|
![](/images/spacer.gif) |
(GMT+08:00)
2006-04-24 17:08:28
|
ງານວາງສະແດງສະຖາປັດຕະຍະກຳຊັ້ນຍອດຂອງໂລກຈະຈັດຂຶ້ນຢູ່ປັກກິ່ງ
cri
ຕາມໜັງສືພິມຢູເລີຊິນປ້າວປັກກິ່ງ,ງານວາງສະແດງຜັງເມືອງແລະການອອກແບບສະຖາປັດຕະຍະກຳສາກົນຈີນຄັ້ງທີ2ແລະເວທີປາໄສຊັ້ນສູງສາກົນກ່ຽວກັບການອອກແບບພາບວິວແລະສິ່ງກໍ່ສ້າງຕົວເມືອງ ຈີນຈະຈັດຂຶ້ນຢູ່ປັກກິ່ງໃນວັນທີ10ພຶດສະພາ.
ງານວາງສະແດງຈະຈັດຂຶ້ນເປັນເວລາ3ມື້,ເນື້ອທີ່ວາງສະແດງມີ4600ແມັດຕາ,ອັນໄດ້ເຕົ້າໂຮມການອອກແບບດ້ານແຜນຜັງແລະສະຖາປັດຕະຍະກຳຊັ້ນຍອດຂອງໂລກ.ເວທີປາໄສທີ່ຈະຈັດຂຶ້ນພ້ອມກັນມີເນື້ອໃນອຸດົມສົມບູນ,ກ່ຽວພັນເຖິງຫົວຂໍ້ຕ່າງໆເຊັ່ນການແນະນຳໂຄງການແຜນຜັງລວມຂອງປັກກິ່ງ,ການປົວແປງຂີ້ຊາຍແລະການອະນຸລັກສິ່ງແວດລ້ອມຂອງປັກກິ່ງ,ການກຶກກອງວິເຄາະການອອກແບບສິ່ງກໍ່ສ້າງແລະພາບວິວຂອງງານກິລາໂອລິມປິກພ້ອມດ້ວຍການວາງແຜນຜັງຄືນໃໝ່ຂອງເດີ່ນຍົນນະຄອນຫຼວງແລະແຫ່ງອື່ນໆ.
|
|
|