ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 15:20:11    
ທ່ານ​ລຽນ​ຈັ້ນ​ພ້ອມ​ດ້ວຍ​ຄະ​ນະ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແຜ່ນ​ດິນ​ໃຫຍ່

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ວັນ​ທີ​25​ເມ​ສາ,ທ່ານ​ລຽນ​ຈັ້ນ ປະທານ​ກິ​ຕິ​ມະ​ສັກ​ຂອງ​ພັກ​ກົກ​ມິນ​ຕັງ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​​ອອກ​ຈາກ​ຊຽງ​ໄຮ້​ກັບ​ຄືນ​ໄຕ້​ຫວັນ,​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ແຜ່ນ​ດິນ​ໃຫຍ່​​ເປັນ​ເວ​ລາ​13​ມື້.

ວັນ​ທີ13​ເມສາ,ທ່ານ​ລຽນ​ຈັ້ນ​ໄດ້ນຳພາ​ບຸກຄົນ​ຝ່າຍ​ໄຕ້​ຫວັນມາ​ເຂົ້າຮ່ວມ​ເວທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບ​ຢູ່​ທີ່​ປັກ​ກິ່ງ.ວັນ​ທີ14​​ແລະ​ວັນ​ທີ​15​ເມ​ສາ,​ເວ​ທີ​ປາ​ໄສ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,​ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ປະກາດ​ນະ​ໂຍ​ບາຍ​ໃຫ້​ຄວາມ​ສະ​ດວກ​ພິ​ເສດ​ແກ່​ໄຕ້​ຫວັນ​15​ລາຍ ​ເຊິ່ງ​ລວມ​ທັງ​ການ​ໄຂ​ຕະ​ຫຼາດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕໍ່​ໄຕ້​ຫວັນ​ຕື່ມ​ອີກ.​ວັນ​ທີ16​ເມ​ສາ,​ທ່ານ​ຫູ​ຈິນ​ທ່າວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ພົບ​ປະ​ທ່ານ​ລຽນ​ຈັ້ນ​ພ້ອມ​ດ້ວຍ​ຄະ​ນະ,​ແລະ​ໄດ້​ວາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໃຫ້​ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ.

ນອກຈາກ​ປັກ​ກິ່ງ​ແລ້ວ,ທ່ານ​ລຽນ​ຈັ້ນພ້ອມ​ດ້ວຍ​ຄະ​ນະ​ຍັງ​ໄດ້​​ໄປ​​ຢ້ຽມຢາມ​ແຂວງ​ຟູ​ຈ້ຽນ ​ແຂວງ​ເຈີ້​ຈ່ຽງ ​ແຂວງ​ຈ່ຽງ​ຊູ່​ແລະ​ນະ​ຄອນ​ຊຽງ​ໄຮ້​ເປັນ​ຕົ້ນ.