ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-24 17:31:49    
ທ່ານ​ຫູ​ຈິນ​ທາວ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາ​ລາ​ບີ​ຊາ​ອູ​ດິດ ​ແລ້ວ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມາ​ລົກ

cri

ຕາມ​ຂ່າວCRI:​ວັນ​ທີ24​ເມສາ,ທ່ານ​ຫູ​ຈິນທາວ​ປະທານ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາ​ລາ​ບີ​ຊາ​ອູ​ດິດ​ທາງ​ລັດຖະກິດ​ແລ້ວ​ຂີ່​ຍົນ​ພິ​ເສດ​ອອກ​ຈາກ ດາມານ ​ເມືອງ​ທ່າ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ລາ​ບີ​ຊາ​ອູ​ດິດ,​ໄປ​ຢ້ຽມຢາມ​ມາ​ລົກ.ຢູ່​ເມືອງ​ດາ​ມານ,ທ່ານ​ຫູ​ຈິນ​ທາວ​ໄດ້​ທັດ​ສະ​ນາ​ຈອນ​ບໍ​ລິ​ສັດ​ນ້ຳມັນ​ເຊື້ອ​ໄຟ​ອາ​ລາ​ບີ​ຊາ​ອູ​ດິດ,​ໄດ້​ພົບ​ປະ​​ທ່ານ​ໂມ​ຮາມ​​ມັດ​ເຈົ້າ​ເອ​ເມ​ຍຂອງ​ເຂດ​ພາກ​ຕາ​ເວັນ​ອອກ​ອາ​ລາ​ບີ​ຊາ​ອູ​ດິດ.

ທ່ານຫູຈິນທາວພົບປະເຈົ້າຊູຕານ

ກ່ອນ​ໜ້າ​ນີ້,ຢູ່ຣີຢັດ,ທ່ານຫູ​ຈິນທາວ​ໄດ້ພົບປະ​ເຈົ້າຊູ​ຕານ​ບິນ​ອັບ​ດຸນ​ອາ​ສິຊ ​ອົງ​ມຸງ​ກຸດ​ລາ​ຊະ​ກຸ​ມານ​ທັງ​ເປັນ​ນາຍົກລັດຖະມົນຕີອາ​ລາ​ບີ​ຊາ​ອູ​ດິດ,​ແລະ​ໄດ້​ເຈລະຈາ​ກັບ​ທ່ານ​ຊາ​ເລ​ອັບ​ດຸນ​ລາ​ໂຮ​ມາ​ອິດ ປະທານ​ສະພາປຶກສາ​ອາ​ລາ​ບີ​ຊາ​ອູ​ດິດ.​ໃນ​ເວລາ​ພົບ​ປະ​ເຈົ້າຊູ​ຕານ,​ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ,ອາ​ລາ​ບີ​ຊາ​ອູ​ດິດ​ແມ່ນ​ປະ​ເທດ​ສຳ​ຄັນ​ໃນ​ພາກ​ພື້ນ​ອ່າວ​ທະ​ເລ​ຕາ​ເວັນ​ອອກ​ກາງ.​ຈີນ​​ໄດ້​ອອກ​ແຮງ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ອາ​ລາ​ບີ​ຊາ​ອູ​ດິດ,ຍິນ​ດີ​ນ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ,ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ພັດ​ທະ​ນາ​ນຳ​ກັນ​ໃນ​ດ້ານ​ເສດ​ຖະ​ກິດ,​ຕ່າງ​ເຄົາ​ລົບ​ກັນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ວັດ​ທະ​ນະ​ທຳ.

ທ່ານຫູຈິນທາວພົບປະທ່ານຊາເລອັບດຸນລາໂຮມາອິດ

ໃນ​ເວລາ​ເຈລະຈາ​ກັບ​ທ່ານຊາ​ເລ​ອັບ​ດຸນລາ​ໂຮ​ມາ​ອິດ,ທ່ານ​ຫູ​ຈິນທາວ​ກ່າວ​ເນັ້ນ​ວ່າ,​ຈີນ​ແລະ​ອາ​ລາ​ບີ​ຊາ​ອູ​ດິດຄວນ​ຜ່ານ​ຈາກ​ການ​ສົນທະນາ​ແລະ​ແລກປ່ຽນ​ກັນ​ດ້ວຍ​ຫຼາຍ​ຮູບ​ການ,​ຊຸກ​ຍູ້​ການ​ຂະຫຍາຍການ​ພົວພັນ​ສອງ​ຝ່າຍ,ປະກອບສ່ວນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ອາ​ລະ​ຍະ​ທຳ​ຂອງ​ມວນ​ມະ​ນຸດ​ໃຫ້​ມີ​ຄວາມ​ກ້າວໜ້າ,​ແລະ​ສ້າງ​ໂລກ​ທີ່​ກົມກຽວ​ກັນ.