ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 19:43:43    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເຈົ້າ​ຊີ​ວິດ​ແລະ​ພັກ​ການ​ເມືອງ​ຂອງ​ເນ​ປານ​ທີ່​ໄດ້​ທຳຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ຄວາມ​ປອງ​ດອງ​ກັນ​ທາງ​ການ​ເມືອງ​ແລະ​ຟື້ນ​ຟູ​ຄວາມ​ສະ​ຫງົບ​ຂອງ​ສັງ​ຄົມ

cri
ຕາມຂ່າວCRI,ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ25ເມສາ,ທ່ານ
ຊິນກ່າງໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນສະແດງຄວາມຊົມ
ເຊີຍຕໍ່ເຈົ້າຊີວິດແລະພັກການເມືອງຂອງເນປານທີ່ໄດ້ທຳຄວາມພະຍາຍາມເພື່ອ
ບັນລຸຄວາມຖືກຕ້ອງປອງດອງກັນທາງການເມືອງແລະຟື້ນຟູຄວາມສະຫງົບຂອງ
ສັງຄົມ.ຈີນຍິນດີໃຫ້ເນປານມີສັນຕິພາບ,ຄວາມປອງດອງກັນ,ສະຖຽນລະພາບແລະ
ການພັດທະນາ.

ໃນສອງອາທິດມານີ້,ແຫ່ງຕ່າງໆຂອງເນປານໄດ້ມີການແຫ່ຂະບວນສະແດງກຳລັງ
ເກີດຂຶ້ນຢ່າງຂະໜາດໃຫຍ່,ນະຄອນຫຼວງກັດມັນດູໄດ້ເລີ່ມເຂົ້າສູ່ສະພາວະສຸກເສີນ
ແລະຫ້າມສັນຈອນໃນຍາມກາງຄືນແຕ່ວັນທີ5ເມສາເປັນຕົ້ນມາ.ຕອນຄ່ຳວັນທີ24ເມ
ສາ,ສົມເດັດຈານັນດຼາ ເຈົ້າຊີວິດເນປານຊົງກ່າວວ່າ, ຈະຟື້ນຟູສະພາເນປານທີ່ຖືກ
ຍຸບ,ພ້ອມກັນນັ້ນ,ສົມເດັດໄດ້ເຊີນສະຫະພັນ7ພັກຝ່າຍຄ້ານເນປານມາສົນທະນາກັບ
ສົມເດັດໃນວັນທີ28ເມສາ.