
ຕັ້ງແຕ່ຈີນກັບອາຊຽນສ້າງການພົວພັນຄູ່ຂາສົນທະນາເມື່ອປີ 1991 ເປັນຕົ້ນມາ,ການຄ້າສອງຝ່າຍລະຫວ່າງອາຊຽນກັບຈີນໄດ້ພັດທະນາຢ່າງວ່ອງໄວ,ເຊິ່ງເພີ່ມຂຶ້ນ 20% ຂຶ້ນໄປຕໍ່ປີ.ເດືອນມັງກອນຫາເດືອນກຸມພາປີນີ້, ການຄ້າລະຫວ່າງຈີນກັບອາຊຽນຍັງຄົງໄດ້ເພີ່ມຂຶ້ນຂ້ອນຂ້າງຫລາຍ, ການຂາອອກຂອງຈີນຕໍ່ອາຊຽນລັນລຸ 8 ຕື້ 900 ລ້ານໂດລາສະຫະລັດ,ເພີ່ມຂຶ້ໜ 31,8%;ການນຳເຂົ້າຈາກອາຊຽນບັນລຸ 12 ຕື້ 380 ລ້ານໂດລາສະຫະລັດ,ເພີ່ມຂຶ້ນ 25,7%.
ໃຕ້ເບື້ອງຫລັງທີ່ການຄ້າຈີນອາຊຽນສ້າງສະຖິຕິໃຫມ່ທຸກປີ,ງານເອັກສໂປຈີນອາຊຽນສະໄຫມທີສາມ ກອງປະຊຸມສຸດຍອດການຄ້າກັບການລົງທຶນຈີນອາຊຽນ ການເຄື່ອນໄຫວລະລຶກຈີນກັບອາຊຽນສ້າງການພົວພັນຄູ່ຂາສົນທະນາຄົບຮອບ 15 ປີແລະກອງປະຊຸມສຸດຍອດຈະຈັດຂຶ້ນຢູ່ເມືອງນານນິງ.
ຫວ່າງມໍ່ໆນີ້,ທ່ານລູ້ປິນ ປະທານເຂດກວາງຊີເຜົ່າຈວ້າງປົກຄອງຕົນເອງເວົ້າວ່າ, ເຂດກວາງຊີທີ່ໄດ້ຈັດງານເອັກສໂປຈີນອາຊຽນມາສອງສະໄຫມນັ້ນຈະກຳແຫນ້ນຫົວຂໍ້ດັ່ງກ່າວ, ເຮັດການບໍລິການໃຫ້ດີ,ພະຍາຍາມໃຫ້ງານເອັກສໂປດັ່ງກ່າວຈັດເປັນສະໂມສອນນັກທຸລະກິດອາຊຽນອ້ອຍຕ້ອຍ.
1 2 3 4
|