ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ສາສະໜາພຸດທີ່ກຳເນີດຢູ່ອິນເດຍໄດ້ເຜີຍແຜ່ເຂົ້າເມືອງຈີນປະມານກ່ອນຫຼືຫຼັງສະຕະວັດທີ 1, ໃນເວລາຮອດລະຫວ່າງສະຕະວັດທີ 7 ເຊິ່ງເປັນລາຊະວົງຖາງ, ສາສະໜາພຸດຢູ່ຈີນໄດ້ຢູ່ໃນໄລຍະຄຳແຫ່ງການພັດທະນາ. ໃນໄລຍະດັ່ງກ່າວ, ພະສວນຈ້າງ ພະເຖລະຈີນໄດ້ເດີນທາງຈາກເມືອງສາງອ່ານ ລາຊະທານີລາຊະວົງຖາງ ໄປສະແຫວງຫາອະລິຍະສັດຂອງສາສະໜາພຸດຢູ່ອິນເດຍ, ອັນໄດ້ມີຜົນສະທ້ອນສຳຄັນຕໍ່ການຂະຫຍາຍຕົວຂອງສາສະໜາພຸດຂອງຈີນ. ຕໍ່ໄປ ຂ້າພະເຈົ້າຂໍສະເໜີເລື່ອງກ່ຽວກັບພະສວນຈ້າງສູ່ທ່ານຟັງ.
ພາບພະສວນຈ້າງເດີນທາງໄປສູ່ອິນເດຍ
ໃນລາຊະວົງຖາງທີ່ຄົງຕົວຢູ່ລະຫວ່າງສະຕະວັດທີ 7 ຮອດຕົ້ນສະຕະວັດທີ 18, ແມ່ນໜຶ່ງໃນລາຊະວົງທີ່ມີກຳລັງເຂັ້ມແຂງກວ່າໝູ່ໃນປະຫວັດສາດຈີນ, ກໍ່ແມ່ນລາຊະວົງໜຶ່ງທີ່ເປີດປະຕູທາງວັດທະນະທຳ. ໃນລາຊະວົງຖາງຕອນຕົ້ນ, ເນື່ອງຈາກຊົນຊັ້ນປົກຄອງນັບຖືສາສະໜາພຸດ, ໃນໝູ່ຄົນທຳມະດາສາມັນກໍ່ມີຄົນຄົ້ນຄວ້າຮ່ຳຮຽນສາສະໜາພຸດເປັນຈຳນວນຫຼວງຫຼາຍ, ໃນນັ້ນ ພະສວນຈ້າງກໍ່ແມ່ນຜູ່ໜຶ່ງ.
ໃນຄາວຍັງນ້ອຍ, ພະສວນຈ້າງກໍ່ສະຫຼາດສະຫຼຽວທີ່ສຸດ. ຍ້ອນໄດ້ຮັບຜົນສະທ້ອນຈາກຮີດສັງຄົມໃນຄາວນັ້ນ, ພະສວນຈ້າງສົນໃຈນຳທິດສະດີສາສະໜາພຸດທີ່ສຸດ. ເມື່ອອາຍຸ 13 ປີ, ພະສວນຈ້າງໄດ້ບວດເປັນເນນ. ຫຼັງຈາກນັ້ນ 10 ກວ່າປີ, ພະສວນຈ້າງໄດ້ໄປຢ້ຽມຊົມແຫ່ງຕ່າງໆ, ເພື່ອຊອກຄົ້ນກົກເຄົ້າຂອງຄຳພີສາສະໜາພຸດ. ພະສວນຈ້າງໄດ້ປະກົດເຫັນວ່າ, ສຳນັກຕ່າງໆທີ່ເຜີຍແຜ່ໃນຄາວນັ້ນ ເຖິງວ່າລ້ວນແຕ່ເອີ້ນຕົນເອງເປັນສຳນັກສາສະໜາພຸດກໍ່ຕາມ, ແຕ່ມີຄວາມແຕກຕ່າງກັນຫຼາຍທີ່ສຸດ, ຈົນກະທັ້ງບາງເທື່ອຍັງມີຄວາມຂັດແຍ່ງກັນ. ດັ່ງນັ້ນ ພະສວນຈ້າງຈຶ່ງຕັດສິນໃຈເດີນທາງໄປອິນເດຍ ເຊິ່ງເປັນຕົ້ນກຳເນີດຂອງສາສະໜາພຸດ ເພື່ອສຶກສາທຳມະຄຳພີ.
ປີ ຄ.ສ.627, ພະສວນຈ້າງໄດ້ເດີນທາງອອກຈາກເມືອງຫຼວງສາງອ່ານ, ເລີ່ມເດີນທາງອັນໄກແສນໄກໄປສູ່ວັດນາລານດາຂອງອິນເດຍ ວິທະຍາຄານສູງສຸດຂອງສາສະໜາພຸດ. ໃຕ້ສະພາບການທີ່ມວນມະນຸດໃນຄາວນັ້ນຂາດເຂີນຄວາມຮູ້ດ້ານພູມສາດ ຮູບການຄົມມະນາຄົມຫຼ້າຫຼັງທີ່ສຸດນັ້ນ, ພະສວນຈ້າງໄດ້ຍ່າງຜ່ານແຂວງກ່ານຊູ້ ເຂດຊິນຈ່ຽງຂອງຈີນແລ້ວເຂົ້າສູ່ອາຟການິສຖານໃນຊູ່ມື້ນີ້. ເມື່ອໄດ້ເດີນທາງຢ່າງແສນລຳບາກເປັນເວລາ 4 ປີ, ໃນທີ່ສຸດ ພະສວນຈ້າງກໍໄດ້ໄປຮອດວັດນາລານດາ ທີ່ຢູ່ພາກຕາເວັນອອກສຽງເໜືອຂອງເມືອງກາຢາລັດບີຮາແຫ່ງອິນເດຍໃນປັດຈຸບັນ.
ພະສວນຈ້າງໄດ້ສຶກສາຮໍ່າຮຽນຢ່າງຕັ້ງອົກຕັ້ງໃຈຢູ່ວັດນາລານດາເປັນເວລາ 5 ປີ, ໄດ້ອ່ານພະທຳມະຄຳພີທັງໝົດຂອງວັດນາລານດາ, ກາຍເປັນນັກປາດສາສະໜາພຸດອັນດັບໜຶ່ງ. ຫຼັງຈາກນັ້ນ ພະສວນຈ້າງໄດ້ທັດສະນະສຶກສາແຫ່ງຕ່າງໆຂອງອິນເດຍເປັນເວລາ 6 ປີ, ໄດ້ຮຽນນຳມະຫານັກປາດສາສະໜາພຸດ 10 ກວ່າອົງ, ໄດ້ມີຄວາມຮູ້ຢ່າງຊຳນິຊຳນານ. ເມື່ອກັບຄືນວັດນາລານດາແລ້ວ, ພະສວນຈ້າງໄດ້ກຳກັບພິທີເທດສະໜາຂອງວັດນາລານດາ, ພະສວນຈ້າງເທດສະໜາດ້ວຍພາສາອິນເດຍຢ່າງຫຼ່ຽນໄຫຼ, ຜູ່ຟັງໃຈຈົດໃຈຈໍ່, ພະສວນຈ້າງມີຊື່ສຽງດົ່ງດັງຫຼາຍໃນຄາວນັ້ນ.
ປີ ຄ.ສ.643, ພະສວນຈ້າງໄດ້ນຳເອົາທຳມະຄຳພີແລະພະພຸດທະຮູບທີ່ເກັບກຳມາຫຼາຍປີກັບຄືນເມືອງສາງອ່ານ, ໄດ້ຮັບການຕ້ອນຮັບຢ່າງຟົດຟື້ນຈາກລາຊະສຳນັກ ພະສົງສາມະເນນ ພຸດທະສາສະນິກກະຊົນແລະປະຊາຊົນທຳມະດາສາມັນ. ໃຕ້ການສະໜັບສະໜູນຈາກຝ່າຍທາງການ, ພະສວນຈ້າງໄດ້ຮຽກໂຮມພະເຖລະແລະນັກປາດຈາກແຫ່ງຕ່າງໆ ກຳກັບການແປທຳມະຄຳພີ 75 ເຫຼັ້ມ. ລູກສິດຂອງພະສວນຈ້າງສັນຊາດຍີ່ປຸ່ນແລະເກົາຫຼີເມື່ອກັບຄືນເມືອປະເທດຕົນແລ້ວ, ຕ່າງກໍ່ໄດ້ສ້າງສຳນັກພຸດທະສາສະໜາໃນປະເທດຕົນ, ອັນໄດ້ເປີດກວ້າງຜົນສະທ້ອນຂອງພຸດທະສາສະໜາຢູ່ອາຊີຕາເວັນອອກ.
ນອກຈາກການແປແລະເຜີຍແຜ່ສາສະໜາພຸດແລ້ວ, ພະສວນຈ້າງຍັງໄດ້ຂຽນໜັງສື "ຕ້າຖາງຊີ່ຢີ້ຈີ້" ໂດຍອີງຕາມປະສົບການທັດສະນະສຶກສາຂອງຕົນ, ໜັງvສືດັ່ງກ່າວໄດ້ບັນທຶກສະພາບພູມສາດ ຮີດຄອງປະເພນີ ແລະວັດທະນະທຳການເມືອງເປັນຕົ້ນຂອງ 100 ກວ່າປະເທດທີ່ພະສວນຈ້າງເຄີຍເດີນຜ່ານ, ຊູ່ມື້ນີ້ ໜັງສືດັ່ງກ່າວໄດ້ກາຍເປັນເອvກະສານອັນລ້ຳຄ່າໃນການຄົ້ນຄວ້າເຂດອາຊີກາງ ອາຟການິສຖານແລະອິນເດຍບູຮານ. ຕັ້ງແຕ່ສະຕະວັດທີ 19 ມານີ້, ໜັງສືດັ່ງກ່າວຖືກແປເປັນພາສາຝຼັ່ງ ອັງກິດ ຍີ່ປຸ່ນແລະເຢຍລະມັນເປັນຕົ້ນຢ່າງເປັນລຳດັບ.
ຜົນສະທ້ອນທາງວັດທະນະທຳຂອງພະສວນຈ້າງ ໄດ້ລື່ນກາຍຈຸດປະສົງໃນຕົວແລະປະສິດທິຜົນໂດຍກົງຂອງພະສວນຈ້າງໃນການເດີນທາງໄປອິນເດຍເພື່ອອາລາດທະນາພະໄຕປິດົກ, ມີຖານະສຳຄັນໃນປະຫວັດວັດທະນະທຳຈີນແລະປະຫວັດສາດພາກຕາເວັນອອກ. ພະໄຕປິດົກທີ່ພະສວນຈ້າງແປອອກມານັ້ນ, ໄດ້ເຮັດໃຫ້ວັດທະນະທຳຈີນອຸດົມສົມບູນຂຶ້ນ, ແລະກໍ່ໄດ້ຮັກສາມໍລະດົກວັດທະນະທຳອັນລ້ຳຄ່າຂອງອິນເດຍ. ຍ້ອນວ່າໃນຄາວນັ້ນ ລາຊະວົງຖາງແມ່ນໜຶ່ງໃນສູນກາງການເມືອງແລະວັດທະນະທຳຂອງໂລກ, ຜົນສະທ້ອນຂອງພະສວນຈ້າງບໍ່ພຽງແຕ່ຈຳກັດຢູ່ລະຫວ່າງຈີນກັບອິນເດຍທໍ່ນັ້ນ.
|