ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-24 17:10:30    
ຈີນ​ຊົມ​ເຊີຍ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕຼ​ນິກ​ອາ​ເມ​ລິ​ກາ​ເຂົ້າ​ສູ່​ຕະ​ຫຼາດ​ຈີນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ທ່ານຫຼີປາວ​ເຊິ່ງ ຫົວໜ້າ​ສາຂາ​ຂະ​ແໜງ​ການ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຼນິກ​ຄະນະ​ກຳມະການ​ສົ່ງ​ເສີມການ​ຄ້າ​ສາກົນ​ຈີນ​ເວົ້າ​ວ່າ, ຄະນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາກົນ​ຈີນ​ຈະ​ອອກ​ໜ້າ​ເຊີນພໍ່​ຄ້າ​ໂຮງງານ​ເອ​ເລັກ​ໂຕຼນິກ​ອາ​ເມ​ລິ​ກາ​ຈັດຕັ້ງ​ຄະນະ​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ການ​ຄ້າ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ອາຊີ.

ງານ​ວາງສະ​ແດງ​ການ​ຄ້າ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ອາຊີ​ແມ່ນ​ງານ​ວາງ​ສະ​ແດງ​ສາກົນ​ທີ່​ສຳຄັນ​ກວ່າ​ໝູ່​​ໃນດ້ານ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ຈີນ​ແລະ​ອາຊີ, ງານ​ວາງສະ​ແດງ​ປີ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ເຊິ່ນ​ເຈິ້ນ​ເມືອງ​ພາກ​ໃຕ້​ຂອງ​ຈີນ​​ແຕ່ວັນ​ທີ 27 ຫາ​ວັນ​ທີ 30 ສິງຫາ.

ທ່ານຫຼີປາວ​ເຊິ່ງ​ເວົ້າ​ວ່າ, ​ໃນ​ດ້ານ​ການ​ຄ້າ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ, ລະ ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ມີດຸນ​ເສຍປຽບ​ໄດ້​ປຽບ​ຂ້ອນ​ຂ້າງ​ຫຼາຍ, ຈີນ​ຊົມ​ເຊີຍ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ​ອາ​ເມ​ລິ​ກາ​ເຂົ້າ​ຕະຫຼາດ​ຈີນ.