|
 |
(GMT+08:00)
2006-04-25 16:41:27
|
ວິສາຫະກິດຜະລິດຊາຂອງຈີນເລັ່ງໃສ່ຕະຫຼາດອາຊຽນ
cri
Author: da
ຕາມຂ່າວສານຊິນຮວາ: ງານເອັກສ໌ໂປວັດທະນະທຳຊາອາຊຽນຄັ້ງປະຖົມມະເລີກຈະຈັດຂຶ້ນຢູ່ກົວລາລຳເປີຂອງມາເລເຊຍແຕ່ວັນທີ 16 ຫາວັນທີ 25 ພຶດສະພາ.ວິສາຫະກິດທີ່ຜະລິດແລະຄ້າຂາຍຊາຫຼາຍຫຼັງຂອງຈີນຈະເຂົ້າຮ່ວມງານເອັກສ໌ໂປຄັ້ງນີ້.ນອກນີ້,ພໍ່ຄ້າຊາຂອງອິນໂດເນເຊຍ ໄທ ມາເລເຊຍແລະສິງກະໂປເປັນຕົ້ນຍັງຈະເຕົ້າໂຮມກັນໃນງານຄັ້ງນີ້.
ນອກຈາກການເຄື່ອນໄຫວການຄ້າແລ້ວ,ງານເອັກສ໌ໂປຄັ້ງນີ້ຍັງຈະຈັດເວທີປາໄສທ່ວງທ່າພັດທະນາຊາໂລກ ເວທີປາໄສຊັ້ນສູງຂອງວິສາຫະກິດຊາຈີນມາເລເຊຍ ງານຖະແຫຼງຂ່າວຂອງບັນດາເຂດຜະລິດຊາທີ່ສຳຄັນຂອງຈີນ ເວທີປາໄສກ່ຽວກັບເສັ້ນທາງພັດທະນາຊາກາທີ່ມີຊື່ສຽງຂອງຈີນແລະການເຄື່ອນໄຫວອື່ນໆອີກຫຼາຍລາຍ.
|
|
|