ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 10:41:31    
ໃນລະດູ​ຮ້ອນ​ກິນ​ອາຫານ​ຂົມ​ຈະ​ເປັນ​ຜົນ​ດີ​ຕໍ່​ຮ່າງ​ກາຍ

cri


ລະດູ​ຮ້ອນອາກາດ​ອົບ​ເອົ້າທັງ​ຊຸ່ມອຶນ, ພະຍາດ​ຊະນິດ​ຕ່າງໆ​ມັກ​ຈະ​ແຊກ​ເຂົ້າ​ຮ່າງກາຍ. ​ໃນ​ລາຍການ​ພາກ​ນີ້, ພວກ​ເຮົາ​ຈະ​ແນະນຳອາຫານ​ບາງ​ຢ່າງໃນ​ລະດູ​ຮ້ອນທີ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ສຸຂະພາບ​ຂອງ​ທ່ານ.

​ໃນອາຫານ​ການ​ກິນປະຈຳ​ວັນ, ບໍ່​ສູ່​ມີ​ຄົນ​ຈະ​ຮູ້ວ່າ​ອາຫານ​​ຂົມ​ກໍ​ ​ບຳລຸງ​ຮ່າງກາຍ​ໄດ້. ທີ່​ຈິງ​ແລ້ວ, ​ໃນອາຫານ​ຂົມ​ມີ​ອາ​ມີ​ໂນ​ອາ​ສິດ, ວິຕາມິນ, ທາດດັ່ງ​ຊີວະ​ຊາດ​ແລະ​ຈຸນລະ​ທາດ​ເປັນ​ຕົ້ນ, ສາມາດ​ຕ້ານ​ພະຍາດ, ​ແກ້​ອັກ​ເສບ, ​ແກ້​ຮ້ອນ​ໃນ, ​ເຣັດ​ໃຫ້​ສະໝອງ​​ຊື່ນ​ແລະ​ແກ້ຄວາມອິດ​ເມື່ອຍ​ເປັນ​ຕົ້ນ. ສະ​ນັ້ນຜູ້​ຊ່ຽວຊານຈິ່ງສະ​ເໜີ​​ໃຫ້​ກິນອາຫານ​ຂົມ​ຫຼາຍ​ແດ່​ໃນຍາມ​ຮ້ອນ, ​ເພາະ​ມີ​ຜົນ​ດີ​ຕໍ່​ສຸຂະພາບ.

ໜຶ່ງ, ຕາມ​ການຄົ້ນຄວ້າ​ດ້ານວິທະຍາສາດ​ໄດ້ປະກົດ​ເຫັນ​ວ່າ ອາຫານ​ຂົມ​ປ້ອງ​ກັນ​​ແລະ​ຕ້ານໂຣກມະ​ເຮັງ​ໄດ້. ອາ​ຫານ​​ຂົມ​ມີ​ວິຕາມິນ​ເບ17​ອຸດົມສົມບູນ, ວິຕາມິນ​ປະ​ເພດ​ນີ້​ມີ​ຄວາມ​ສາມາດ​ຂ້າຈຸ​ລັງ​ມະ​ເຮັງ​ຢ່າງແຂງ​ແຮງ. ​ແພດ​ສາດຈີນ​ກໍ​ປະກົດເຫັນ​ວ່າ, ຜູ້​ເປັນ​ໂຣກມະ​ເຮັງ​ສ່ວນ​ຫຼາຍ​​ເປັນ​ຄົນ​ທາດ​ອ່ອນ​, ນີ້​ແມ່​ນຍ້ອນ​ວ່າ​​ເຂົາມັກ​ກິນ​ຂອງ​ເຜັດ​ແຕ່ບໍ່​ມັກ​ອາຫານຂົມ, ຈິ່ງ​ພາ​ໃຫ້​ຮ່າງກາຍບໍ່​ແຂ​ງ​ແຮງ.

ສອງ, ອາຫານ​ຂົມ​ຈະ​ພາ​ໃຫ້​ກິນ​ເຂົ້າ​ແຊບ​, ນັກ​ໂພຊະ​ນາ​ການ​ສະ​ໄໝ​ປະຈຸ​ບັນເຫັນ​ວ່າ, ອາຫານຂົມ​ສາມາດ​ກະ​ຕຸກ​ໃຫ້​ກົດ​ໃນ​ກະ​ເພາະຊຶມອອກ, ​​ແລ້ວ​ເຮັດ​ໃຫ້​ຄົນກິນ​ເຂົ້າ​ຊາບ.

ສາມ, ອາຫານ​ຂົມ​ເຮັດ​ໃຫ້​ສະ​ໝອງ​ຊື່ນ. ​ໃນອາຫານຂົມ​ລ້ວນ​ແຕ່​ມີ​​ເຕ​ໂອ​ໂບຼມິນແລະ​ກາ​ເຟອິນຫຼາຍ​ສົມຄວນ, ​ເມື່ອກິນ​ອາຫານ​ປະ​ເພດ​ນີ້​ແລ້ວ, ຈະ​ເຮັດ​ໃຫ້​ສະໝອງ​​ຊື່ນ, ມີ​ຄວາມ​ຮູ້ສຶກ​ສະບາຍ​​ເບົາ​ຕົນ​ເບົາ​ໂຕ, ຜ່ອນຄາຍ​​ຄວາມ​ເຄັ່ງ​ຕຶງທາງ​ຈິດ​ໃຈ​ທີ່​ເນື່ອງ​ຈາກ​ອາກາດອົບ​ເອົ້າ​ໃນ​ລະດູ​ຮ້ອນ, ​ແລ້ວ​ພາ​ໃຫ້ມີ​ກຳລັງວັງຊາ​ຄືນ​ໃໝ່.

ອາຫານຂົມ​ທີ່​ມັກ​ກິນ​ເລື້ອຍໆ

ມີໝາ​ກຮະ, ໝາກ​ຮະມີ​ທາດ​ບຳລຸງ​​ອຸດົມສົມບູນ, ຄື​ມີ​ໂປຼຕິນ, ​ໄຂມັນ, ທາດ​ນ້ຳຕານ, ການ​ຊີ​ອົມ, ​ທາດ​ນາຕຼີ, ທາດ​ເຫຼັກ, ກາ​ໂລ​ຕິນ​ແລະ​ອື່ນໆ. ໝາກ​ຮະ​ອ່ອນ​​ເອົາ​ມາ​ຂົ້ວ, ຕົ້ມ​ແກງ, ​ຫຼື​ຍຳກິນ​ດິບກໍ​ໄດ້, ຫຼື​ແຕ່ງ​​ໃສ່ຊີ້ນ​​ໃສ່ປາ, ກໍມີ​ລົດ​ຊາດ​ດີພິ​ເສດ​, ມີ​ຄຸນ​ປະ​ໂຫຍ​ດທີ່​ພາ​ໃຫ້​ກິນ​ເຂົ້າ​ແຊບ, ຊ່ອຍ​ລະລາຍອາຫານ, ​ແກ້ຮ້ອນ​ໃນ​ແກ້​ຄວາມອິດ​ເມື່ອຍ, ​ເຮັດ​ໃຫ້​ຫູ​ແຈ້ງ​ຕາ​​ໃສ​ແລະ​ມີ​ເຫື່ອ​ແຮງ.

ດອກ​​ແຂ້ວ​ສີ​ງ​ແມ່ນ​ພືດຕະກຸນ​ເບັນ​ຈາ​ມາດ. ຕົ້ນ​ດອກ​ແຂ້ວ​ສີ​ງທັງ​ກົກ​ທັງ​ຮາກ​ກິນ​ຕາງ​ຜັກ​ກໍ​ໄດ້, ທັງ​​ເປັນ​ຢາ, ກິນ​ຫຼາຍ​ກໍ່​ບໍ່​ມີ​ຜົນ​ຮ້າຍ​ຫຍັງຕໍ່​ສຸຂະພາບ, ຍັງ​ແກ້​ຮ້ອນ​ໃນ, ​ແກ້​ພິດ, ​ເຊົາຖອກທ້ອງ, ດີບີ, ຕັບ​ແລະບຳລຸງ​ກະ​ເພາະ, ຫຼຸດ​ຄວາ​ມດັນ​ຂອງ​ເລືອດ, ​​ເຮັດ​ໃຫ້​ສະ​ໝອງ​​ຊື່ນ, ຕ້ານ​ເຊື້ອ​ແລະ​ຕ້ານ​ມະ​ເຮັງ​. ຕາມ​ໄດ້​ຊາບ, ປະຈຸ​ບັນ, ຍີ່ປຸ່ນ​ໄດ້​ເອົາ​ຕົ້ນ​ດອກ​ແຂ້ວ​ສີ​ງມາ​ຄົ້ນຄວ້າຜະລິດ​ເປັນ​ເຄື່ອງ​ດື່ມ​ແລະ​ອາຫານ​ບຳລຸງ​ຕ່າງໆ​​ແລ້ວ.

​ວັດຖຸ​ດິບ​​ຕົ້ນຕໍ​ຂອງ​ເຫຼົ້າເບຍ​ແມ່ນ​ເຂົ້າ​ເບຼ​ກັບ​ໃບ​ເບຍ, ​ເມື່ອໝັກ​​ໃສ່ເຊື້ອ​ໝັກແລ້ວ​ເຮັດ​ເປັນ​ເບ​ຍ. ​ໃນ​ເບຍມີ​ອາ​ມີ​ໂນ​ອາ​ສິດ, ​ໂປຼຕິນ, ທາດນ້ຳຕານ, ທາດ​ແຮ່​ຕ່າງໆອຸດົມສົມບູນ​​ເຊິ່ງ​ມີ​ຜົນ​ດີ​ຕໍ່ຮ່າງກາຍ, ສະ​ນັ້ນ​ຈິ່ງ​ມີ​ຄົນ​ເອີ້ນ​ເຫຼົ້າ​ເບຍເປັນ​​ເຂົ້າ​ຈີ່​ນ້ຳ. ລົດ​ຂົມ​​ໃນ​ເຫຼົ້າ​ເບຍຊ່ອຍ​ລະລາຍອາຫານ​ແລະ​ບຳລຸ​ຮ່າງກາຍ. ດື່ມ​ເບຍ​ຢ່າງເໝາະ​ສົມ​ຈະມີ​ບົດບາດ​ບຳລຸ​ງກະ​ເພາະ, ​ດີຕາ​, ​ແກ້ຣ້ອນ​ໃນ, ​ແກ້ຫິວນ້ຳ, ຫຼຸດ​ຄວາມ​ດັນ​ເລືອດ, ​ແກ້​ໄອ, ​ພາ​ໃຫ້​ຍ່ຽວ​ສະດວກ, ​ລະງັບ​ປະສາດ, ​ແກ້ຄວາມອິດ​ເມື່ອຍ​ແລະ​ຟື້ນ​ຟູ​ເຫື່ອແຮງ​ເປັນ​ຕົ້ນ.

ນອກ​ນີ້, ​ໃນ​ລະດູ​ຮ້ອນ​​ອາຫານລົດ​ຂົມອື່ນໆ​ເຊັ່ນ: ຊາ, ກາ​ເຟ, ​ໂຊ​ໂກລາ​ແລະ​ກາ​ກາວ​ເປັນ​ຕົ້ນ, ກໍ​​ໃຫ້ເລືອກ​ກິນ​ຫຼາຍ​ແດ່. ​ແຕ່ກໍ​ຄວນລະວັງ, ອາຫານ​​ຂົມ​ເທື່ອ​ໜຶ່ງບໍ່​ຄວນ​ກິນ​ຫຼາຍ​ໆ, ​ເພາະ​ບາງທີຈະ​ເຮັດ​ໃຫ້​​ເມົາ, ​ແລ້ວ​ເກີດ​ມີ​ອາການ​ປຸ້ນທ້ອງ, ຮາກ​​ຫຼື​ບໍ່​ຢາກກິນ​ອາຫານ​ເປັນ​ຕົ້ນ.