ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-24 18:08:00    
ສອງ​ຝ່າຍ​ຂອງ​ປາ​ເລັດ​ສະ​ຕິນ​ເຫັນ​ດີ​ຢຸດ​ຕິ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ຝ່າຍ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ23​ເມສາ,ອົງການ​ອານ​ຟາ​ຕາ​ແລະ​ອົງການ​ຮາ​ມາສກ່າວ​ວ່າ,​ເຫັນ​ດີ​ໃຊ້​ມາດ​ຕະ​ການ,​ຢຸດ​ຕິ​ສະ​ຖາ​ນະ​ການ​ອັນ​ເຄັ່ງ​ຕຶງ​ພາຍ​ໃນ​ປາ​ເລັດ​ສະ​ຕິນ​ທີ່​ນັບ​ມື້​ນັບ​​ແຮງ​ຂຶ້ນ​ຍ້ອນ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ສອງ​ຝ່າຍ​ເກີດ​ການ​ປະ​ທະ​ກັນ​ນອງ​ເລືອດ​ໃນ​ຫວ່າງ​ມໍ່​ນີ້.

​ວັນ​ທີ23​ເມສາ,​ໃນ​​ເວລາ​ອ່ານ​ຖະ​ແຫຼງການ​ຮ່ວມ​ສະບັບ​ໜຶ່ງ​ຫຼັງການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ,​ເຈົ້າ​ໜ້າ​ທີ່​ອົງ​ການ​ອານ​ຟາ​ຕາ​ເວົ້າ​ວ່າ,​ສອງ​ຝ່າຍ​ເຫັນ​ດີ​ຮຽກ​ຮ້ອງ​ໃຫ້​ຜູ້​ສະ​ໜັບ ສະ​ໜູນ​ຂອງ​ໃຜ​ລາວ​ຢຸດຕິ​ການ​ກະ​ທຳ​ໃດໆ​ທີ່​ອາດ​ຈະ​ພາ​ໃຫ້​ສະ​ຖາ​ນະ​ການ​​ເຄັ່ງ​ຕຶງ​ຂຶ້ນ,​ກ່າວ​ເນັ້ນ​ວ່າ​ຕ້ອງ​ໃຊ້​ມາດ​ຕະ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​​ຊາດ.

​ໂຄສົກ​ອົງການ​ຮາ​ມາສ​ເວົ້າວ່າ,ສອງ​ຝ່າຍ​ຕ່າງ​ໄດ້​ອອກ​ຄຳ​ສັ່ງ​ຢູ່​ພາຍ​ໃນ,​ຮຽກ​ຮ້ອງ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ອີກ.​ສອງ​ຝ່າຍ​ຍັງ​ຈະ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ,​ຫາ​ລື​ກົນ​ໄກ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ພາຍ​ໜ້າ.

ຕາມ​ຂ່າວ​ແຈ້ງວ່າ,​ໃນ​ການ​ເຈລະຈາ​ໃນ​ວັນ​ທີ23​ເມສາ,ອົງການ​ຮາ​ມາສ​ແລະ​ອົງການ​ອານ​ຟາ​ຕາ​ບໍ່​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ບັນຫາ​ສິດ​ຄວບ​ຄຸມ​ກອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັດ​ສະ​ຕິນ.