ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-24 11:18:10    
ຮີດຄອງປະເພນີສະຫຼອງປີໃໝ່
ຂອງບັນດາປະເທດ

cri

ການສະຫຼອງປີໃໝ່ ແມ່ນຮີດຄອງປະເພນີທ່ົວໄປ ຂອງບັນດາປະເທດ ແລະເຂດ
ແຄ້ວໃນໂລກ, ຢູ່ຈີນໄດ້ຈັດປີໃໝ່ສາກົນເຂົ້າເປັນວັນພັກປະຈຳຊາດຈີນໄດ້ພ້ອມກັນກັບ
ປະ
ເທດແລະເຂດແຄ້ນສ່ວນຫຼາຍໃນໂລກໃຊ້ວິທີນັບວັນເດືອນປີຕາມຄິດຕະສັງກາດ.ຈັດ
ວັນທີ 1 ມັງກອນເປັນວັນຂຶ້ນປີໃໝ່. ສ່ວນບຸກກຸດຈີນ ແມ່ນບຸນປະເພນີຕາມຈັນທະຄະຕິ
ຂອງຈີນ.

 

ຊາວຍ່ີປຸ່ນແມ່ນເອົາໃຈໃສ່ນຳວັນຂຶ້ນປີໃໝ່ເປັນພິເສດ. ພໍຮອດຍາມກາງຄືນວັນສ່ົງ
ທ້າຍປີເກົ່າ, ວັດວາອາຮາມຢູ່ຕາມແຫ່ງຕ່າງໆໃນຕົວເມືອງແລະຊົນນະບົດກໍຕ່າງຕີລະຄັງ
108
ເທ່ືອ,ເພ່ືອກຳຈັດປັດເປົ່າມານຮ້າຍອອກໜີ, ພໍສຽງລະຄັງໝົດໄປແລ້ວຄົນທັງຫຼາຍກໍ
ຈະນອນຫັຼບຝັນດີ. ເພ່ືອປາຖະໜາຫາລາງດີທ່ີຈະມີສິລິມຸງຄຸນໃນປີໃໝ່.ຕອນຮຸ່ງເຊົ້າວັນ
ຂຶ້ນປີໃໝ່ ກໍພາກັນອອກໄປສູ່ຖະໜົນຫົນທາງ, ເພ່ືອຮັບຕາເວັນຂຶ້ນແລ້ວ ກໍໄປນະມັດສະ
ການ
ວັດແລະໄປຢາມຍາດມິດ. ຜູ່ໄປຢາມຍາດມິດນັ້ນ ຕ້ອງມອບແພມົນຜືນນ່ືງທ່ີຂຽນຊ່ື
ຂອງຕົນໃຫ້ຍາດມິດ.

 

   ເມ່ືອຮອດບຸນປີໃໝ່, ສປປເກົາຫຼີມັກຕິດເຈັ້ຍຕັດຮູບໃສ່ປ່ອງຢ້ຽມ, ຕິດຄຳກອນ
ເປັນຄູ່ແລະຮູບອວຍພອນປີໃໝ່. ຕອນຮຸ່ງເຊົ້າວັນຂຶ້ນປີໃໝ່, ຄົນທັງຫຼາຍຍັດເງິນຈຳນວນ
ນ່ືງໃສ່ເຟືອງທ່ີເຮັດເປັນຮູບຄົນ,ແລ້ວຖິ້ມໄວ້ຢູ່ທາງສ່ີແຍກ,ແປວ່າໄດ້ສ່ົງມານຮ້າຍອອກໜີ
ແລ້ວ,ເພ່ືອຕ້ອນຮັບລາງດີເຂົ້າມາ.ຍາມຫົວຄ່ຳ,ຄົນທັງຫຼາຍມັກເອົາຜົມຫົ່ຼນຂອງໝົດຄອບ
ຄົວ
ໃນໝົດປີໄປຈູດຖິ້ມ. ອວຍພອນໃຫ້ຄົນໝົດເຮືອນຢູ່ເຢັນເປັນສຸກຕະຫຼອດປີ. ສະນັ້ນ
ເພ່ິນຈ່ິງເອີ້ນວ່າປີໃໝ່ຈູູດຜົມ. ໃນວັນຂຶ້ນປີໃໝ່, ແມ່ຍິງເຜົ່າເກົາຫີຼພາກັນນຸ່ງເຄ່ືອງໃໝ່ໃນ
ຍາມບຸນແລ້ວອອກໄປແຂ່ງຂັນຫິ້ຼນໂອ່ນໂລ່ນຊາ.

 

ເລ່ີມແຕ່ວັນທີ 31 ຕຸລາທຸກໆປີ, ແມ່ນປີໃໝ່ຂອງອິນເດຍ,ລວມມີ 5 ມື້, ໃນປີ
ໃໝ່ມື້ທຳອິດແມ່ນບ່ໍອະນຸຍາດໃຫ້ຜູ່ໃດຄຽດຜູ່ອ່ືນ,ແລະບ່ໍໃຫ້ໂມໂຫ.ຢູ່ອິນເດຍມີບາງທ້ອງ
ຖ່ິນໃນຕອນເຊົ້າວັນຂຶ້ນປີໃໝ່,ເຮືອນຫັຼງໃດກໍໄດ້ຍິນສຽງຮ້ອງໄຫ້ຢູ່ບ່ໍເຊົາ. ໜ້າຕາຜູ່ໃດ ກໍ
ນ້ຳຕາໄຫຼອາບແກ້ມ. ພວກເຂົາເຈົ້ານຶກວ່າ, ວັນເວລາຜ່ານໄປໄວໂພດ,ຊີວິດຂອງຄົນຈ່ິງ
ສັ້ນຫຼາຍ, ການທ່ີພວກເຂົາເຈົ້າໃຊ້ສຽງໄຫ້ມາຕ້ອນຮັບປີໃໝ່ນັ້ນແມ່ນເພ່ືອສະແດງຄວາມ
ອຸທານຕ່ໍຊີວິດຂອງຄົນເຮົາ.

 

ເອຢິບແມ່ນອາລະຍະປະເທດທ່ີເກົ່າແກ່ບູຮານ. ເມ່ືອ 40 ປີກ່ອນຄ.ສ.,ຊາວເອ
ຢິບ
ກໍຮູ້ສັງເກດໝູ່ດາວແລ້ວ,ພວກເຂົາເຈົ້າປະກົດເຫັນວ່າ,ເມ່ືອດາວໝາປ່າກັບຕາເວັນໂພ່
ຂຶ້ນພ້ອມກັນ,ແມ່ນ້ຳນິນກໍມາກຂື້ນໃນທັນທີ. ຊາວເອຢິບຈ່ິງຖືມື້ນັ້ນເປັນວັນຂຶ້ນປີໃໝ່.ເອີ້ນ
ວ່ານ້ຳມາກປີໃໝ່. ຊາວເອຢິບມັກວາງໂຕະໄວ້ຢູ່ໜ້າປະຕູ, ແລ້ວເອົາຈານຫຼາຍໜ່ວຍໃສ່
ໝາກຖ່ົວເຫືຼອງເຂົ້າເບຼແລະອ່ືນໆໄວ້ຢູ່ເທິງໂຕະເພ່ືອເປັນສັນຍາລັກໃຫ້ແກ່ການເກັບກ່ຽວ
ເຂົ້າໄດ້ເຕັມເລົ້າເຕັມເຍຍ. ປີໃໝ່ຂອງເອຢິບ ແມ່ນໃນລະດູໃບໄມ້ຫ່ົຼນ, ເພາະວ່າການຜະ
ລິດ
ກະສິກຳຂອງເອຢິບແມ່ນເລ່ີແຕ່ລະດູໃບໄມ້ຫ່ົຼນ.

 

ຢູ່ມົງໂກລີ,ຜູ່ເຖົ້າຜູ່ແກ່ມັກແຕ່ງເປັນຄົນລ້ຽງແກະໃນສະໄໝບູຮານນຸ່ງເສື້ອໜັງສັດຖື
ໝວກໜັງມືຈັບໄມ້ແສ້, ແກ່ວງມາດັງເປຍະເປຍະ,ເພ່ືອສະແດງວ່າຂັບໄລ່ຜີສາງມານຮ້າຍ
ແລະອວຍໄຊໃຫ້ພອນແກ່ກັນ.

 

ປີໃໝ່ປີນຂຶ້ນສູ່ຈຸດສູງຂອງເຢຍລະມັນ.ໃນວັນຂຶ້ນປີໃໝ່,ຊາວເຢຍລະມັນມັກເສັງ
ກັນປີນຂື້ນສູ່ຈຸດສູງ. ພວກເຂົາເຈົ້າມັກເລືອກກົກໄມ້ລຳຊ່ືແລະສູງຮານງ່າໄມ້ຖິ້ມ ແລ້ວໃຫ້
ພວກຜູ່ບ່າວເສັງກັນປີນຂື້ນສູ່ຍອດສູງ,ເພ່ືອສະແດງວ່າ ຊີວິດການເປັນຢູ່ໄດ້ສູງຂຶ້ນນຳຊູ່ປີ.

 

ຫັດກາຍໃນວັນຂຶ້ນປີໃໝ່ຂອງສະວິສ, ຊາວສະວິສສະຫຼອງວັນຂື້ນປີໃໝ່,ບາງພວກ
ກໍພາກັນໄປປີນພູ, ຢືນຢູ່ຈອມພູ ອວ່າຍໜ້າໄປໃສ່ພູດອຍທ່ີປົກຫຸ້ມໄປດ້ວຍຫິມະຂາວກະ
ຈະ,
ເປ່ັງສຽງຮ້ອງເພງດົງດັງ, ຍ້ອງຍໍສໍລະເສີນຊີວິດການເປັນຢູ່ອັນອ່ິມນຳສຳລານ. ບາງ
ພວກກໍແລ່ນສະກີຕາມທາງຫິມະຢູ່ເທິງພູ ຄືຈ່ັງວ່າພວມສະແຫວງາເສັ້ນທາງແຫ່ງຄວາມ
ສຸກ, ບາງ
ພວກກໍຈັດການແຂ່ງຂັນຍ່າງໄມ້ໂຢກເຢກ. ຍິງຊາຍນ້ອຍໃຫຍ່ພາກັນເຂົ້າຮ່ວມ
ການເຄ່ືອນໄຫວ. ຕ່າງຄົນຕ່າງສະແດງຄວາມອວຍພອນໃຫ້ແກ່ກັນ.

 

ບິດຫູໃນຍາມຂຶ້ນປີໃໝ່ຂອງເບຼຊິນ. ຢູ່ຊົນນະບົດເບຼຊິນມີປະເພນີໂດດເດ່ັນແນວນ່ືງ
ຄື
ຄັນເຫັນໜ້າກັນໃນວັນຂຶ້ນປີໃໝ່,ແນວໃດຄົນທັງຫຼາຍກໍຈະບິດຫູກັນໝົດແຮງເພ່ືອອວຍ
ພອນ
ປີໃໝ່ໃຫ້ກັນ.

1  2