ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 23:10:09    
ງານ​ວາງສະ​ແດງ​ແຜ່ນ​ແພຈີນ​ໃນ​ລະດູ​ໃບ​ໄມ້​ປົ່ງ

cri Author: da


ໃນ​ຫຼາຍ​ປີ​ມາ​ນີ້ ຂະ​ແໜງ​ການ​ແຜ່ນ​ແພ​ອາພອນ​ຂອງ​ຈີນ​ໄດ້​ພັດທະນາ​​ໄວ​ຫຼາຍ,ຜະລິດ​ຕະພັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບ​ຈາກ​ຜູ້​ບໍລິ​ໂພ​ກຢູ່​​ຈີນ​ແລະ​ຕ່າງປະ​ເທດ.​ແຕ່​ວ່າ​ທ່ານ​ອາດ​ຈະ​ບໍ່​ຮູ້​ວ່າ,​ໃນ​ລະດູ​ໃບ​ໄມ້​ປົ່ງ​ທຸກປີ,ຂະ​ແໜງ​ການ​​ແຜ່ນ​​ແພ​ຈີນ​ລ້ວນ​ແຕ່​​ໄດ້​ຈັດ​ງານ​ສະ​ແດງ​​​ແຜ່ນ​ແພອາພອນ​ຢູ່​ປັກ​ກິ່ງຢ່າງ​ລຽນຕິດ,​ເພື່ອ​​ໂຮມ​ສູນ​ວາງສະ​ແດງ​ຝ້າຍ​ເສັ້ນ ​​ແຜ່ນ​ແບບ​ແລະ​ເຄື່ອງນຸ່ງ ​ເຊິ່ງ​​ເປັນ​ຂອດ​ຕ່າງໆ​​ໃນ​ຕ່ອງ​ໂສ້​ອຸດສາຫະກຳ​​ແຜ່ນ​ແພອາພອນ.ຖ້າ​ທ່ານຢາກ​ຊື້​ແຜ່ນ​​ແພ,ງານວາງສະ​ແດງ​ເຫຼົ່າ​ນີ້​ຈະ​ສະໜອງ​ຂໍ້​ມູນ​ຂ່າວສານອັນ​ພຽງພໍ​ໃຫ້​ທ່ານ,​ຈະເລືອກຊື້​ຜະລິດຕະພັນ​ທີ່​ພໍ​ໃຈ.​

ວັນ​ທີ 26 ​ມີນາ,ສັບປະດາ​​ແຟຊັນສາກົນ​ຈີນ​ປີ 2006 ທີ່​ຖືກ​​ເອີ້ນ​ເປັນ"​ລູກ​ສອນ​ບອກ"ການ​ປ່ຽນ​ແປງ​ໃນ​ຕະຫຼາດ​​ອາພອນ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນຢູ່​ປັກ​ກິ່ງ,​ເຊິ່ງ​ເປັນ​ການ​ເປີດສາກງານ​ວາງສະ​ແດງ​​ແຜ່ນ​ແພ​ອາພອນ​ໃນ​ລະດູ​ໃບ​ໄມ້​ປົ່ງ.​ໃນ​ໄລ​ຍະສັບປະດາໜຶ່ງ​​,​ບົນ​ເວທີ​ຮູບ T ນັກ​ເດີນ​ແບບ​ໄດ້​ສະ​ແດງ​ສິ່ງ​ປະພັນ​ແຟຊັນ​ຫຼ້າ​ສຸດ​ຂອງ​ພວກ​ຊ່າງ​ອອກ​ແບບ​ເຄື່ອງ​ນຸ່ງ​ຍີ່​ຫໍ້​ຊື່​ດັງຂອງ​ຈີນ​ແລະ​ຕ່າງປະ​ເທດ.​ໃນ​ສິ່ງ​ປະພັນ​ເຫຼົ່າ​ນີ້,ທ່ານ​ຈະ​ໄດ້​ຮູ້​ແງ່​ຂະຫຍາຍ​ຂອງ​ອາພອນ​ທີ່​ນິຍົມ​ກັນ​ຢູ່​ທົ່ວ​ໂລກໃນ​ປີ​ນີ້​ແລະ​ປີໜ້າ.​ສີເຄື່ອງນຸ່ງ​ຜູ້ຍິງ​ແມ່ນ​ສີ​ແດງ ສີໝາກກ້ຽງ ສີ​ບົວ ສີຂາວ​ແລະ​ສີຄຳ​ເປັນຕົ້ນຕໍ,​ໃນ​ຂະນະ​​ໃຫ້​​​ເນັ້ນໜັກເຄື່ອງນຸ່ງ​ອອນຊອນ​ຕານັ້ນຈະ​ຍິ່ງ​ສ່ອງ​ແສງ​ລັກສະນະ​ສຸພາບ​ບໍລິສຸດ​ຂອງ​ຜູ້ຍິງ.ສີ​ແຈ້ງ​ສະຫວ່າງຂອງຜູ້ຊາຍຈະ​​ເປັນ​ແຟຊັນ,ສີ​ເຫຼືອງ ສີ​ບົວ​ແກ່​ແລະ​ສີໝາກກ້ຽງ​ເປັນຕົ້ນຈະ​ກາຍ​ເປັນ​ສີ​ນິຍົມ​ຂອງ​ຜູ້​ຊາຍ​ໃນ​ລະດູ​ຮ້ອນ​ປີ​ນີ້,ຮູບ​​ເຄື່ອງນຸ່ງ​ກໍ​ຈະ​ມີ​ລັກສະນະ​ນຸ່ງ​ສະບາຍ​ແລະລັກສະນະ​ທົ່ວ​ໄປ.
​ເຄື່ອງນຸ່ງ​ຜູ້​ຊາຍຍິ່ຫໍ້"ຫົງ​ຊ່ານ​ຊູ້"​ໄດ້​ສະ​ແດງ​ 100 ກວ່າ​ຊຸດທີ່​ມີ​ເອກະລັກ​ຕ່າງ​ກັນ​ໃນ​ງານ​ສັບປະດາ​​ແຟຊັນ.ທ່ານ​ນາງຈ້າວ ຊ່າງ​ອອກ​ແບບ​ເຄື່ອງ​ນຸ່ງ​ຂອງ​ຍິ່ຫໍ້​ນີ້​ໄດ້​ແນະນຳ​ຈຸ​ດພິ​ເສດ​ຂອງ​ສິ່ງ​ປະພັນ​ຂອງ​ຕົນ​ວ່າ:

"ຂ້າພະ​ເຈົ້າ​ໄດ້​​ປະສົມ​ປະສານ​ປັດ​ໄຈ​ຕ່າງ​ກັນ​ໃຫ້​ເຂົ້າກັນ,​ເຊັ່ນ​ແຜ່ນ​ແພບາງ​ກັບ​ໜັງ​ຫຍິບ​ເຂົ້າກັນ,ຝ້າຍ​ກັບປານ,ໄໝ​ກັບ​ຝ້າຍ​ເປັນຕົ້ນ,​ໃຫ້​ປັດ​ໄຈ​ຕ່າງ​ກັນ​ຢູ່​ນຳ​ກັນ​ເພື່ອ​ໃຫ້​ມີ​ຜົນສະທ້ອນ​ຕ່າງ​ກັນ.​ໃນຊຸດ​ພັກຜ່ອນ ຂ້າພະ​ເຈົ້າ​ໄດ້​ໃຊ້​ວິທີ​ດັດ​ຫຍິບ​ເຄື່ອງ​ແບບຫຼາຍ​ຢ່າງ,​ສ່ວນ​ເຄື່ອງ​ແບບພັດ​ໄດ້​ໃຊ້​ສີມື​ຕັດຫຍິບ​ຊຸດ​ພັກຜ່ອນ​ຈຳນວນ​ໜຶ່ງ.ຂ້າພະ​ເຈົ້າຫວັງ​ໃຫ້​ຜູ້​ຊາຍ​ບໍ່​ຕ້ອງ​ນຸ່ງ​ເຄື່ອງ​ຕາຍ​ຕົວ,​ໃຫ້ມີ​ການ​ປ່ຽນ​ແປງຫຼາຍ."

ຖ້າສັບປະດາ​ແຟຊັນສາ​ກົນ​ແມ່ນ​​ແທ່ນ​ສຳລັບ​ໃຫ້​ທ່ານ​ຮູ້ທ່ວງທ່າ​ນິຍົມ​ຂອງ​ວົງ​ການ​ແຟຊັນ​ໃນ​ອະນາຄົດ,ສ່ວນ​ງານ​ເອັກສ໌​ໂປ​ອາພອນ​ແລະ​ເຄື່ອງ​ເອ້​ສາກົນ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ດຽວ​ກັນ​ກັບ​ສັບ​ປະ​ດັນ​ແຟຊັນນັ້ນ ຈະ​ເຮັດ​ໃຫ້​ທ່ານ​ໄປ​ເລາະ​ຢູ່​ທະ​ເລ​ອາພອນ.ງານ​ເອັກສ໌​ໂປ​ປີ​ນີ້​ໄດ້​​ເອົາ​ຍິ່ຫໍ້​ອາພອນ​ແລະ​ເຄື່ອງ​​ເອ້​ພັນ​ກວ່າ​ຢ່າງ​ຂອງ 18 ປະ​ເທດ​ແລະ​ເຂດ​ແຄວ້ນມາ​ວາງສະ​ແດງ,ຟົດ​ຟື້ນ​ຄຶກຄື້ນ​ທີ່​ສຸດ.ພໍ່ຄ້າ​ຂອງ​ຕ່າງປະ​ເທດຜູ້​ໜຶ່ງ​ເວົ້າວ່າ,ຢູ່​​ແຫ່ງ​ນີ້,ທ່ານ​ຈະຮູ້ສຶກເຖິງ​ຈຸດ​ພິ​ເສດ​ຂອງ​ອາພອນ​ຈີນ​ທີ່​ມີ​ຊະນິດ​ຄົບ​ຖ້ວນແລະ​ລາຄາ​ພໍ​ດ້າມ​ພໍດີ​ຢ່າງ​ແທ້​ຈິງ.

ນອກຈາກ​ອາພອນ​ສຳ​ເລັດ​ຮູບ​ແລ້ວ,ບັນດາງານ​ວາງສະ​ແດງ​ຂອງ​ຂະ​ແໜງ​ການ​​​ແຜ່ນ​​ແພນ​ອາພອນ​ໃນ​ລະດູ​ໃບ​ໄມ້​ປົ່ງ​ຍັງ​ລວມທັງ​ງານ​ເອັກສ໌​ໂປ​ວິຊາ​ສະ​ເພາະ​ຂະໜາດ​ນ້ອຍ​ທີ່​ສະ​ແດງ​ຜະລິດ​ຕະພັນ​ຂັ້ນຕົ້ນ​ເຊັ່ນ​ແຜ່ນ​ແພ.​ໃນ​ງານ​ເອັກສ໌​ໂປ​ທີ່​ຖື​​ແຜ່ນ​ແພເປັນ​ຫົວ​ຂໍ້​ນັ້ນ,​ໂຮງງານ​ຜ້າ​ກຳ​ມະ​ຍີ່​ເມືອງ​ຊ່ຽນ​ຖາວ​ແຂວງ​ຫູ​ປາຍ ພາກ​ກາງຂອງ​ຈີນ​ໄດ້​ສະ​ແດງ​ຜ້າ​ກຳ​ມະ​ຍີ່ທີ່​ມີ​ເນື້ອ​ຜ້າ​ແລະ​ສີ​ຕ່າງ​ກັນ​ຈົນ​ຫຼາຍ​ຮ້ອຍ​ຊະນິດ.ທ່ານ​ຈັ່ງ​ຊ່ຽນ​ລ້ຽງ ຫົວໜ້າໂຮງງານດັ່ງກ່າວ​ແນະນຳ​ຕໍ່​ນັກ​ຂ່າວ​ວ່າ:

"​ປີ​ໃດພວກ​ຂ້າພະ​ເຈົ້າກໍ​ໄດ້​ຜະລິດ​ຜະລິດ​ຕະພັນ​ໃໝ່​ຈຳນວນ​ໜຶ່ງ​​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ຕະຫຼາດທີ່​ຕ່າງ​ກັນ.​ເຊັ່ນ:ຕະຫຼາດ​ຢູ່ພາກ​ເໜືອ,ດິນ​ຟ້າ​ອາກາດ​ແຫ້ງ,ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ມີ​ໄຟ​ຟ້າ​ສະຖິດ,ພວກ​ຂ້າພະ​ເຈົ້າ​ເອົາໃຍ​ນຳ​ໄຟຟ້າປົນ​ໃສ່;ດຽວ​ນີ້ ພວກຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ນຳ​ການ​ອະນຸລັກ​ສິ່ງ​ແວດລ້ອມ,​ໄດ້​ບຸກ​ເບີກ​ເຕັກນິກ​ດັບ​ແມ່​ພະຍາດ.ດຽວ​ນີ້ ຜະລິດ​ຕະພັນ​ຂອງ​ພວກຂ້າພະ​ເຈົ້າໄດ້​ມີ​ຊື່​ລື​ນາມ​​ໃນສ່ວນໃດ​ສ່ວນໜຶ່ງຢູ່​ຕ່າງປະ​ເທດ​ແລ້ວ,ການ​ສົ່ງ​ອອກ​​ມີປະມານ 40%,ຕົ້ນຕໍ​ແມ່ນ​ສົ່ງ​ໄປ​ຂາຍ​ຢູ່​ເອີ​ລົບ​ແລະ​ຍີ່​ປຸ່ນ."

​ເສັ້ນຊະນິດ​ຕ່າງໆ​ທີ່ປະກົດ​ຕົວ​ໃນ​ງານ​ວາງສະ​ແດງ​ລະດູ​ໃບ​ໄມ້​ປົ່ງປີ​ນີ້,​ມີເສັ້ນປ່ານ,​ເສັ້ນຝ້າຍ,ມີ​ໃຍທາດ​ໂປຼຕິນຂອງ​ໝາກ​ຖົ່ວ​ເຫຼືອງ,ຍັງ​ມີ​ໃຍ​ທາດ​ໂປຼຕິນ​ນົມງົວຊະນິດ​ໃໝ່.ທ່ານ​ເຈິ້ງ​ອື ຮອງ​ຜູ້ອຳນວຍການ​​ບໍລິສັດເຈີ້​ງ​ເຈ່ຍ​ຊຽງ​ໄຮ້​​​​ວິ​ທະຍາ​ສາດ​ເຕັກນິກ​ນົມງົວ​ຈຳກັດ​ເວົ້າວ່າ,​ເສັ້ນໃຍທາດ​ໂປຼຕິນນົມງົວ​ທີ່​ພວກ​ເຂົາ​ເຈົ້າຜະລິດ​ນັ້ນ ລຽບມື່ນ​ໝືອນຜີວໜັງຄົນ​ເຮົາ. ທ່ານ​ເວົ້າວ່າ:

"ນີ້​ແມ່ນ​ວັດຖຸ​ດິບ​ແຜ່ນ​ແພ​ຊະນິດ​ໃໝ່,ມີ​ພາບ​ອະນາຄົດ​ອັນ​ກວ້າງຂວາງ.​ແມ່ນ​ກັ່ນ​ເອົາຈາກທາດ​ໂປຼຕິນຂອງ​ນົມງົວ.​ເມື່ອທາດ​ໂປຼຕິນຂອງ​ນົມງົວປ່ຽນ​ເປັນ​ໃຍ​ແລ້ວ,ຈະ​ມີ​ລັກສະນະ​ດູດ​​ອ່າວ​ສູງ​,​ໄດ້​ປົວ​ແປງ​ລັກສະນະ​ຕິດ​ຜີວໜັງ​ຂອງ​ໃຍ​ທຳ​ມະ​ດາ,ຖ້າ​ສຳຜັດ​ກັບ​ຜີວ​ໜັງຈະ​ມີ​ທາດ​ບຳລຸງ​ຫຼາຍ​ກວ່າ​."

ບຸກຄົນ​ວົງ​ການ​ອາພອນ​ຈີນ​ມັກ​ເວົ້າວ່າ: "ປັກ​ກິ່ງ​ໃນ​ເດືອນ​ມີນາ​ງາມ​ກວ່າ​ໝູ່",ນີ້​​ຍ້ອນ​ວ່າ ງານ​ວາງສະ​ແດງ​​ແຜ່ນ​ແພອາພອນ​ຂະໜາດ​ໃຫຍ່​ແລະ​ຂະໜາດ​ນ້ອຍ​ໄດ້​ປະດັບ​ປະດາ​ປັກ​ກິ່ງ,​ເຮັດ​ໃຫ້​ປັກ​ກິ່ງ​ມີແຟຊັນສວຍ​ງາມ.ທ່ານ​ຊຸ່ນ​ເຫວີຍ​ປິ່ນ ​ໂຄສົກ​ຖະ​ແຫຼ​ງຂ່າວ​​ງານ​ສຳມະ​ນາອຸດສາຫະກຳ​​ແຜ່ນ​ແພຈີນ​ເວົ້າວ່າ,ການຈັດ​ງານ​ວາງສະ​ແດງ​​ແຜ່ນ​ແພອາພອນ​ໃນ​ລະດູ​ໃບ​ໄມ້​ປົ່ງ,​ແມ່ນ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຈະຊື້​ຜະລິດຕະພັນ​ທຸກ​ຊະນິດ​ຢູ່​ປັກ​ກິ່ງ​ໄດ້,ຮູ້​ທ່ວງທ່າ​ແຟຊັນ;ພ້ອມ​ກັນນັ້ນ,​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຂະ​ແໜງ​ການ​​ດຽວຢູ່ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ.ທ່ານ​ຊຸ່ນ​ເວົ້າວ່າ:

"ມັນ​ແມ່ນ​ງານ​ວາງສະ​ແດງ​ຢ່າງ​ເປັນ​ລະບົບ,ພ້ອມ​ກັນນັ້ນໄດ້​ສ່ອງ​ແສງທົ່ວ​ຂ​ະ​ແໜງ​ການ​ແຜ່ນ​ແພຢູ່​​ຍ່ານ​ເໜືອ​ກັບ​ຍ່ານ​ໃຕ້ຕິດ​ຕໍ່​ເຂົ້າກັນ.ໃຫ້​ຂະ​ແໜງ​ການ​ຕ່າງໆຢູ່​ຍ່ານ​ເໜືອ​ກັບ​ຍ່ານ​ໃຕ້ວາງສະ​ແດງ​ແລະ​ແລກປ່ຽນ​ກັນ​ຢູ່​ບ່ອນ​ດຽວ​ໃນ​ໄລຍະ​ດຽວ,​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ສະ​ເໜ,ຍິ່ງ​ກວ່າ​ນັ້ນ​ແມ່ນ​ເພື່ອຊຸກຍູ້ຕ່ອງໂສ້ອຸດສາຫະກຳ​​ໃຫ້ເຊື່ອມ​ໂຍງ​ເຂົ້າກັນ,​ເຮັດ​ໃຫ້​ທົ່ວ​ອຸດສາຫະກຳ​ເລື່ອນ​ຂັ້ນ.​ເພາະວ່າ ງານ​ວາງສະ​ແດງ​ເຫຼົ່າ​ນີ້​ມີ​ລະດັບສາກົນ​ອ່າວ​ສູງ,ນັກທຸລະກິດ​ຕ່າງປະ​ເທດ​ມາ​ເຂົ້າຮ່ວມງານ​ວາງ​ສະ​ແດງກໍ​ຫຼາຍ.ນີ້​ແມ່ນ​ຄວາມ​ຄິດ​ຫົວທີຂອງ​ພວກຂ້າພະ​ເຈົ້າທີ່​ຈັດ​ງານ​ວາງສະ​ແດງ​ຂະໜາດ​ໃຫຍ່​ຢ່າງ​ເປັນ​ລະບົບ."

​ໃນ​ຫຼາຍ​ປີ​ມາ​ນີ້,ງານ​ວາງສະ​ແດງ​ຂອງຂະ​ແໜງ​ການ​ແຜ່ນ​ແພໃນ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ນະຄອນ​ປັກ​ກິ່ງ​ໄດ້​ດຶງ​ດູດ​ນັກທຸລະ​ກິດ​ຕ່າງປະ​ເທດ​ຫຼວງຫຼາຍ​ມາຈັດ​ຊື້​ຜະລິດ​ຕະພັນ.ທ່ານ​ຊາ​ເຈ ມັກ​ແຕງ ຂອງ​ບໍລິສັດໂນ​ວາລິ​ນຈຳກັດ​ວິ​ສາ​ຫະກິດ​ຕ່ຳແຜ່ນ​ຊື່​ດັງຝຣັ່ງບອກ​ນັກ​ຂ່າວ​ວ່າ,ບໍລິສັດ​ພວກ​ເຂົາ​ເຈົ້າມາ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ທຸກປີ,​ເພື່ອ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບຂະ​​ແໜງ​ການດຽວ​ກັນ​ຂອງ​ຈີນ.ທ່ານ​ເວົ້າວ່າ:

"ນີ້​ແມ່ນ​ໂອກາດ​ດີ​ທີ່​ແລກ​ປ່ຽນ​​ກັບ​ຂະ​ແໜງ​ການດຽວ​ກັນ​ຂອງ​ຈີນ,​ຢູ່​ນີ້ ຂ້າພະ​ເຈົ້າມີ​ໝູ່​ເພື່ອນ​ຈຳນວນ​ຫຼວງ​ຫຼາຍ.​ຕາບ​ໃດ​ໄດ້​ເຫັນ​ຜະລິດ​ຕະພັນ​ທີ່​ເໝາະ​ສົມ​ແລ້ວ,ພວກຂ້າພະ​ເຈົ້າ​ກໍ​ເຊັນຂໍ້ຜູກ​ພັນ​ຊື້​ເອົາ​ໂລດ,ພ້ອມ​ກັນນັ້ນ ພວກຂ້າພະ​ເຈົ້າກໍ​ຈະ​ຂາຍ​ຜະລິດ​ຕະພັນ​ໃຫ້​ລູກ​ຄ້າທີ່​ເໝາະ​ສົມ."