ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 10:46:08    
ການຮິ​ຂອງ​ກິນ​ຫຼື​ເລືອ​ກກິນ​​ແຕ່​ອາ​ຫານ​ທີ່​ມັກ​ຈະ​ເຮັດ​ໃຫ້​ເດັກ​ນ້ອຍ​ສາຍ​ຕາ​ສັ້ນ​ແລະ​ເປັນ​ພະ​ຍາດ​ຜິວ​ໜັງ

cri

ຂ່າວ​ສຸຂະພາບ​ປະຈຳ​ອາທິດ: ການຮິ​ຂອງ​ກິນ​ຫຼື​ເລືອ​ກກິນ​​ແຕ່ອາຫານ​ທີ່​ມັກຈະ​ເຮັດ​ໃຫ້​ເດັກນ້ອຍ​ສາຍຕາ​ສັ້ນ​ແລະ​ເປັນ​ພະຍາດ​ຜິວໜັງ
ຕາມ​ຜົນ​ການ​ຄົ້ນຄວ້າ​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ອະນະ​ຊົນເຍົາ​ວະຊົນ​​ຂອງ​ສູນ​ຄົ້ນຄວ້າ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຈີນ​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ບອກ​ໃຫ້​ຮູ້​ວ່າ, ​ເດັກນ້ອຍ​ທີ່ຮິ​ຂອງ​ກິນຫຼື​ເລື​ອກກິນ​ແຕ່​ອາຫານ​ທີ່​ມັກຈະ​ພາ​ໃຫ້​ເດັກນ້ອຍ​ສາຍຕາ​ສັ້ນ​ແລະ​ເປັນ​ພະຍາດ​ຜິວໜັງ.

ທ່ານ​ນາງ​ຈ້າວ​​ເຊຍ​ທີ່​ຮັບຜິດຊອບ​ການ​ຄົ້ນຄວ້າ​ລາຍ​ນີ້​ຊີ້​ອອກ​ວ່າ, ​ໃນ​ຊີວິດ​ຕົວ​ຈິງ, ຍ້ອນ​ຖືກ​ຜົນ​ກະທົບ​ຈາກປັດ​ໄຈ​ຕ່າງໆ​ເຊັ່ນ​ລະດູ​ການ, ວິທີ​ປຸງແຕ່ງ, ຄວາມ​ຊິນ​ເຄີຍ​ດ້ານ​ການກິນ​ດື່ມ​ໃນ​ທ້ອງ​ຖິ່ນ​ຕ່າງໆ​, ຄົນ​ທັງຫຼາຍ​ຈະ​ເຮັດຫ້​ອາຫານ​ການ​ກິນມີ​ທາດ​ບຳລຸງ​​ດຸນ​ດ່ຽງ​ກັນ​ແມ່ນ​ເລື່ອງ​ທີ່​ຍາກ​ຫຼາຍ, ຖ້າຮິ​ຂອງ​ກິນ​ແລະ​ເລືອກ​ກິນ​ອາຫານ​ແຮ່ງ​ຈະ​ພາ​ໃຫ້​ທາດ​ບຳລຸງ​ບາງ​ປະ​​ເພດ​ຫຼາຍ​ໂພດບາງ​ປະ​ເພດ​ພັດ​ບໍ່ພໍ. ການ​ຄົ້ນຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຂາດ​ຈຸນລະ​ທາດ​ຕ່າງໆ​ເຊັ່ນ: ສັງກະສີ, ​ໂກຼມ, ທອງ, ​ເຊ​ເລ​ນິອົມ​ເປັນ​ຕົ້ນ​ຍ້ອນ​ຮິ​ຂອງ​ກິນ​ແມ່ນ​​ສາຍ​ເຫດ​ໜຶ່ງທີ່​ພາ​ໃຫ້​ເດັກນ້ອຍ​​ສາຍຕາ​ສັ້ນຫຼື​ເປັນ​ພະຍາດ​ຕາ​ແນວ​ອື່ນ.

ນອກ​ນີ້, ຮິ​ຂອງ​ກິນ​ຈະ​ພາ​ໃຫ້​ຂາດ​ວິຕາມິນ, ທັງຍັງ​ອາດ​ຈະ​ເຮັດ​ໃຫ້​ເດັກນ້ອຍ​ເປັນພະຍາດ​ຜິວໜັງ. ຕົວຢ່າງ​ຄື, ຂາດ​ວິຕາມິນ​ເອ, ອາດ​ຈະ​ເຮັດ​ໃຫ້ຕ່ອມ​ໄຂມັນ​ຕາມ​ຜິວໜັງ​ແລະ​ຕ່ອມ​ເຫື່ອຫົດ​ຫູ່, ​ເຮັດ​ໃຫ້​ຜິວໜັງ​ຫຍາບ​ຊາ, ​ເປັນ​ຕຸ່ມ​ຄື​ໜັງ​ໄກ່, ຜົມ​ແຫ້ງ, ຜິວໜັງ​ບໍ່ມີ​ສີ​ມີ​ໄວ, ​ເລັບມື​ກໍ​​ແຕກ​ງ່າຍ​ຫັກ​ງ່າຍແລະ​ປ່ຽນ​ຮູບ; ຂາດ​ວິຕາມິນ​​ເບ6, ຍັງອາດ​ຈະ​ພາ​ໃຫ້​ຜິວໜັງ​ແດງ, ​ບວມມີໄຂມັນຊຶມອອກ​ເປັນ​ຕົ້ນ; ຂາດ​ວິຕາມິນ​​ເບ2, ພາ​ໃຫ້​ປາກ​ເປື່ອຍ; ສ່ວນ​​ເດັກນ້ອຍ​ທີ່​ຂາດ​ວິຕາມິນ​ເຊ​ຍັງ​ຈະ​ເປັນພະຍາດ​ຜິວ​ຫຍາບ​.

​ເພື່ອ​ດັດ​​ນິດ​ໄສ​ເດັກ​ທີ່​ຮິ​ຂອງ​ກິນ​, ທ່ານ​ນາງ​ຈ້າວ​​ເຊຍສະ​ເໜີ​ວ່າ, ກ່ອນ​ອື່ນພໍ່​ແມ່​ຕ້ອງ​ບໍ່ຮິ​ຂອງ​ກິນ; ຕ້ອງ​ເອົາ​ໃຈ​ໃສ່​ວິທີປຸງ​ແຕ່ງອາຫານ, ​ແຕ່​ລະຄາບ​ຕ້ອງ​ໃຫ້​ມີ​ຜັກ​ມີ​ຊີ້​ນຢ່າງ​ເໝາະ​ສົມ; ຢ່າ​ໃຫ້​ເດັກນ້ອຍ​ກິນ​​ເຂົ້າໜົມູ​ກ່ອນ​ກິນ​ເຂົ້າ; ຢ່າ​​ດ່າ​ວ່າ​ຫຼື​ຕີເດັກນ້ອຍ​​ໃນ​ຍາມ​ກິນ​ເຂົ້າ; ຖ້າເດັກນ້ອຍ​ຮິ​ຂອງ​ກິນ​ຫຼື​ເລືອກ​ກິນ​​ແຕ່​ຂອງ​ມັກ, ​ພໍ່​ແມ່​ຕ້ອງ​ບອກສອນດ້ວຍ​ຄວາມພຽນ​ໃຈ, ຕ້ອງ​ມີ​ຄວາມ​ອົດທົນຈະ​ໃຈຮ້ອນ​ບໍ່​ໄດ້.