ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 10:48:33    
ອຸດສາຫະກຳ​ຜະລິດ​ຢຸກ​ຢາ​ຊີ​ວະ​ຊາດ​ຂອງ​ຈີນ​ມີ​ຂະ​ໜາດ​ໃຫຍ່​ເບື້ອງ​ຕົ້ນ

cri Author: lm

ຕາມຂ່າວສານຊິນຮວາ: ລະດັບ​ການຄົ້ນຄວ້າ​​ແລະ​ຜະລິດ​ຢຸກຢາ​ຊີວະ​ຊາດ​ຂອງ​ຈີນ​ໄດ້​ຢູ່​ແຖວ​ໜ້າ​ຂອງ​ປະ​ເທດ​ພວມ​ພັດທະນາ.

ນີ້​ແມ່ນ​ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ສຳ​ມະ​ນາ​ເຕັກນິກ​ແລະ​ຢຸກຢາ​ຊີວະ​ຊາດ​ສາ​ກົນ​ຊຽງ​​ໄຮ້​ປີ 2006 ທີ່​ພວມ​ຈັດ​ຂຶ້ນຢູ່​ນະຄອນ​ຊຽງ​ໄຮ້​ຂອງ​ຈີນ​ໃນ​ວັນ​ທີ 26 ​ເມສາ. ຕາມ​ແນະ​ນຳ​ວ່າ, ​ມີ​ຢຸກຢາ​ແຊ​ນຂອງ​ຈີນ​ເກືອບ 30 ຊະນິດ​ໄດ້​ເລີ່​ມຜະລິດ​ເປັນ​ຂະ​ໜາດ​ອຸດ​ສາ​ຫະ​ກຳ​ແລ້ວ, ຢຸກ​ຢາ​ແລະ​ວັກ​ແຊງ​​ແຊນ 10 ຊະນິດ​ທີ່​ມີມູນ​ຄ່າ​ຈຳໜ່າຍ​ລຽງ​ລຳ​ດັບ​ຈາກ​ທີ 1 ​ເຖິງ​ທີ 10 ຂອງ​ໂລກ ຈີນ​ສາ​ມາດ​ຜະ​ລິດ​ໄດ້ 8 ຊະ​ນິດ.

ຕາມ​ໄດ້​ຊາບ, ພາຍ​ໃນ 5 ປີ​ຂ້າງ​ໜ້າ, ຈີນ​ຈະ​ເອົາ​ເຕັກນິກ​ຊີວະ​ຊາດ​ເປັນ​ຈຸດ​ໜັກ​ຂອງ​ການ​ພັດ​ທະ​ນາ​ເຕັກນິກ​ສູງ​ໃນ​ອະນາຄົດ, ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ນິກ​ຊີ​ວະ​ຊາດ​ໃນ​ຂົງ​ເຂດ​ຢຸກ​ຢາ ກະ​ສິ​ກຳ ອຸດສາຫະກຳ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ ພະ​ລັງ​ງານ​ແລະ​ຊີ​ວະ​ຊາດ​ໃນ​ທະ​ເລ​ເປັນ​ຕົ້ນ.