ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 17:33:40    
ອົງ​ການ​ຮາ​ມັສ​ກ່າວ​ວ່າ​ພວມ​ພິ​ຈາ​ລະ​ນາ​ຮັບ​ເອົາ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ຂອງ​ອາ​ຣາບ ອິສ​ຣາ​ແອນ​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຈັດ​ການ​ເຈ​ລະ​ຈາ​ຂອງ​ຝ່າຍ​ປາ​ເລັສ​ຕີນ

cri Author: min
ຕາມ​ຂ່າວCRI: ວັນ​ທີ 26 ​ເມສາ, ສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນ​ປະກົດ​ມີ​ການ​ປ່ຽນ​ແປງ​ໃໝ່. ອົງການ​ຮາ​ມັສປາ​ເລັສຕີນ​ທີ່​ຄອງ​ອຳນາດ​​ກ່າວ​ວ່າ, ພວມ​ພິຈາ​ລະນາ​ຮັບ​ເອົາ​ຂໍ້​ລິ​ເລີ່ມ​ສັນຕິພາບ​ຂອງ​ອາ​ຣາບ. ອີສຣາ​ແອນ​ໄດ້​ປະຕິ​ເສດຂໍ້​ສະ​ເໜີຂອງ​ທ່ານ​ອາບັສ​ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ ທີ່​ໃຫ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ສັນຕິພາບ​ຜູ້ນຳ​ປາ​ເລັສຕີນ​​ແລະ​ອິສຣາ​ແອນ.

ວັນ​ທີ 26 ​ເມສາ, ທ່ານ​ນັດ​ເຊ​ລີ​ດິນ ອານ ຊາ​ອີ​ເອີ ຮອງ​ນາຍົກ​ລັດຖະ​ມົນຕີ​ລັດຖະບານ​​ປາ​ເລັສຕີນ​ປົກຄອງ​ຕົນ​ເອງເວົ້າ​ຢູ່​ອິນ​ເຕິ​ເນັດຂອງ​ອົງການ​ຮາ​ມັສວ່າ, ອົງການ​ຮາ​ມັສຫວັງ​​ໃຫ້​ສິ້ນ​ສຸດ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ, ອົງການ​ຮາ​ມັສຈະ​ຮັບ​ເອົາ​ຂໍ້​ລິ​ເລີ່​ມສັນຕິພາບ​ທີ່​ສັນນິບາດ​ປະ​ເທດ​ອາ​ຣາບ​ສະ​ເໜີ​ອອກ​ມາ​ໃນ​ປີ 2002 ບົນ​ພື້ນຖານ​ທີ່ຊອບ​ກົດໝາຍ.

ນອກ​ນີ້, ວັນ​ທີ 26 ​ເມສາ, ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ພວມ​ຢ້ຽມຢາມ​ຢູ່​ນອກ​ແວ​​ໄດ້ສະ​ເໜີ​ໃຫ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ໃນ​ທັນທີ, ​ແລະ​ຫວັງ​ເຈ​ລະ​ຈາ​ກັບ​ຜູ້ນຳ​ອິສຣາ​ແອນ​ໂດຍ​ກົງ​ພາຍ​ໃນ​ໄລຍະ​ປະຊຸມ​, ​ເຊັນ​ສັນຍາ​ສັນຕິພາບ​ບົນ​ພື້ນຖານ​ສັນຍາ​ທີ່​ມີ​ຢູ່ແລ້ວ​ລະ​ຫວ່າງ​ສອງ​ຝ່າຍ​ແລະ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​. ​ຕໍ່​ເລື່ອງ​ນີ້, ​ເຈົ້າ​ໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ຝ່າຍ​ປາ​ເລັສຕີນ​ເວົ້າ​ວ່າ​, ທ່ານ​ອາບັສຕ້ອງ​ໂຈມ​ຕີ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍກ່ອນ, ກ່ອນ​ນີ້, ອິສຣາ​ແອນ​ຈະ​ບໍ່​ເຈລະຈາ​ກັບ​ປາ​ເລັສຕີນ​ຢ່າງ​ແນ່ນອນ.