ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 19:26:41    
ຄອບ​ຄົວ​ເຮຶອນ​ຖ້ຳ​ຂອງ​ແຂວງ​ສ້ານ​ຊີ່

cri


ທຳ​ມະ​ດາ​ແລ້ວ,​ເຮືອນ​ຖ້ຳ​ສູງ3​ແມັດ​ປາຍ,​ກວ້າງ​ປະມານ3​ແມັດ,​ເລິກທີ່​ສຸດຈະ​ເຖິງ20​ແມັດ.ປະຕູ​ຖ້ຳ​ອວ່າຍໜ້າ​ໄປ​ສູ່​ທິດ​ໃຕ້,​ຈື່ງ​ສາມາດ​ຮັບ​ເອົາ​ແສງ​ແດດ​ຢ່າງ​ສະ​ດວກ.​ເຮືອນຖ້ຳ​ທີ່​ງ່າຍ​ກວ່າ​ໝູ່​ແມ່ນ​ຂຸດ​ດິນ​ໂດຍ​ກົງ​ແລ້ວ​ຈໍ່​ຕົວ​ເປັນ​ຖ້ຳ.​ຖ້າໃຊ້​ຫີນ​ປັບ​ປຸງ​ໃຫ້​ໝັ້ນຄົງ​ກໍ​ກາຍ​ເປັນ​ເຮືອນ​ຖ້ຳ​ຫິນ.​ຖ້າ​ປັບ​ປຸງ​ດ້ວຍ​ດິນ​ຈີ່​ກໍ່​ແມ່ນ​ເຮືອນ​ຖ້ຳ​ດິນ​ຈີ່​ແລ້ວ.​ຮູບ​ນອກ​ຂອງ​ເຮືອນ​ຖ້ຳ​ດິນ​ຈີ່​ຂ້ອນ​ຂ້າງ​ງາມ​ກວ່າ.
 
ເຮືອນ​ຖ້ຳ​ຂອງ​ລຸງ​ຈ່າງ​ຈື້ຈຸ້ນ​ລວມມີ​8ຖ້ຳ,​ສ້າງ​ຂຶ້ນ​ຢູ່​ເທິງ​ເປີ້ນພູ​ໂດຍ​ແບ່ງ​ເປັນ​ສາມ​ຊັ້ນ.​ຊັ້ນ​ເທິງ​​ແມ່ນ​ຖ້ຳ​ດິນ​ສອງ​ຖ້ຳ,​ສ້າງ​ຂຶ້ນ​ໂດຍ​ພໍ່​ຂອງ​ລຸງ​ຈ່າງ​ຈື້ຈຸ້ນ​ເມື່ອ​ປີ​1962,​ຈົນ​ຮອດ​ປັດ​ຈຸບັນ​ຍັງ​ຮັກສາ​ຮູບ​ເກົ່າ​ແກ່.​ຊັ້ນ​ກາງ​ມີ​ສາມ​ຖ້ຳ,​ສ້າງ​ຂຶ້ນ​ໃນ​ປີ1964,​ເມື່ອບໍ່​ເທົ່າ​ໃດ​ປີ​ກ່ອນ​ໄດ້​ດັດ​ສ້າງ​​ເປັນ​ຖ້ຳ​ດິນ​ຈີ່,ປັດ​ຈຸ​ບັນ,​ລຸງ​ຈ່າງ​ພ້ອມ​ປ້າ​ແລະ​ຄອບຄົວ​ຂອງ​ລູກ​ຊາຍ​ຫຼ້າ​ອາ​ໄສ​ຢູ່​ຊັ້ນ​ນີ້,ຊັ້ນ​ລຸ່ມມີ​ສາມ​ຖ້ຳຫິນ,​ມໍ່​ກັບ​ຕີນ​ພູ,​ແມ່ນສ້າງ​ຂຶ້ນ​ໃນ20ກວ່າ​ປີ​ກ່ອນ,​ປັດຈຸ​ບັນຄອບ​ຄົວ​ຂອງ​ລູກ​ຊາຍ​ກົກ​ຂອງ​ລຸງ​ຈ່າງ​ອາ​ໄສ​ຢູ່​ຫັ້ນ.​ເດີນ​ຕາມ​ເສັ້ນ​ທາງ​ເທິງພູ,​ພວກ​ເຮົາ​ໄດ້ຍ່າງ​ເຂົ້າ​ເຮືອນ​ຖ້ຳ​ດິນ​ຈີ່​ຂອງ​ລຸງ​ຈ່າງ,​ເຮືອນ​ຖ້ຳນີ້​ກວ້າງ​20​ກວ່າ​ແມັດ​ຕາ,​ແສງ​ແດດ​ໄດ້​ສ່ອງ​ເຂົ້າ​ຈາກ​ປ່ອງຢ້ຽມ​ພະ​ນັກ​ໄມ້,​ເຮັດ​ໃຫ້​ເຮືອນ​ຖ້ຳ​ແຈ້ງ​ສະຫວ່າງ​ຫຼາຍ.​ຢູ່​ທາງ​ໃນ​ເຮືອນ​ຖ້ຳ​ມີ​ຕຽງ​ໃຫຍ່​ຕິດ​ກັບ​ແທ່ນ​ເຕົາ​ໄຟ,​ແມ່ນ​ບ່ອນ​ດັງ​ໄຟ​ແຕ່ງກິນ.​ສິ່ງ​ທີ່​ປະຈັກ​ຕາ​ຄົນ​ເປັນພິ​ເສດ​ແມ່ນ​ຢູ່ຝາ​ສາມ​ດ້ານ​ອ້ອມ​ຕຽງ,​ໄດ້​ຕິດ​ຮູບ​ຕັດ​ເຈ້ຍ​ແລະ​ຮູບ​ອື່ນໆ​ທີ່​ສວຍ​ງາມຈຳນວນ​ໜຶ່ງ.​ທ່ານ​ວາງ​ເຄີ້​ເວີນ ຜູ້​ຄົ້ນຄວ້າ​ຂອງ​ຫໍ​ສິ​ລະ​ປະ​ມະຫາ​ຊົນ​ເມືອງ​ອຽນ​ອ່ານ​ແຂວງ​ສ້າ​ນຊີ່​ທີ່ຕິດ​ຕາມ​ນັກ​ຂ່າວ​ໄດ້​ຊີ້​ໃຫ້​ເຫັນ​ຮູບ​ເຫຼົ່າ​ນີ້​​ແລະ​ເວົ້າ​ວ່າ,​ນີ້​ທັງ​ແມ່ນ​ສິ່ງ​ປະດັບ,​ທັງ​ສາມາດ​ຫຼີກ​ເວັ້ນ​ບໍ່​ໃຫ້​ຜ້າ​ຫົ່ມ​ເທິງ​ຕຽງຕິດ​ກັບ​ຝາ​ເຮືອນ​ໂດຍ​ກົງ.​ທ່ານ​ເວົ້າ​ວ່າ,
 


ເປັນເວລາ​ດົນ​ນານ​ມາ​ນີ້,​ພາກ​ເໜືອ​ແຂວງ​ສ້ານຊີ່​ໄດ້​ມີ​ສິລະ​ປະ​ເຮືອນ​ຖ້ຳ,​ເວົ້າ​ສຳລັບ​ແຕ່​ລະຄົນ​ແລ້ວ,​ເຮືອນ​ຖ້ຳ​ກໍ່​ແມ່ນ​ໂລກ​ນ້ອຍໆ​ຂອງຕົນ.​ແມ່​ຍິງ​ຂອງ​ພາກ​ເໜືອ​ສ້ານຊີ່​ລ້ວນ​ແຕ່​ມັກ​ງາມ,​ສະ​ນັ້ນ​ພວກ​ເຂົາ​ເຈົ້າ​ຈຶ່ງ​ຄິດ​ຮອດ​ທຸກ​ວິທີ​ປະດັບ​ປະດາ​ເຮືອນ​ຂອງ​ຕົນ,​ຫວັງໃຫ້​ງາມ​ກວ່າ​ແລະ​ສະ​ບາຍກວ່າ.
 
ຖ້ຳ​ທີ່​ເປັນ​ເຮືອນ​ແບບ​ເກົ່າ​ແກ່​ແລະ​ສິລະ​ປະ​ເຮືອນ​ຖ້ຳ​ທີ່ກຳ​ເນີດ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ທ້ອງ​ຖິ່ນ​ເປັນ​ເວລາ​ດົນ​ນານ​ມາ​ນີ້,​ກໍ່​ໄດ້​ດຶງ​ດູດ​ເອົາ​ແຂກ​ທ່ອງ​ທ່ຽວ​ຕ່າງ​ຖິ່ນ​ຈົນ​ກະ​ທັ້ງ​ຄົນ​ຕ່າງປະ​ເທດ​ໄປ​ທ່ຽວ​ຊົມ​ແລະ​ອາ​ໄສ​ນັບ​ມື້​ນັບ​ຫຼາຍ.​ປັດຈຸ​ບັນ,​ຄອບ​ຄົວ​ຂອງ​ລຸງ​ຈ່າງ​ກໍ​ໄດ້ຈັດ​ວາງ​ຫຼາຍ​ຖ້ຳບໍ​ລິການ​ການ​ທ່ອງ​ທ່ຽວ​ແລະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ເຮືອນ​ຖ້ຳ​ແລະ​ອາ​ຫານ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ທ້ອງ​ຖິ່ນ.​ລຸງ​ຈ່າງ​ເວົ້າ​ວ່າ,
 
ຜູ່​ທ່ອງ​ທ່ຽວ​ມາ​ກັນຫຼາຍ.​ເມື່ອ​ຄົນ​ຕ່າງ​ຖິ່ນ​ມາ​ນັ່ງ​ຢູ່​ເທິງ​ຕຽງ​ໃນ​ເຮືອນ​ຖ້ຳ​ຫີນ​ພວກ​ເຮົາ,​ພວກ​ເຂົາ​ເຈົ້າເວົ້າ​ວ່າ,​ດີ​ຫຼາຍ,​ງາມ​ອີ​ຫຼີ.​ຕ້ອນ​ຮັບ​ພວກ​ເຂົາ​ເຈົ້າ,​ກໍ​ໃຊ້​ເຄື່ອງປ່າ​ຂອງ​ດົງ​ໃນ​ແຫ່ງ​ນີ້.ພວກ​ເຮົາ​ຍັງ​ສະ​ແດງ​ການ​ຟ້ອນ​ຢ່າງ​ເກີ​ພາກ​ເໜືອ​ສ້ານຊີ່.​ຊາວຕ່າງ​ປະ​ເທດບາງ​ຄົນ​ມັກ​ຮູບ​ຕັດ​ເຈ້ຍ,​ລູກ​ໄພ້​ກົກ​ກໍ່​ເຄີຍ​ສະ​ແດງ​ການ​ຕັດ​ເຈ້​ຍ​ໃຫ້​ເປັນ​ຮູບ.
 
ປັດ​ຈຸບັນ,​ຢູ່ເມືອງ​ອຽນອ່ານ​ທີ່​ລຸງ​ຈ່າງ​ຈື້ຈຸ້ນ​ອາ​ໄສ​ຢູ່​ນັ້ນ​ມີ​ຫຼາຍ​ຄອບຄົວ​ໄດ້​ຮັບ​ຮູ້​ຄຸນ​ຄ່າ​ຂອງ​ເຮືອນ​ຖ້ຳ​ທີ່​ອາ​​ໄສ​ມາ​ຫຼາຍ​ເຊັ່ນ​ຄົນ,​ແລະ​ນຳ​ໃຊ້​ເຮືອນ​ຖ້ຳ​ມາ​ພັດທະ​ນາ​ການທ່ອງ​ທ່ຽວ,​ປົວ​​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ.​ເມືອງ​ອຽນ​ອ່ານ​ກໍ່​ໄດ້​ບຸກ​ເບີກ​ແຫຼ່ງທ່ອງ​ທ່ຽວ​ທີ່​ຖື​ເຮືອນ​ຖ້ຳ​ເປັນ​ຫົວ​ຂໍ້,​ສະ​ແດງ​ຄວາມ​ມີ​ສະ​ເໜ​ຂອງ​ເຮືອນ​ຖ້ຳ​ຕໍ່​ພາຍ​ນອກ.​ໂຮງ​ແຮມ​ຖ້ຳ​ຫີນ​ອຽນ​ອ່ານ​ຊຸມ​ສິ່ງ​ກໍ່ສ້າງ​ເຮືອນ​ຖ້ຳ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກຕັ້ງ​ຢູ່​ພູ​ຢາງ​ເຈ່ຍ​ລິງ,​ປັດຈຸ​ບັນ​ໄດ້​ກາຍ​ເປັນ​ຈຸດ​ຮຸ່ງ​ໃໝ່​ຂອງ​ການທ່ອງ​ທ່ຽວ​ເມືອງ​ອຽນ​ອ່ານ.​ໂຮງ​ແຮມ​ນີ້​ແມ່ນ​ສ້າງ​ຂຶ້ນ​ເທິງ​ພູ,​ລວມມີ​300​ຖ້ຳ​ຈັດ​ເປັນ8​ແຖວ​ທີ່​ສູງ​ຕ່ຳ​ຕ່າງ​ກັນ.​ຢູ່​ເທິງ​ຝາ​ຖ້ຳ​ໄດ້​ແຂ​ວນ​ຮູບ​ພາບ​ທີ່​ແຕ້ມ​ໂດຍ​ຊາວ​ກະ​ສິ​ກອນ​ທ້ອງ​ຖິ່ນ.​ຢູ່​ປ່ອງ​ຢ້ຽມພະ​ນັກ​ໄມ້​ໄດ້ຕິດ​ຮູບ​ຕັດ ເຈ້ຍ,​ຢູ່​ເທິງ​ແທ່ນ​ປ່ອງ​ຢ້ຽມ​ໄດ້​ວາງ​ດອກ​​ໄມ້​ສົດ.​ຢູ່​ໜ້າ​ປະຕູ​ເຮືອນ​ຖ້ຳ​ທຸກ​ຊັ້ນ​ມີ​ໂມ້​ຫີນ,​ເຄື່ອງ​ບົດ​ຫີນ​ແລະ​ໂຕະ​ຫີນ​ຕັ່ງ​ຫີນ​ເປັນ​ຕົ້ນ,​ປ່ຽມ​ລົ້ນ​ໄປ​ດ້ວຍ​ບັນຍາ​ກາດ​ຂອງ​ຄອບ​ຄົວ​ຊາວ​ກະສິ​ກອນ.​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ທີ່​ຕ່າງ​ກັນ​ຂອງ​ແຂກ​ທ່ອງ​ທ່ຽວ,​ຢູ່​ບາງ​ເຮືອນ​ຖ້ຳ​ໄດ້​ວາງ​ຕຽງ,​ຍຸກ​ປັດຈຸ​ບັນ.​ຢູ່​ອີກ​ບາງ​ເຮືອນ​ຖ້ຳ​ພັດ​ໄດ້​ວາງ​ຕຽງ​ແບບ​ດັ້ງ​ເດີມ.​ຢູ່ໃນ​ເຮືອນ​ຖ້ຳ​ຍັງ​ມີ​ຫ້ອງ​ນ້ຳ​ອີກ​ດ້ວຍ,​ມີ​ຂອງໃຊ້​ປະ​ຈຳ​ວັນ​ຄົບ​ຖ້ວນ​,ທັງ​ສະ​ອາດ​ທັງ​ເປັນ​ລະບຽບ​ຮຽບຮ້ອຍ.
 
ແຕ່​ວ່າ,​ໃນ​ຂະ​ນະ​ທີ່​ຄົນ​ຕ່າງ​ຖິ່ນ​ຫຼວງ​ຫຼາຍ​ມາ​ສຳ​ຜັດ​ຊີວິດ​ໃນ​ເຮືອນ​ຖ້ຳ​ນັ້ນ,​ຊາວ​ກະສິ​ກອນ​ບາງ​ຄົນ​ຂອງ​ທ້ອງ​ຖິ່ນ​ໄດ້​ຮຽນ​ນຳ​ໄທ​ເມືອງ​ຍ້າຍ​ອອກ​ຈາກ​ເຮືອນ​ຖ້ຳ,​ປຸກ​ເຮືອນ​ຊັ້ນ​ດຽວ​ຫຼື​ສອງ​ຊັ້ນ​ທີ່​ກວ້າງ​ຂວາງ.​ໃນ​ເວລາ​ເອົາ​ຂ່າວ​ຢູ່​ເມືອງ​ອຽນ​ອ່ານ,​ນັກ​ຂ່າວ​ໄດ້​ເຫັນ​ເຮືອນ​ຢູ່​ແບບ​ໃໝ່​ຫຼາຍ​ຫຼັງ​ຢູ່​ຊົນ​ນະບົດ,​ສະຫຼັບ​ຊັບ​ຊ້ອນ​ກັນ​ກັບ​ເຮືອນ​ຖ້ຳ​ແບບ​ດັ້ງ​ເດີ​ມ​ຢູ່​ເທິງ​ເປີ້ນ​ພູ​ຫຼັງ​ເຮືອນ​ແບບ​ໃໝ່​.


1  2