ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-23 19:27:04    
ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ,​ການ​ສ້າງ​ໂລກ​ທີ່​ກົມ​ກຽວ​ກັນ​ຕ້ອງ​ສຸມ​ກຳ​ລັງ​​ໃຫ້​ບັນ​ລຸ​ຄວາມ​ກ້າວ​ໜ້າ​ຢ່າງ​ກົມ​ກຽວ​ກັນ​ຂອງ​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ23​ເມສາ,​ໃນ​ເວລາກ່າວ​ປາຖະກະຖາ​ຢູ່​ສະພາ​ປຶກສາ​ຂອງ​ອາ​ລາ​ບີ​ຊາ​ອູ​ດິດ,​ທ່ານ​ຫູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ຢູ່​ອາ​ລາ​ບີ​ຊາ​ອູ​ດິດ​ທາງ​ລັດ​ຖະ​ກິດ​ກ່າວ​ວ່າ,​ການ​ສ້າງ​ໂລກ​ທີ່​ກົມ​ກຽວ​ກັນ​ຕ້ອງ​ສຸມ​ກຳ​ລັງ​​ໃຫ້​ບັນ​ລຸ​ຄວາມ​ກ້າວ​ໜ້າ​ຢ່າງ​ກົມ​ກຽວ​ກັນ​ຂອງ​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ.

ທ່ານ​ຫູ​ຈິນທ່າວ​ກ່າວວ່າ,ບັນດາ​ປະ​ເທດ​ຄວນ​ປົກ​ປັກ​ຮັກສາ​ຄວາມ​ຫຼາກຫຼາຍຂອງ​ໂລກ​ແລະ​ຄວາມ​ຫຼາກ​ຫຼາຍ​ຂອງ​ເບົ້າ​ແບບ​ການ​ພັດທະນາ​;ຄວນ​ຮັບຮອງ​ເອົາ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ດ້ານ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ ລະ​ບອບ​ສັງ​ຄົມ ທັດ​ສະ​ນະ​ຄະ​ດີ​ຄຸນ​ແລະ​ເສັ້ນ​ທາງ​​ພັດ​ທະ​ນາ,​ຖື​ຄວາມ​ແຕກ​ຕ່າງ​ກັນ​ດັ່ງກ່າວ​ເປັນ​ຂໍ້​ອ້າງ​​ແລ້ວ​ເວົ້າ​ຈັ່ງ​ຊັ້ນ​ຈັ່ງ​ຊີ້​ຕໍ່​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ບໍ່​ໄດ້,​ແລະ​ກ່າວ​ວ່າ​ບັນ​ຫາ​ແລະ​ຂໍ້​ຂັດ​ແຍ່ງ​ຈຳ​ນວນ​ໜຶ່ງ​ຄົງ​ຕົວ​​ໃນ​ໂລກ​ແມ່ນ​ຍ້ອນ​ອາ​ລະ​ຍະ​ທຳ​ໃດ​ໜຶ່ງ ຊົນ​ຊາດ​ໃດ​ໜຶ່ງ​ແລະ​ສາ​ສະ​ໜາ​ໃດ​ໜຶ່ງ​ນັ້ນ​ຍິ່ງ​ບໍ່​ໄດ້;​ຄວນ​ພະ​ຍາ​ຍາມ​ເຮັດ​ໃຫ້​ທຸກ​ອາ​ລະ​ຍະ​ທຳ​ທັງ​ໝົດ​ແລະ​ທຸກ​ຊົນ​ຊາດ​​ໃນ​ໂລກ​ເກາະ​​ແຂນ​ກັນ,​ພ້ອມ​ກັນ​ຊຸກ​ຍູ້​ພາ​ລະ​ກິດ​ອັນ​ສູງ​ສົ່ງ​​ ຄື​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ມະ​ນຸດ.