ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 16:57:43    
ສະມາຊິກ​ຄະນະ​ທັດ​ສະ​ນະ​ສຶກ​ສາ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໄຕ້​ຫວັນ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ນະ​ໂຍ​ບາຍ​ໃໝ່​ຂອງ​ແຜ່ນ​ດິນ​ໃຫຍ່​ທີ່​ປະ​ຕິ​ບັດ​ຕໍ່​ໄຕ້​ຫວັນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ​ເມສາ, ສະມາຊິກຄະນະ​ທັດສະນະ​ສຶກສາເສດຖະ​ກິດ​ການ​ຄ້າ​ຂອງ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ໄຕ້​ຫວັນ​ທີ່​ພວມ​ທັດສະນະ​ສຶກສາ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ​ກ່າວ​ວ່າ, ພວກ​​ເຂົາ​ເຈົ້າເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ນະ​ໂຍ​ບາຍ​ໃໝ່​ 15 ລາຍ​ທີ່​​ໃຫ້ບູລິ​ມະ​ສິດ​ແກ່ໄຕ້​ຫວັນ​ ​ແລະ​ໝາກຜົນ​ການ​ແລກ​ປ່ຽນ​ອື່ນໆ​ຂອງ​ໃນ​ເວ​ທີ​ປາ​ໄສ​ເສດ​ຖະກິດ​ການ​ຄ້າ​​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ປະ​ຖົມ​ມະ​ເລີກ.

​ໃນ​ເວລາທ່ານຖາງ​ເວິ​ຍ ຫົວໜ້າ​ກົມໄຕ້​ຫວັນ ຮົງ​ກົງ​ ມາ​ກາວ​ຂອງ​ກະຊວງ​ການ​ຄ້າ​ຈີນ​ສະ​ເໜີ​ສະພາບ​ການ​ຕໍ່​ຄະນະ​ທັດສະນະ​ສຶກສາ​ໃນມື້​ດຽວ​ກັນນັ້ນ, ທ່ານ​ກ່າວ​ວ່າ, ນັກ​ທຸ​ລະ​ກິດ​ໄຕ້​ຫວັນ​ລົງ​ທຶນ​​ເຂົ້າ​ໃນຂະ​ແໜງການ​ບໍລິການ​ຂອງ​ແຜ່ນດິນ​ໃຫຍ່​ນັ້ນມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ, ການ​ຮ່ວມ​ມື​​ໃນ​ຂະ​ແໜງ​ການ​ບໍລິການ​ລະຫວ່າງ​ສອງ​ຝັ່ງ​ມີ​ອະ​ນາ​ຄົດ​​ກວ້າງ​ຂວາງ.

ຕອນ​ບ່າຍ​ວັນ​ທີ 23 ​ເມສາ, ຄະນະ​ທັດສະນະ​ສຶກສາ​​ເສດຖະກິດ​ການ​ຄ້າ​ຂອງ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໄຕ້​ຫວັນ​ໄດ້​ເດີນທາງ​ມາ​ຮອດ​ນະຄອນ​ຈຸ່ງ​ກິ່ງ, ​ເລີ່ມ​ທັດ​ສະ​ນະ​ສຶກ​ສາ​ຢູ່​ນະຄອນ​ຈຸ່ງ​ກິ່ງ​ແລະ​ແຂວງ​ເຊ​ສວນ​ເປັນ​ເວລາ 8 ມື້, ສະ​ແຫວ​ງຫາ​ແລະ​ເປີດ​ກວ້າງ​ໂອ​ກາດ​ລົງ​ທຶນ​ຢູ່​ແຜ່ນ​ດິນ​ໃຫຍ່.