ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 17:17:10    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ລາວ​ແລະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ໃນ 45 ປີ​ມາ​ນີ້

cri Author: da
ຕາມ​ຂ່າວCRI: ມື້​ນີ້​,ວັນ​ທີ 25 ​ເມສາ​ແມ່ນ​ວັນ​ລະ​ລຶກຈີນ​ລາວ​ສ້າງສາຍສຳພັນ​ການ​ທູດ​ຄົບຮອບ 45 ປີ.ຫວ່າງ​ມໍ່ໆ​ນີ້ ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIພວກ​ເຮົາ,ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ລາວ,​ແລະ​ທ່ານ​ລິວ​ຢົງ​ຊິງ ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​​ເວົ້າວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ໃນ​ປະຈຸ​ບັນ​ພວມ​ຢູ່​ໃນ​​ໄລຍະ​ທີ່ດີ​ທີ່​ສຸດ​ໃນປະຫວັດສາດ.

ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ​ເວົ້າວ່າ,​ໃນ 45 ປີ​ມາ​ນີ້,ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ພົວພັນ​ຮ່ວມ​ມືດ້ວຍ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ຈີນ​ກັບ​ລາວ,​ໄດ້​ມີ​ການຂະຫຍາຍຕົວ​ຢ່າງ​ຫຼວງ​ຫຼາຍ.​ໂດຍ​ສະ​ເພາະ​ແມ່ນ​ແຕ່​ທ່ານ​ຈ່ຽງ​ເຈີມິນ​ ປະທານ​ປະ​ເທດ​ຈີນກັບ​ທ່ານ​ຄຳ​ໄຕ ສີ​ພັນ​ດອນ ປະທານ​ປະ​ເທດ​ລາວ​ໄດ້​ຢ້ຽມຢາມກັນ​ຢ່າງ​ເປັນ​ປະຫວັດ​ການ​ເມື່ອ​ປີ 2000ມາ​ນີ້,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ໄດ້​ກ້າວ​ຂຶ້ນສູ່ຂັ້ນສູງໃໝ່,ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​​ໄດ້ເລິກ​ເຊິ່ງກວ່າ​ເກົ່າ,ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ​ການ​ຄ້າ ​ວັດທະນະທຳ​ແລະ​ການ​ສຶກສາ​ເປັນຕົ້ນ​ໄດ້​ມີ​ການ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.

ທ່ານ​ລິວ​ຢົງ​ຊິງ​ເວົ້າວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ຜູ້ນຳ​ພັກ ລັດ​ຂອງ​ທັງ​ສອງ​ປະ​ເທດ​ຈີນ​ລາວ​​ໄດ້ຮັກສາ​ການ​ຢ້ຽມຢາມ​ກັນ,​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ລາວ​ໄດ້​ມີການ​ຂະຫຍາຍຕົວ​ຢ່າງວ່ອງ​ໄວ,ການ​ພົວພັນ​ລະຫວ່າງ​ຈີນ​ລາວ​ໃນ​ປະຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ,​ແລະ​ກໍແມ່ນ​ໄລຍະ​ທີ່​ມີ​ອະນາຄົດພັດທະນາ​ດີ​ທີ່​ສຸດ.

ຕາມ​ໄດ້​ຊາບ,ບໍລິ​ມາດການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ​ໄດ້​ລື່ນ​ກາຍ 100 ລ້ານ​ໂດ​ລາ​ສະຫະລັດ3ປີ​ລຽນຕິດ​ແລ້ວ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 10 ປີ​ກ່ອນ​ເກືອບ3​ເທົ່າ.ສັນຍາ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ຫຼາຍ​ລາຍ​ທີ່​ຜູ້ນຳ​ສອງ​ປະ​ເທດ​ເຊັນ​ກັນ​ໃນ​ຫວ່າງ​ມໍ່ໆ​ນີ້ ສ່ວນ​ຫຼາຍ​ໄດ້​ຫຼື​ພວມຜັນ​ຂະຫຍາຍ​ປະຕິບັດ,ການ​ກໍ່ສ້າງ​ທາງ​ຫຼວງ​ຄຸນ​ມິ​ງບາງກອກຕອນ1ສ່ວນ3​ຢູ່​ລາວ​ທີ່​ຝ່າຍ​ຈີນ​ຫາບ​ແບກ​ນັ້ນຈະ​ສ້າງ​ສຳ​ເລັດ​ໃນ​ເດືອນ​ມິຖຸນາ​ປີ​ນີ້​ຕາມ​ເວລາ​ກຳນົດ.​ໂຄງການ​ງວດ​ໜຶ່ງ​ທີ່​ຝ່າຍ​ຈີນ​ຊ່ອຍ​ສ້າງ​ເຊັ່ນ:ຫໍ​ວັດທະນະທຳ​ແຫ່ງ​ຊາດ​ລາວ ​ໂຮງໝໍ​ຫຼວງ​ພະ​ບາງ ສວນ​ຫຼວງປະຕູ​ໄຊ​ແລະ​ໂຮງງານ​ຊີມັງ​ວັງ​ວຽງ​ເປັນຕົ້ນ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ທາງ​ເສດຖະກິດ​ແລະ​ສັງຄົມ​ເປັນ​ຢ່າງດີຢູ່​ລາວ.