|
 |
(GMT+08:00)
2006-04-25 21:13:39
|
 |
ມຽນມາສະໜັບສະໜູນການສ້າງທາງດ່ວນຂໍ້ມູນຂ່າວສານອະນຸພາກພື້ນແມ່ນ້ຳຂອງ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 24 ເມສາ, ໃນເວລາພົບປະທ່ານວາງຊູຕົ່ງ ລັດຖະມົນຕີກະຊວງອຸດສາຫະກຳຂໍ້ມູນຂ່າວສານຈີນທີ່ໄປຢ້ຽມຢາມເມືອງປິ່ນມະນາ, ທ່ານໂຊວີນ ນາຍົກລັດຖະມົນຕີມຽນມາເວົ້າວ່າ, ການສ້າງທາງດ່ວນຂໍ້ມູນຂ່າວສານອະນຸພາກພື້ນແມ່ນ້ຳຂອງ, ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ການພັດທະນາຂອງປະເທດຕົນທໍ່ນັ້ນ, ຍັງມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດສັງຄົມໃນອະນຸພາກພື້ນນຳອີກ.
ທ່ານໂຊວີນເວົ້າວ່າ, ມຽນມາໃຫ້ຄວາມສຳຄັນແລະສະໜັບສະໜູນການສ້າງທາງດ່ວນຂໍ້ມູນຂ່າວສານອະນຸພາກພື້ນແມ່ນ້ຳຂອງໂດຍໄວ. ທ່ານກ່າວເນັ້ນວ່າ, ມຽນມາແລະຈີນແມ່ນປະເທດເພື່ອນມິດ, ມຽນມາຍິນດີເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດຕ່າງໆ, ຄືຂໍ້ມູນຂ່າວສານແລະໂທລະຄົມເປັນຕົ້ນ.
ໃນໄລຍະຢ້ຽມຢາມ, ສອງຝ່າຍຈີນມຽນມາຍັງໄດ້ຈັດການພົບປະໂດຍຈຳເພາະກ່ຽວກັບການສ້າງທາງດ່ວນຂໍ້ມູນຂ່າວສານອະນຸພາກພື້ນແມ່ນ້ຳຂອງແລະການເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳຂໍ້ມູນຂ່າວສານລະຫວ່າງຈີນກັບມຽນມ້າ.
|
|
|