ທ່ານຫູຈີນທາວຝາກໂທລະເລກໄປຍັງທ່ານນົງດຶກແໝ້ງ ຊົມເຊີຍທ່ານທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມອີກເທື່ອໜຶ່ງ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 25 ເມສາ, ທ່ານຫູຈີນທາວ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດຈີນທີ່ພວມຢ້ຽມຢາມມາລົກທາງລັດຖະກິດໄດ້ຝາກໂທລະເລກໄປຍັງທານນົງດຶກແໝ້ງ, ສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມອີກເທື່ອໜຶ່ງ.
ໃນໂທລະເລກ, ທ່ານຫູຈີນທາວກ່າວວ່າ: ພວກຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນວ່າ, ໃນ 20 ປີມານີ້, ໂດຍສະເພາະແມ່ນຫຼັງຈາກກອງປະຊຸມໃຫຍ່ຜູ້ແທນພັກກອມມູນິດຫວຽດນາມຄັ້ງທີ 9 , ຫວຽດນາມໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ທີ່ປະຈັກຕາຄົນໃນການສ້າງສາສັງຄົມນິຍົມແລະພາລະກິດປ່ຽນແປງໃໝ່, ສັງຄົມການເມືອງໝັ້ນຄົງຍາວນານ, ເສດຖະກິດພັດທະນາຢ່າງວ່ອງໄວແລະສືບເນື່ອງ, ຖານະສາກົນກໍສູງຂຶ້ນຢ່າງເດັ່ນຊັດ. ຂ້າພະເຈົ້າເຊື່ອວ່າ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມແລະການຊີ້ນຳຂອງແນວທາງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 10, ການສ້າງສັງຄົມນິຍົມແລະພາລະກິດປ່ຽນແປງໃໝ່ຂອງຫວຽດນາມຍ່ອມຈະສືບຕໍ່ພັດທະນາໄປໜ້າຢ່າງສະດວກ. ການພົວພັນໄມຕີຈິດຖານບ້ານໃກ້ເຮືອນຄຽງແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຈີນຫວຽດນາມຍ່ອມຈະໄດ້ຮັບການປັບປຸງແລະເພີ່ມທະວີຢ່າງບໍ່ຢຸດຢັ້ງແນ່ນອນ.
|
|