ຕາມຂ່າວສານຊິນຮວາ: ວັນທີ 24 ເມສາ, ກອງປະຊຸມປະຈຳປີຂອງສະມາຄົມທ່ອງທ່ຽວອາຊີປາຊີຟິກຄັ້ງທີ 55 ທີ່ຈະດຳເນີນເປັນເວລາ 4 ມື້ ໄດ້ໄຂຂຶ້ນຢູ່ເມືອງພັດທະຍາ ເມືອງທ່ອງທ່ຽວຂອງໄທ, ກອງປະຊຸມໄດ້ເນັ້ນໜັກການສະແຫວງຫາໂອກາດໃໝ່ແຫ່ງການພັດທະນາຂະແໜງການທ່ອງທ່ຽວ.
ຕາມໄດ້ຊາບ, ຫົວຂໍ້ຂອງກອງປະຊຸມປະຈຳປີນີ້ແມ່ນ "ປ່ຽນແປງຮູບການດຳລົງຊີວິດກັບໂອກາດໃໝ່". ໃນການແບ່ງເປັນຈຸປຶກສາຫາລືກັນໃນ 3 ມື້ຂ້າງໜ້າ, ຜູ່ແທນບັນດາປະເທດຈະປຶກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ ແງ່ຂະຫຍາຍທົ່ວໄປຂອງສັງຄົມປັດຈຸບັນ ແບບແຜນດຳລົງຊີວິດແລະທັດສະນະຄຸນຄ່າທີ່ພັດທະນາຢ່າງວ່ອງໄວ ແລະຂະແໜງການທ່ອງທ່ຽວຈະສ້າງໂອກາດໃໝ່ແນວໃດເປັນຕົ້ນ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຈີນ ໄທ ມຽນມາ ລາວ ຫວຽດນາມແລະກຳປູເຈຍຍັງຈະປຶກສາຫາລືກັນກ່ຽວກັບການທ້າທາຍແລະໂອກາດຫຼ້າສຸດທີ່ການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງປະເຊີນ.
|