ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 17:18:38    
ອະ​ດີດ​ເລ​ຂາ​ທິ​ການ​ລັດ​ຖະ​ບານ​ຍີ່​ປຸ່ນ​ຕິ​ຕຽມ​ທ່ານ​ໂຄ​ອີ​ຈູ​ມີ​ຈູ​ນີຊີ​ໂລ​ນະ​ມັດ​ສະ​ການ​ວັດ​ຢາ​ຊື​ຄູ​ນີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ25​ເມສາ,ຢູ່​ທີ່​ໂຕ​ກຽວ,ທ່ານ​ຟູ​ຄູ​ດາ ຢາ​ຊູ​ໂອ ອະ​ດີດ​ເລ​ຂາ​ທິ​ການ​ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ກ່າວ​ປາ​ຖະ​ກະ​ຖາ,​ຕິ​ຕຽນ​ທ່ານໂຄ​ອີ​ຈູ​ມີ​ຈູ​ນີຊີ​ໂລ ນາ​ຍົກ​ລັດ​ຖະ​ມົ​ນຕີ​ຍີ່​ປຸ່ນ​ໄປ​ນະ​ມັດ​ສະ​ການ​ວັດ​ຢາ​ຊື​ຄູ​ນີ​ເລື້ອຍໆ.

ທ່ານ​ຟູ​ຄູ​ດາຢາ​ຊູ​​ໂອ​ກ່າວ​ເນັ້ນ​ວ່າ,ການ​ປົວ​ແປງ​ການ​ພົວ​ພັນ​ກັບ​ປະ​ເທດ​ໃກ້​ຄຽງ​ຢູ່​ອາ​ຊີ​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ​ອັນ​ດັບ​ໜື່ງ​ໃນ​ສະ​ເພາະ​ໜ້າ​ນີ້​ຂອງ​ຍີ່​ປຸ່ນ.ທ່ານ​ກ່າວ​ວ່າ,​ຍີ່​ປຸ່ນ​ຖົກ​ຖຽງ​ກັບ​ຈີນ​ແລະ​ຍີ່​ປຸ່ນ​ບໍ່​ມີ​ຜົນ​ດີ​ຈັກ​ເມັດ.​ນັກ​ການ​ເມືອງ​ຍີ່​ປຸ່ນໃນ​ເມື່ອ​ກ່ອນ​ລ້ວນ​ແຕ່​ລະ​ມັດ​ລະ​ວັງ​ທີ່​ສຸດ​ໂດຍ​ຕະ​ຫຼອດ​ໃນ​ບັນ​ຫາ​ວັດ​ຢາ​ຊື​ຄູ​ນີ.​ເຖິງ​ວ່າ​​ທ່ານ​ໂຄ​ອີ​ຈູ​ມີ​ຈູ​ນີ​ຊີ​​ໂລ​ອະ​ທິ​ບາຍ ​ວ່າ,ການ​​ໄປ​ນະ​ມັດ​ສະ​ການ​ວັດ​ຢາ​ຊື​ຄູ​ນີ​ແມ່ນ​ການ​ກະ​ທຳ​ຂອງ​ສ່ວນ​ບຸກ​ຄົນ​ກໍ​ຕາມ,​ແຕ່​ເວົ້າ​ສຳ​ລັບ​ຜູ່​ໜຶ່ງ​ແລ້ວ,​ໄປ​ນະ​ມັດ​ສະ​ການ​ຊ້ຳແ​ລ້ວ​ຊ້ຳ​ອີກ,​ມັນ​ກໍ​ເປັນ​ບັນ​ຫາ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ25​ເມສາ,ທ່ານ​ຄາ​ໂທ​ໂຄ​ອີ​ຊິ ອະດີດ​ປະທານ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຍີ່​ປຸ່ນກໍ​ໄດ້​ກ່າວປາຖະກະຖາ​ຢູ່​​ໂຕ​ກຽວ.ທ່ານ​ຊີ້​ອອກ​ວ່າ,ມູນ​ເຫດ​ທີ່​ພາ​ໃຫ້​ການ​ຕ່າງ​ປະ​ເທດຂອງ​ຍີ່​ປຸ່ນ​ຢູ່ອາຊີ ປະສົບ​ຄວາມ​ປະລາ​ໄຊ​ກໍ​ແມ່ນ​ຍ້ອນ​ບັນ​ຫາ​ຮັບ​ຮູ້​ປະ​ຫວັດ​ສາດ​ທັງ​ນັ້ນ.​ຖ້າ​ບໍ່​ສະຫຼຸບ​ປະຫວັດສາດ​ແລ້ວ,ຍີ່​ປຸ່ນຈະ​ບໍ່​ສາມາດ​ຢ່ວງ​ບາດ​ກ້າວ​ອັນ​ໜັກ​ແໜ້ນ​ໄດ້.