ​ວັນ​ທີ 16 ​​ເມສາ, ​ໃນ​ເວລາ​ພົບ​ປະ​ທ່ານ​ລຽນ​ຈ້ານ​ ປະທານ​ກິ​ຕິ​ມະ​ສັກພັກ​ກົກ​ມິນ​ຕັງ​​ຈີນ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ໄຕ້​ຫວັນ​ທີ່​ມາ​ເຂົ້າ​ຮ່ວມເວທີ​ປາ​ໄສ​ເສດ​ຖະກິດ​ການ​ຄ້າ​ສອງ​ຝັ່ງ, ທ່ານ​ຫູ​ຈີນ​ທາວ​ເລຂາ​ທິການ​ໃຫຍ່​ສູນກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ, ​ສະ​ເໜີ​ຂໍ້​ສະ​ເໜີ 4 ຂໍ້​ກ່ຽວ​ກັບ​ຊຸກ​ຍູ້​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ການ​ພົວພັນ​ສອງ​ຝັ່ງ​, ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຢ່າງ​ກວ້າງຂວາງ​ຈາກ​ມວນ​ຊົນ​ໄຕ້​ຫວັນ, ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ແລະ​ມາ​ກາວ, ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ພົ້ນ​ທະ​ເລ​ແລະ​ປະ​ຊາ​ຄົມ​ໂລກ.

ບົດ​ຄວາມ​ຂຽນ​ວ່າ, ​ສະພາບ​ຕົວ​ຈິງ​ໄດ້​ຢືນຢັນ​ແລ້ວ​ວ່າ, ພະຍາຍາມ​ສ້າ​ງການ​ພົວພັນ​ສອງ​ຝັ່ງ​ທີ່​ພັດທະນາ​ໂດຍ​ສັນຕິ​ແລະ​ໝັ້ນ​ທ່ຽງ​, ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ຈີນ, ກໍ່​ແມ່ນຄວາມ​ຄອງ​ຄອຍ​​ໂດຍທົ່ວ​ໄປ​ຂອງ​ປະຊາ​ຄົມ​ໂລກ. ຄໍາ​ປາໄສ​ຂອງ​ທ່ານ​ຫູຈີນທາວ, ມີ​ຄວາມໝາຍ​ຕົວຈິງ​ອັນ​ສຳຄັນ​ແລະ​ຜົນ​ສະທ້ອນ​ອັນເລິກ​ເຊິ່ງຍາວ​ໄກ​ຕໍ່ການ​ເລັ່ງ​ບາດກ້າວ​​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ຝ່າຍ, ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນອອກ​ເປັນ​ເອກະລາດ, ຊຸກ​ຍູ້​ການ​ພົວພັນ​ສອງ​ຝັ່ງ​ພັດທະນາ​ໂດຍ​ສັນຕິ​ແລະ​ໝັ້ນ​ທ່ຽງ, ​ແລະຊຸກ​ຍູ້​ຂະ​ບວນ​ການ​ທ້ອນ​​ໂຮມ​ປະ​ເທດຊາດ​ໂດຍ​ສັນຕິ.