|
 |
(GMT+08:00)
2006-04-27 19:28:23
|
 |
ຈີນກຽມດັດແກ້ກົດໝາຍວ່າດ້ວຍການສຶກສາພາກບັງຄັບເພື່ອຮັບປະກັນໃຫ້ຊັບພະຍາກອນສຶກສາຕອບສະໜອງຄວາມຕ້ອງການຂອງຊົນນະບົດກ່ອນໝູ່
cri
ຕາມຂ່າວCRI, ວັນທີ27ເມສາ, ຮ່າງກົດໝາຍວ່າດ້ວຍການສຶກສາພາກບັງຄັບສະບັບດັດແກ້ເຊິ່ງພົວພັນກັບນັກຮຽນປະຖົມແລະມັດທະຍົມ180ລ້ານຄົນຂອງຈີນຢ່າງສະໜິດແໜ້ນນັ້ນໄດ້ນຳສະເໜີໃຫ້ອົງການນິຕິບັນຍັດສຳຫຼວດພິຈາລະຈາອີກເທື່ອໜຶ່ງ, ຮ່າງກົດໝາຍຈະຮັບປະກັນໃຫ້ຊັບພະຍາກອນການສຶກສາເຊັ່ນຄູແລະງົບປະມານສຶກສາເປັນຕົ້ນຕອບສະໜອງຄວາມຕ້ອງການຂອງຊົນນະບົດກ່ອນໝູ່, ແລະຈະອອກແຮງແກ້ໄຂບັນຫາທີ່ເກັບຄ່າໃຊ້ຈ່າຍດ້ານການສຶກສາທົ່ວທີບ.
ຮ່າງກົດໝາຍສະເໜີວ່າ, ຄ່າໃຊ້ຈ່າຍດ້ານການສຶກສາຕ້ອງງ່ຽງໄປຫາໂຮງຮຽນຊົນນະບົດແລະໂຮງຮຽນທີ່ມີພື້ນຖານບອບບາງໃນຕົວເມືອງ, ຈະສົ່ງເສີມໃຫ້ຜູ້ຮຽນຈົບຈາກໂຮງຮຽນຊັ້ນສູງແລະຄູອາຈານໄປເປັນຄູສອນຢູ່ຊົນນະບົດ. ຮ່າງກົດໝາຍຍັງໄດ້ວາງຂໍ້ກຳນົດກ່ຽວກັບບັນຫາທີ່ໃຫ້ລູກເຕົ້າຂອງປະຊາກອນເຄື່ອນທີ່ເຂົ້າໂຮງຮຽນແລະຫ້າມເກັບຄ່າໃຊ້ຈ່າຍດ້ານການສຶກສາທົ່ວທີບເປັນຕົ້ນ.
|
|
|