ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 15:44:15    
ແຜ່ນ​ດິນ​ໃຫຍ່​ເຊື້ອ​ເຊີນ​ອົງ​ການ​ເອ​ກະ​ຊົນ​ໄຕ້​ຫວັນ​ມາ​ປັກ​ກິ່ງ​ຫາ​ລື​ເລື່ອງ​ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ

cri

ຕາມ​ໜັງສືພິມ​​ເຢິນມິງ​ຢື້​ປ້າວ​ສະບັບ​ພົ້ນ​ທະ​ເລ:ວັນ​ທີ24 ​ເມສາ,ຢູ່​ປັກ​ກິ່ງ,ທ່ານຫຼີສຸຍ​ລິນ ຫົວໜ້າ​ສະມາຄົມ​ແລກປ່ຽນ​​ເສດຖະກິດການ​ຄ້າລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​​ກ່າວວ່າ,ສະມາຄົມ​ນີ້​ໄດ້​​​ເຊື້ອເຊີນ​ອົງການ​ເອກະ​ຊົນ​ໄຕ້​ຫວັນ​ຈັດ​ຕັ້ງ​ຄະນະ​ມາ​ປັກ​ກິ່ງ​ໃນ10ມື້​ຕົ້ນ​ເດືອນ​ພຶດສະພາ,ຫາ​ລື​ບັນຫາວິຊາ​ການກ່ຽວຂ້ອງ​​ແຜ່ນດິນ​​ໃຫຍ່​ຍົກ​ເວັ້ນພາສີນຳ​ເຂົ້າຜະລິດ​ຕະພັນ​ກະສິກຳ​ໄຕ້​ຫວັນ.

ເດືອນ​ນີ້,​ແຜ່ນດິນ​​ໃຫຍ່​ຈີນ​ໄດ້​ປະກາດ​​ນະ​ໂຍບາຍ​ແລະ​ມາດ​ຕະການ15ຂໍ້​ທີ່​ຜົນ​ດີ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ,​ໃນ​ນັ້ນຈະ​ຍົກ​ເວັ້ນພາສີນຳເຂົ້າຜັກ​ສົດ​ຕົ້ນຕໍ​11ຊະນິດ​ແລະ​ຜະລິດ​ຕະພັນ​ນ້ຳ8ຊະນິດຂອງ​ໄຕ້​ຫວັນ.

ທ່ານ​ຫຼີສຸຍ​ລີ​ນກ່າວ​ວ່າ,ມາດ​ຕະການພິ​ເສດ​ທີ່ຍົກ​ເວັ້ນພາສີ​​ເທື່ອ​ນີ້​ແມ່ນ​ການ​ສືບ​ຕໍ່​​ແລະການ​ເປີດ​ກວ້າງ​ມາດ​ຕະການ​ຂອງ​ແຜ່ນດິນ​ໃຫຍ່​ໃນ​ປີ​ກາຍ​ທີ່​ປະຕິ​ດບັດ​ພາສີ​ພິ​ເສດ​ຕໍ່​ໝາກ​ໄມ້​ໄຕ​ຫວັນ​ສ່ວນ​ໜຶ່ງ​ທີ່​ນຳ​ເຂົ້າ​ຈາກ​ໄຕ້​ຫວັນ,ຫວັງ​ໃຫ້​ຂະ​ແໜງ​ການ​ຮັບຜິດຊອບ​ກ່ຽວຂ້ອງ​ໄຕ້​ຫວັນ​ສາມາດ​ພິຈາລະນາ​ເຖິງ​ຄວາມ​ຜາ​ສຸກຂອງ​ຊາວ​ກະສິກອນ​ໄຕ້​ຫວັນ​ຢ່າງ​​ເຕັມທີ,ຈັດການ​ຫາລື​ໂດຍ​ໄວ,​ເຮັດ​ໃຫ້​ຜະລິດຕະພັນ​ກະ​ສິກຳ​​ໄຕ້​ຫວັນ​ສາມາດ​ເຂົ້າ​ໃນ​ຕະຫຼາດ​ແຜ່ນດິນ​​ໃຫຍ່​ຢ່າງ​ສະດວກ.