ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 16:54:38    
ທ່ານ​ຊາວ​ກ່າງ​ຊ່ວນ​ພົບ​ປະ​ຫົວໜ້າ​ຄະນະ​ຜູ້​ແທນ​ຕ່າງ​ປະ​ເທດ​ສ່ວນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອົງ​ການ​​ຮ່ວມ​ມື​ຊຽງ​ໄຮ້

cri

ຕາມ​ຂ່າວcri:ວັນ​ທີ27 ​ເມສາ,ຢູ່​ປັກ​ກິ່ງ,ທ່ານ​ຊາວ​ກ່າງ​ຊ່ວນ ທີ່​ເປິກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ​​ໄດ້​​ແຍກ​ອອກພົບ​ປະ​ຫົວໜ້າຄະນະ​ຜູ້​ແທນຂອງ​ກາ​ຊັກ​ສະ​ຕັງ,ກຽກກິດ​ສະຕັງ​ແລະ​ຕາ​ຊີ​ກີ​ສະຕັງ​ທີ່​ມາເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​​ປ້ອງ​ກັນປະ​ເທດຂອງອົງການຮ່ວມ​ມືຊຽງ​ໄຮ້ທີ່​ປັກ​ກິ່ງ.

ໃນ​​ເວລາ​ພົບ​ປະ,ທ່ານ​ຊາວ​ກ່າງ​ຊ່ວນກ່າວວ່າ,​ລະຫວ່າງຈີນ​ກັບກາ​ຊັກ​ສະ​ຕັງ,ກຽກກິດ​ຊີ​ສະຕັງ​ແລະ​ຕາ​ຊີ​ກີ​ສະຕັງ​ຄວນ​​ເຮັດ​ໃຫ້ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ປອດ​ໄພລົງສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດຢັ້ງ,​​ເພື່ອ​ຊຸກຍູ້​​ໃຫ້ອົງການ​ ​ຮ່ວມ​ມື​ຊຽງ​ໄຮ້ເສີມ​ຂະ​ຫຍາ​ຍບົດບາດ​​​ໃຫຍ່​ກວ່າ​ເກົ່າ​ໃນ​ດ້ານ​ຮັກສາ​ຄວາມປອດ​ໄພ​ແລະ​​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ໃນ​​ເວລາ​ພົບ​ປະ,​ຜູ້​ແທນຂອງສາມ​ປະ​ເທດ​ດັ່ງກ່າວລ້ວນ​ແຕ່​ກ່າວ​ວ່າ,ສາມ​ປະ​ເທດຈະ​ບໍ່​ຈະ​ລືມການ​ຊ່ອຍ​ເຫຼືອ​ທີ່​ບໍ່​ເຫັນ​​ແກ່​ຕົວຂອງ​ປະຊາ​ຊົນ​​ແລະ​ກອງ​ທັບຈີນ​ຕໍ່​ສາມ​ປະ​ເທດຈົນ​ເທົ່າ​ໃດໆ,ຈະ​ເປັນ​ເພື່ອນ​ມິດ​ທີ່ດີ​ແລະ​ບ້ານ​ໃກ້​ເຮືອນ​​ ຄຽງ​ທີ່ດີ​ຂອງ​ຈີນ​ຈົນ​ເທົ່າ​ໃດໆ.

ກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນປະ​ເທດຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ26 ​ເມສາ.