ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 18:58:50    
ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ໃນ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ບໍ່​ໄດ້​ປ່ຽນ​ແປງ

cri Author: min
ຕາມ​ຂ່າວCRI: ທ່ານ​ຊິນ​ກາງ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ,​ໃນ​ບັນຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ, ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ບໍ່​ມີ​ການ​ປ່ຽນ​ແປງ.

ວັນ​ທີ 27 ​ເມສາ, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຊິນ​ກາງ​ເວົ້າ​ວ່າ, ຕໍ່​ບັນຫານິວ​ເຄຼຍຂອງ​ແຫຼມ​ເກົາຫຼີ, ຝ່າຍ​ຈີນ​ໄດ້ໃຊ້​ວິທີ​ຕ່າງ​ກັນ​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ຊ່ອງ​ທາງ​ຕ່າງ​ກັນ​ຕະຫຼອດ​ມາ, ​ເພື່ອ​ເຮັດ​ໃຫ້ຝ່າຍ​ຕ່າງ​ໆ​ເຂົ້າ​ໃຈ​ກັນ​. ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ດ້ວຍ​ການ​ສົນ​ທະນາ​ແລະ​ເປິກສາ​ຫາລື​ກັນ, ​ແກ້​ໄຂ​ຄວາມ​ເອົາ​ໃຈ​ໃສ່​ແລະ​ບັນຫາ​ຕ່າງໆ​ລະຫວ່າງ​ເຂົາ​ເຈົ້າ​ຢ່າງ​ເໝາະ​ສົມ.