ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 21:06:44    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ ຢ່າງ​ເໝາະ​ສົມ

cri Author: min
ຕາມ​ຂ່າວ CRI: ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເວົ້າ​ວ່າ, ​ໃນ່ບັນຫາ​ນິວ​ເຄຼຍ​ອີຣານ, ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ຈົ່ງຮັກສາ​ການທ່າ​ທີ​ອົດ​ກັ້ນ, ສະ​ແດງ​ຄວາມ​ມີ​ໄຫວພິບຄ່ອງ​ແຄ້ວ, ສ້າ​ງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ຢ່າງ​ເໝາະ​ສົມ.

​ວັນ​ທີ 24 ​ເມສາ, ທ່ານອາ​ຮາ​ມາດີ ​ເນຈັດ ປະທາ​ນາທິ​ບໍດີ​ອີຣານກ່າວ​ເຕືອນ​ຢູ່​ເຕ​ເຮຣານວ່າ, ການຮ່ວມ​ມື​ກັບ​ອົງການ​ພະລັງງານ​ປະລະ​ມາ​ນູ​ສາກົນ​ພາຍ​ໃນ​ຂອບ "ສົນທິ​ສັນຍາ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ​" ​ແມ່ນນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ອີຣານ. ຖ້າ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ເຈດ​ຕະນາ​ຂັດ​ຂວາງ​ບໍ່​ໃຫ້​ອີຣານ​ມີ​ສິດ​ນິວ​ເຄຼຍ​ອັນ​ຊອບ​ທຳ​ແລ້ວ, ອີຣານ​ກໍຈະ​ພິຈາລະ​ນາ​ນະ​ໂຍບາຍ​ນິວ​ເຄຼຍ​ຂອງ​ຕົນ​ຄືນ​ໃໝ່.