ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 15:51:41    
CD ​ແຜ່ນ​ທຳ​ອິດ​ຂອງ​ຄະນະ​ດົນຕີ​ໄອ້​ເຢ້

cri Author: da


ໃນ​ແຜ່ນCD"ຂອບ​ຟ້າ",ທ້າວ​ວັງ​ຊ່າວ​ທີ່​ຊ່າງ​ເພງ,ກໍ​ຮ້ອງ​ເອງ​ເປັນ​ເທື່ອ​ທຳ​ອິດ,ລາວ​ໄດ້​ຮ້ອງ​ຮ່ວມ​ກັບ​ນາງສິ​ລີ້​​3​ເພງ,​ເຊັ່ນ​ເພງ dian ying jiao pian "ຟີມຮູບ​ເງົາ",​ເພງ di ping xian xia de shan dian "ຟ້າ​ແມບ​ຢູ່​ເສັ້ນຂອບ​ຟ້າ",​ແລະ​ເພງ yi wu fan gu "​ບໍ່​ຖອຍຄືນ​ຫຼັງ".ຕໍ່​ໄປ​ເຊີນ​ຟັງ​ເພງ"ຟີມຮູບ​ເງົາ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ສິ​ລີ້​ແລະ​ທ້າວ​ວັງ​ຊ່າວ,ເປັນ​ເພງ​ຈັງຫວະ​ລັອກ​ແອນ​ໂລ​ນ​ແບບ​ອັງກິດ​ແລະ​ຈັງຫວະ Hip-Hop,ທັງ​ມີ​ເອກະລັກ​ຂອງ​ຄະນະ​ດົນຕີ​​ເອງອີກ​ດ້ວຍ.(ປ່ອຍ​ເພງ)

"​ເຖິງ​ວ່າ​ເຈົ້າ​ໄດ້ມາປະກົດ​ຕົວ​ຢູ່​ບ່ອນ​ເກົ່າ​,​ແຕ່ຢ່າ​ຄຶດ​ວ່າ​ຂ້ອຍ​ບໍ່​ເຫັນຄວາມ​ຈອມ​ປອມຂອງ​ເຈົ້າ,​ເຮົາ​ເຄີຍ​ພົບ​ກັນຢູ່​ເດີ່ນ​ຫຍ້າ​​ແຄມ​ທາງ,ຄື​ກັບ​ເລື່ອງ​​ໃນຮູບ​ເງົາ.ຄຳ​ວ່າບໍ່​ເປັນ​ຫຍັງ,​ແມ່ນ​ຄຳ​ທີ່​ເຈົ້າມັກ​​ເວົ້າ,​ເວລາ​ໄດ້​​​ປ່ຽນ​ແປງ​ທຸກ​ຢ່າງ,ສາຍ​ຮຸງ​ຫຼັງ​ຝົນ​ເອື້ອນໄກ​ແສນ​ໄກ​."​(ປ່ອຍ​​ເພງຈົນ​ໝົດ)

ຄະນະ​ດົນຕີ​​ໄອ້​ເຢ້​ແມ່ນ​ຄະນະ​ດົນຕີ​ທີ່​ມີ​ຄວາມ​ສາມາດ​ດີ​ເດັ່ນ,ຊ່າງ​ແຕ່ງ​ເນື້ອ​ຮ້ອງ ທຳນອງ​ເພງ,ທັງ​ຈັດ​ທຳ ຂັບ​ຮ້ອງ​ແລະ​ສະ​ແດງ,ມີຄວາມ​ຈິງ​ໃຈ​ຕໍ່​ແຟນ​ເພງທັງຫຼາຍ.ເສັ້ນທາງ​ພັດທະນາ​ຂອງ​ພວກ​ເຂົາ​ເຈົ້າ​ເທິງ​ເວທີ​ສິລະ​ປະຈຶ່ງ​ນັບ​ມື້​ນັບ​ກວ້າງ​ອອກ,ມີ​ຊື່​ສຽງ​ຍ້ອນ​ເປັນຄະນະ​ດົນຕີ​ທີ່​ມີ​ຄວາມ​ສາມາດ​ດີ​ເດັ່ນ,​ແລະ​ມີ​ດາລາສອງ​ຄົນທີ່​ແຟນ​ເພງ​ນິຍົມ​ຫຼາຍ".

ມ້ວນທ້າຍ​ລາຍການ​ມື້​ນີ້,​ເຊີນ​ຟັງ​ເພງ"ຟ້າ​ແມບ​ຢູ່​ເສັ້ນຂອບ​ຟ້າ"ທີ່​ຂັບ​ຮ້ອງ​ໂດຍ​ຄະນະ​ດົນຕີ​ໄອ້​ເຢ້.​ເພງ​ນີ້​ໄດ້​ບັນ​ລະ​ຍາຍ​​ເລື່ອງຮັກ​ແບບ​ຟ້າ​ແມບ​ເປັນ​ໜ້າອອນ​ຊອນທີ່​ເກີດ​ຂຶ້ນ​ຢູ່​ໃນລົດ​ໄຟ​ໃຕ້​ດິນ.

"​ເວລາພັບ​ຕາ​ດຽວ​ທີ່​ໄວ​ປານ​ຟ້າ​ແມບ,​ໄດ້​ປະກົດ​ຂຶ້ນບໍ່​ໄວ​ກໍ​ບໍ່​ຊ້າ,ຢູ່​ໃນ​ຕູ້​ລົດ​ທີ່ຄັບຄາ​ໜາ​ແໜ້ນ​​ແຕ່​ສວຍ​ງາມ,ເຮົາ​ທັງສອງ​​ພຽງ​ແຕ່​ເງີຍ​ໜ້າຂຶ້ນ​ພ້ອມ​ກັນ,​ແລ້ວສາຍຕາ​​ເຮົາ​ກໍ​ໄດ້​ພົບ​ກັນ,ຜ່ານ​ຄວາມ​ມືດ​​ແລະຄວາມ​ອົບ​ອຸ່ນ​ທີ່​ຍັງ​ບໍ່​ທັນ​ຊິນເຄີຍ,ຂ້ອຍ​ມີຄວາມ​ສັງຫອນ​​ໃຈ​ອັນ​ພິ​ເສດ​ທີ່​ໄດ້​ມາ​ສຳຜັດ​ສາຍ​ແນນ​ຊາດ​ກ່ອນທີ່​ເລົ່າ​ລື​ກັນ.ນີ້​ແມ່ນ​ທາງ​ທີ່​ຍາວ​ຢຽດ,ຝູງ​ຄົນ​ມາ​ແລ້ວ​ຈາກ​ໄປ,ສະຖານີ​ລົດ​​ໄຟ​ກໍໃກ້​​ເຂົ້າມາ,​ແລ້ວ​ໄກ​ອອກ​ໄປ​ອີກ,ຈັ່ງ​ແມ່ນຂ້ອຍ​ບໍ່​ຢາກ​ໃຫ້​ມີ​ປ້າຍ​ສຸດ​ທ້າຍ​ຈັກ​ເທື່ອ."
1  2  3  4