ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 19:28:40    
ຜ່ານ​ການ​ສຳ​ພາດ​ຂອງ​ອາ​ຈານ​ກໍ​ເຂົ້າ​ມະ​ຫາ​ວິ​ທ​ະຍາ​ໄລ​ໄດ້​ໂລດ​(ສຽງ)

cri Author: shuo
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ໃຕ້​ກໍລະ​ນີທີ່​ບໍ່​ໄດ້​ເຂົ້າຮ່ວມການ​ສອບ​ເສັງ​ທີ່​ເປັນ​ເອກະ​ພາບ​ຂອງ​ທົ່ວ​ປະ​ເທດ,ນັກ​ຮຽນ​300​ຄົນ​ຂອງ​ຊຽງ​ໄຮ້​ທີ່​ຮຽນ​ຈົບ​ຈາກ​ມັດ​ທະ​ຍົມ​ປາຍ​ໄດ້​ເສັງ​ເຂົ້າມະຫາ​ວິ ທະຍາ​ໄລ​ຟູ້​ຕ້ານ ມະ​ຫາ​ວິ​ທະ​ລາ​ໄລ​ຊື່​ດັງ​ແຫ່ງ​ໜຶ່ງ​ຂອງ​ຈີນ​ດ້ວຍ​ຮູບ​ການ​ສຳ​ພາດ​ໜ້າ​ຕໍ່ ໜ້າ​.ນີ້​ແມ່ນ​ເລື່ອງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ການ​ສຶກ​ສາ​ຂອງ​ປະ​ເທດ​ຈີນ​ໃໝ່.

​ນາງ​ຈ່າງ​ມໍ້​ຢັນ​ແມ່ນ​ນັກຮຽນ​ມ.6ຂອງ​​ໂຮງຮຽນ​ມັດທະຍົມ​ຫຼັງໜຶ່ງ​ທີ່ຊຽງ​ໄຮ້.ຫວ່າງ​ກ່ອນ​ນີ້ບໍ່​ດົນ,ນາງ​ໄດ້​ເຂົ້າຮ່ວມ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ທີ່​ຈັດ​​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້ຕ້ານ,​ແລະ​ໄດ້​ຮັບ​ຄະ​ແນນ​ອັນ​ດີ​ເດັ່ນ​ໃນ​ນັກຮຽນ​ຜູ້​ເຂົ້າຮ່ວມ​ການ​ສອບ​ເສັງ​ຫຼາຍພັນ​ຄົນ,​ແລະ​ຖືກ​ມະ ຫາ​ວິທະຍາ​ໄລ​ຟູ້ຕ້ານ​ຮັບ​ເອົາ​ຢ່າງ​ສະດວກ.​ເມື່ອ​ກ່າວ​ເຖິງ​ປະສົບ​ການ​ທີ່​ເຂົ້າຮ່ວມ​ການ​ສອບ​ເສັງ​ເທື່ອ​ນີ້,ນາງ​ຈ່າງ​ມໍ້​ຢັນ​ເຫັນ​ວ່າ,​ເມື່ອ​ທຽບ​ໃສ່​ການ​ສອບ​ເສັງ​ທາງ​ລາຍ​ລັກ​ອັກສອນ, ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ສາມາດ​ກວດ​ສອບ​ຄຸນ​ທາດ​ກວມ​ລວມ​ຂອງ​ນັກ​ຮຽນ​ຍິ່ງ​ບັງ​ເກີດ​ຜົນ​ກວ່າ.

"ນ້ອງ​ຄິດ​ວ່າ,ຖ້າວ່າ​ນັກຮຽນ​ຜູ້​ໜຶ່ງ​ເສັງ​ໄດ້​ຄະ​ແນນ​ດີ​ໃນ​ການ​ສອບ​ເສັງ​ທາງ​ລາຍ​ລັກ​ອັກ ສອນ,ບໍ່​ໝາຍ​ຄວາມ​ວ່າ​ຄຸນ​ທາດ​ກວມ​ລວມ​ຂອງ​ລາວ​ສູງ​ກວ່າ​ຜູ້​ອື່ນ​ຢ່າງ​ແນ່​ນອນ.​ສະ​ນັ້ນ, ດຳ​ເນີນ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ແມ່ນ​​ເລື່ອງ​ຈຳ​ເປັນ​ທີ່​ສຸດ,ມັນ​ສາ​ມາດ​ກວດ​ສອບ​ວ່າ ​ໃນ​ເວ​ລາ​ລົມ​ກັບ​ຜູ້​ອື່ນ,​ຜູ້​ອື່ນ​ຈະ​ຮັບ​ເອົາ​ເຈົ້າ​​ໄດ້​ຫຼື​ບໍ່,​ຖ້າ​ເຈົ້າ​ມີ​ຄວາມ​ເຫັນ​ອັນ​ດີ​ຂໍ້​ໜຶ່ງ,​ເຈົ້າ​ຈະ​ໃຫ້​ຜູ້​ອື່ນ​ຮັບ​ເອົາ​ຄວາມ​ເຫັນ​ດັ່ງ​ກ່າວ​ໄດ້​ຫຼືບໍ່."

ສອງ​ເດືອນ​ປາຍ​ກ່ອນ,ມະຫາວິທະຍາ​ໄລ​ຟູ້ຕ້ານ​ໄດ້​ປະກາດ​ຂ່າວ​ທີ່​ຮັບ​ເອົາ​ນັກ​ສຶກສາ​​ໃໝ່​ດ້ວຍ​ຮູບ​ການ​ສອບ​ເສັງ.​ເນື່ອງ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ຊື່​ດັງ​ຫຼາຍ​ຢູ່​ຈີນ,ພໍ​ໄດ້​ປະ​ກາດ​ຂ່າວທີ່​ຈະ​ຮັບ​ເອົາ​ນັກ​ສຶກ​ສາ​ດ້ວຍ​ຮູບ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ແລ້ວ,​ກໍ​ມີ​ນັກ​ຮຽນ​6​ພັນ​ກວ່າ​ຄົນ​ສະ​ເໜີ​ຊື່.​ກ່ອນ​ການ​ສຳ​ພາດ,​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ຍັງ​ໄດ້​ຈັດ​ການ​ສອບ​ເສັງ​ທາງ​ລາຍ​ລັກ​ອັກ​ສອນ​ອັນ​ງ່າຍ​ດາຍ​ຄັ້ງ​ໜຶ່ງ,​ເນື້ອ​ໃນ​ສອບ​ເສັງ​ກວມ​ລວມ​ຫຼາຍ​ວິ​ຊາ ​ເຊັ່ນ​ວິ​ຊາ​ພາ​ສາ​ແລະ​ໜັງສື ຄະ​ນິດ​ສາດ ພາ​ສາ​ອັງ​ກິດ​ແລະ​ຄອມ​ພິມ​ເຕີ​ເປັນຕົ້ນ,​ແລະ​ໄດ້​ຕົກລົງ​ລາຍ​ຊື່​ນັກ​ຮຽນ​ພັນ​ກວ່າ​ຄົນ​ທີ່​ຈະ​ເຂົ້າຮ່ວມ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ຕາມ​ຄະ​ແນນ​​ໃນ​ການ​ສອບ​ເສັງ​ທາງ​ລາຍ​ລັກ​ອັກ​ສອນ.

​ໃນ​ຂະນະ​ດຽວ​ກັນ​ນີ້,ມະຫາວິທະຍາ​ໄລ​​ແຫ່ງ​ນີ້​ໄດ້​ຈັດຕັ້ງຄະນະ​ຜູ້​ຊ່ຽວຊານ​ສຳລັບ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ທີ່​ປະກອບ​ດ້ວຍ​ສາດ​ສະ​ດາ​ຈານ​100​ກວ່າ​ຄົນ.​ສາດ​ສະ​ດາ​ຈານ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ອາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ,​ຕ່າງ​ໄດ້ມີ​ຊື່​ສຽງ​ດົງ​ດັງ​ໃນ​ຂົງ​ເຂດ​ວິ ຊາ​ສະ​ເພາະ​ຕ່າງໆ ​ເຊັ່ນ:​ວັດ​ທະ​ນະ​ທຳ​ມະ​ນຸດ ວິ​ທະ​ຍາ​ສາດ​ສັງ​ຄົມ ​ເຕັກ​ນິກ ທຳ​ມະ​ຊາດ​ແລະ​ການ​ສຶກ​ສາ​ຄຸນ​ສົມ​ບັດ​ເປັນ​ຕົ້ນ.​ໃນ​ມື້​ທີ່​ຈັດ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ,​ນັກ​ຮຽນ​ຜູ້​ເຂົ້​າຮ່ວມ​ການ​ສອບ​ເສັງ​ໄດ້​ເລືອກ​ເອົາ​ຜູ້​ຊ່ຽວ​ຊານ​ຫ້າ​ຄົນ​​ເປັນ​ຜູ້​ສຳ​ພາດ​ຕົນ​ດ້ວຍ​ວິ​ທີ​ຈົກ​ສະ​ຫຼາກ,​ແລ້ວ​​ແຍກ​ກັນ​ລົມ​ກັບ​ຜູ້​ຊ່ຽວ​ຊານ​ຫ້າ​ຄົນ​ດັ່ງ​ກ່າວ​ຜູ້​ລະ​15​ນາ​ທີ.​ໃນ​ທີ່​ສຸດ,​ຜູ້​ຊ່ຽວ​ຊານ​ທັງ​ຫຼາຍ​ໄດ້​ເລືອກ​ເຟ້ນ​ຜູ້​ດີ​ເລີດ​300​ຄົນ​ເປັນ​ນັກ​ສຶກ​ສາ​ໃໝ່​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ຕາມ​ສະ​ພາບ​ການ​ສອບ​ເສັງ​ໜ້າ​ຕໍ່ໜ້າ.

ຕາມ​ນັກຮຽນ​ທີ່​ໄດ້​ເຂົ້າຮ່ວມ​ການ​ສອບ​ເສັງ​ໜ້າ​ຕໍ່ໜ້າ​ເທື່ອ​ນີ້​ເຜີຍ​ໃຫ້​ຮູ້​ວ່າ,ຄຳ​ຖາມຂອງ​ສາດ ສະ​ດາ​ຈານ​ທັງ​ຫຼາຍ​ໃນ​ການ​ສອບ​ເສັງ​ເທື່ອ​ນີ້​ລວມທັງ: "ຂໍ​ຍົກ​ຕົວຢ່າງ​ມາຢັ້ງຢືນ​ວ່າ​ເຈົ້າ​ແມ່ນ​ຄົນ​ທີ່​ຮັບ​ຜິດ​ຊອບ" "ຖ້າ​ວ່າ​ເຈົ້າ​​ເປັນ​ເຈົ້າຄອງ​ນະຄອນ​ຊຽງ​ໄຮ້,​ເຈົ້າຈະ​ແກ້​ໄຂ​ບັນຫາ​ລົດ​ຕິດ​ກັນ​ຂອງ​ຊຽງ​ໄຮ້​ແນວ​ໃດ?" "ຖ້າ​ເປີກເງິນ​ກ້ອນ​ໜຶ່ງ​​ໃຫ້​ເຈົ້າວາງ​ແຜນການ​ເຄື່ອນ​ໄຫວ​ຂະ​ໜາດ​ໃຫຍ່​ຄັ້ງ​ໜຶ່ງ,​ເຈົ້າ​ຈະ​ເຮັດ​ແນວ​ໃດ?"​ແລະ​ອື່ນໆ.

ທ່ານ​ໄຊ້ຕາ​ເຟີ່ງ ຮອງອະທິການ​ບໍດີມະຫາວິທະຍາ​ໄລ​ຟູ້ຕ້ານ​ເວົ້າວ່າ,​ໃນ​ຖານ​ເປັນ​ຜູ້​ຄຸ້ມ​ຄອງ​ໂຮງ​ຮຽນ​ຊັ້ນສູງ,​ເພິ່ນ​ບໍ່​ພຽງ​ແຕ່​ຢາກ​ຮູ້ຈັກ​ລະດັບ​ຄວາມ​ຮູ້​ແລະ​ຄວາມ​ສາມາດ​ດ້ານ​ວິ ຊາ​ສະ​ເພາະ​ຂອງ​ນັກ​ສຶກສາ​ທໍ່​ນັ້ນ,ຍັງ​ຢາກ​ຮູ້ຈັກ​ພວກ​ເຂົາ​ເຈົ້າ​ແມ່ນ​ຄົນ​ແນວ​ໃດ,ປະສົບ​ການ​ເຕີບ​​ໃຫຍ່​ໃສ່​ໂຕ​ແລະ​ທັດ​ສະ​ນະ​​ແນວ​ຄິດ​ຂອງ​ພວກ​ເຂົາ​ເຈົ້າ​ເປັນ​ແນວ​ໃດ,ສ່ວນປະ ສົບ​ການ​ເຕີບ​ໃຫຍ່​ໃສ່​ໂຕ​ແລະ​ທັດ​ສະ​ນະ​ແນວ​ຄິດ​ແມ່ນ​ຮັບ​ຮູ້​ບໍ່​ໄດ້​ຈາກ​ການ​ສອບ​ເສັງ​ທີ່​ເປັນ​ເອກະ​ພາບ​ຂອງ​ທົ່ວ​ປະ​ເທດ.

"ຄວາມ​ຮຽກຮ້ອງ​ອັນ​ພື້ນຖານ​ບາງ​ຢ່າງຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ບັນລຸ​ເປັນ​ຈິງ​ໄດ້​ດ້ວຍ​ຮູບ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ.ໜຶ່ງ​ຄື​ ພວກ​ຂ້າພະ​ເຈົ້າຫວັງ​ຊອກ​ຮູ້​​ແນວ​ຄິດ​ແລະ​ຄຸນ​ສົມ​ບັດ​ຂອງ​ນັກ​ສຶກ​ສາ,​ໂດຍ​ສະ​ເພາະ​ແມ່ນ​ທັດສະນະ​ສັງຄົມ​ແລະ​ຄວາມ​ຮັບ​ຮູ້​ຕໍ່ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງ​ນັກ​ສຶກ​ສາ;​ສອງ,​ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຮູ້​ຈັກ​ກຳ​ລັງ​ບົ່ມ​ຊ້ອນ​ຂອງ​ນັກ​ສຶກ​ສາ​ໃນ​ດ້ານ​ຄົ້ນ​ຄວ້າ​ວິ​ຊາ​ສະ​ເພາະ,​ຢາກ​ຮູ້​ວ່າ​ລາວ​ມີ​ສະຕິ​ຕິຕຽນ​ຫຼືວ່າ​ສະຕິ​ສົງ​ໄສ​ຫຼືບໍ່.ອີກ​ດ້ານ​ ໜຶ່ງ,​ພວກ​ຂ້າ​ພະ​ເຈົ້າ​ກໍ​ເອົາ​ໃຈ​ໃສ່​ນຳປະສົບ​ການ​ຂອງ​ນັກ​ສຶກສາ​ໃນ​ການ​ເຄື່ອນ​ໄຫວ​ສັງ ຄົມ."

ຢູ່​ຈີນ,​ແຕ່​ໃດ​ມາ​,ຖ້າ​ຢາກ​ເຂົ້າຮຽນ​ຢູ່​ມະຫາວິ​ທະ​ຍາ​ໄລຕ້ອງ​​ເສັງ​ໄດ້​ການ​ສອບ​ເສັງ​ທີ່​ເປັນ​ເອກະ​ພາບ​ຂອງ​ທົ່ວ​ປະ​​ເທດ.ການ​ສອບ​ເສັງ​ນີ້​ຕົ້ນຕໍ​ສອບ​ເສັງ​ສະ​ພາບ​ການ​ກຳ​ຄວາມ​ຮູ້​ໃນ​ປື້ມ​ແບບ​ຮຽນ​ຂອງ​ນັກ​ຮຽນ​.ສະ​ນັ້ນ,​ເພື່ອ​ເອົາ​ຄະ​ແນນ​ສູງ​ໃນ​ການ​ສອບ​ເສັງ​ນີ້,​ມີ​ຫຼາຍ​ນັກ ຮຽນ​ເອົາ​ໃຈ​​ໃສ່​ແຕ່​ຄະ​ແນນ​ການ​ຮຽນ,​ແລະ​ໄດ້​ປະ​ໝາດ​ການ​ພັດ​ທະ​ນາ​ຢ່າງຮອບດ້ານ.

ທ່ານ​ໄຊ້ຕາ​ເຟິ່ງ ຮອງ​ອະທິການ​ບໍດີຊີ້​ອອກ​ວ່າ,​ເຖິງ​ວ່າ​ເບົ້າ​ແບບການ​ສອບ​ເສັງ​ດັ້ງ​ເດີມດັ່ງ ກ່າວ​ເຮັດ​ໃຫ້​ນັກ​ຮຽນ​ທັງ​ຫຼາຍ​ຂອງ​ຈີນ​ຮຽນ​ຮູ້​ສີ​ໄມ້​ລາຍ​ມື​ທີ່​ຮັບ​ມື​ກັບ​ການ​ສອບ​ເສັງ​ກໍ​ຕາມ,​ແຕ່​ກໍ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຂາດ​ເຂີນ​ຄວາມ​ສາ​ມາດ​ທີ່​ຮ່ຳຮຽນ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ນຳ​ໃຊ້​ຄວາມ​ຮູ້​ໃນ​ຊີ​ວິດ​ຕົວ​ຈິງ,​ແລະ​ປະ​ກົດ​ມີ​ບັນຫາ​ທີ່​ຄຸນ​ສົມ​ບັດ​ຕົກ​ຕ່ຳ​ລົງ,​ແລະ​ລື້​ງກັບ​ສັງ ຄົມ​ຍາກ​ເປັນຕົ້ນ.ຍ້ອນ​ເຫດ​ນີ້,​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ຫວັງ​ໃຊ້​ຮູບ​ການ​ທີ່​ຮັບ​ເອົາ​ນັກ​ສຶກ ສາ​ດ້ວຍ​ການ​ສອບ​​ເສັງ​ໜ້າ​ຕໍ່ໜ້າ,ຊັກ​ນຳ​ນັກຮຽນ​ທີ່​ຮຽນ​ຢູ່​ໂຮງຮຽນ​ປະຖົມ​ແລະ​ມັດ​ທະ​ຍົມ​ຫັນ​ປ່ຽນ​ທັດ​ສະ​ນະ​ຮ່ຳຮ​ຽນ,​​ແລະ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງຄວາມ​ສາມາດ​ປະດິດ​ສ້າງ​ແລະ​ພຶດ​ຕິ​ກຳ​ຂອງ​ຕົນ.

ທ້າວ​ວາ​ງທ່ຽນ​ຢູທີ່​ຮຽນ​ຈົບ​ມັດທະຍົມ​ປາຍ​ໃນ​ປີ​ນີ້​ກໍ​ໄດ້​ເຂົ້າຮ່ວມ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້ຕ້ານເທື່ອ​ນີ້.​ເຖິງ​ວ່າ​ລາວ​ບໍ່​ໄດ້​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ,​ແຕ່​ລາວ​ເຫັນ​ວ່າ,​ປະ​ສົບ​ການ​ເທື່ອ​ນີ້​ເຮັດ​ໃຫ້​ລາວ​ມີ​ຄວາມ​ຮັບ​ຮູ້​ອັນ​ໃໝ່​ຕໍ່​ການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ຈົນ​ເຖິງ​ວິ​ທີ​ການ​ຮ່ຳຮຽນ​ຂອງ​ຕົນ.​ລາວ​ບອກ​ນັກ​ຂ່າວ​ວ່າ,ຖ້າ​ຢາກ​ເສັງ​ໄດ້​ການ​ສອບ​ເສັງ​ໜ້າ​ຕໍ່ໜ້າ​ແບບ​ນີ້,ພຽງ​ແຕ່ອາ​ໄສ​ການ​ກະ​ກຽມ​ກ່ອນ​ການ​ສອບ​ເສັງ​ບໍ່​ໄດ້,ຄຳ​ຖາມ​ຂອງ​ສາດ​ສະ​ດາ​ຈານ​ແມ່ນ​ຊອກ​ຄຳ​ຕອບ​ບໍ່​ໄດ້​ໃນ​ປື້​ມ​ແບບຮຽນ,ສາດ​ສະ​ດາ​ຈານ​ທັງ​ຫຼາຍ​ມີ​​ເຈດ​ຈຳ​ນົງ​ກວດ​ສອບ​ທ່າ​ທີ​ການ​ຮ່ຳຮຽນ​ຂອງ​ນັກຮຽນທີ່​ຈໍ່​ຕົວ​ຂຶ້ນ​ໃນ​ສິບ​ກວ່າ​ປີ.

"ນ້ອງ​ເຫັນ​ວ່າ,​ການ​ກະກຽມ​ທີ່​ສຳຄັນ​ກວ່າ​ໝູ່​ສຳລັບ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ຕ້ອງ​ເລີ່ມ​ແຕ່​ມ.1ຫຼືມ.2,​ເລີ່​ມ​ແຕ່​ອາທິດ​ໜຶ່ງ​ກ່ອນ​ການ​ສອບ​ເສັງ​ແມ່ນ​ເປັນ​ໄປ​ບໍ່​ໄດ້.​ຖ້າ​ຢາກ​ຮັບ​ໄຊ​ໃນ​ການ​ສອບ​​ເສັງ​ໜ້າ​ຕໍ່ໜ້າ,​ໃນ​ຂະນະ​ທີ່​ເອົາ​ໃຈ​ໃສ່​ການ​ຮ່ຳຮ​ຽນ​ຂອງ​ຕົນ,​ຍັງ​ຕ້ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສາ​ທາ​ລະ​ນະ​ທຸກ​ຮູບ​ທຸກ​ແບບ​ຢ່າງ​ຕັ້ງ​ໜ້າ,​ຕົວ​ຢ່າງ​ຄື​ການ​ຮັບ​ໃຊ້​ສາມ​ທາ​ລະ​ນະ​ສັງ​ຄົມ ​ເຊັ່ນ​ອົງ​ການ​ຈັດ​ຕັ້ງ​ນັກ​ຮຽນ​ແລະ​ສະ​ຫະ​ພັນ​ນັກ​ຮຽນ​ຄະ​ນະ​ຊາວ​ໜຸ່ມ​ເປັນ ຕົ້ນ,​ພ້ອມ​ດ້ວຍ​ການ​ແຂ່ງ​ຂັນ​ຕ່າງໆ.​ໄປ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ເຫຼົ່າ​ນີ້,​ບໍ່​ພຽງ​ແຕ່​​ແມ່ນ​ເພື່ອ​ຊິງ​ໄດ້​ກຽດ​ສັກ​ສີ​ທໍ່​ນັ້ນ,​ຫາກ​ແມ່ນ​ຍ້ອນ​ວ່າ,​ຄວາມ​ສາມາດ​ຂອງ​ເຈົ້າອາດ​ຈະ​ຮັບ​ການ​ຍົກ​ສູງ​ຂຶ້ນຢ່າງ​ຫຼວງ​ຫຼາຍ​ໃນ​ການ​ຝຶກ​ແອບ​​ເທື່ອ​ແລ້ວ​ເທື່ອ​ອີກ."

ວິທີ​​ໃໝ່​ທີ່​ຮັບ​ເອົາ​ນັກ​ສຶກສາ​ຂອງ​ມະຫາວິ​ທະ​ຍາ​ໄລ​ຟູ້ຕ້ານ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບຸກ​ຄົນ​ວົງ​ການ​ສຶກສາ ສື່​ມວນ​ຊົນ ນັກ​ຮຽນ​ແລະ​ພໍ່​ແມ່​ຢ່າງ​ຫຼວງ​ຫຼາຍ,​ພວກ​ເພິ່ນ​ເຫັນ​ວ່າ,​ທັງ​ນີ້​ເຮັດ​ໃຫ້​ວິ​ທີ​ຮັບ​ເອົາ​ນັກ​ສຶກ​ສາ​ຂອງ​ການ​ສຶກ​ສາ​ຊັ້ນ​ສູງ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ,​ພ້ອມ​ກັນ​ນັ້ນ,​ກໍ​ມີ​ບົດ​ບາດ​ຊີ້​ນຳ​ຕໍ່​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ເພີ່ມ​ທະ​ວີ​ການ​ສຶກ​ສາ​ຄຸນ ທາດ.

​ແຕ່​ມີ​ບາງ​ຄົນ​ເຫັນ​ວ່າ,ຖ້າ​ໃຊ້​ວິທີ​ເຊັ່ນ​ດຽວກັນ​ມາ​ກວດ​ສອບ​ນັກ​ຮຽນ​ຊົນ​ນະ​ບົດ​ທີ່​ມີ​ເງື່ອນ​ໄຂ​ເສດ​ຖະ​ກິດ​ແລະ​ສະພາບ​​ແວດ​ລ້ອມ​ຊີ​ວິດ​ການ​ເປັນ​ຢູ່​ຂ້ອນ​ຂ້າງ​ຊົ່ວ​ຮ້າຍ,​ອາດ​ຈະ​ແມ່ນ​ບໍ່​ຍຸດ​ຕິ​ທຳ​ປານ​ໃດ.ທ່ານ​ໄຊ້​ຕາ​ເຟີ່ງ ຮອງ​ອະ​ທິ​ການ​ບໍດີ​ເວົ້າຢ່າງ​ຈິງ​ໃຈ​ວ່າ,​ການ​ຮັບ​ເອົາ​ນັກ​ສຶກ​ສາ​ດ້ວຍ​ການ​ສຳ​ພາດ​ໜ້າ​ຕໍ່​ໜ້າ​ເທື່ອ​ນີ້​ພຽງ​ແຕ່​ແມ່ນ​ການ​ທົດ​ລອງ​ຄັ້ງ​ໜຶ່ງ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ດຳ​ເນີນ​ການ​ປະ​ຕິ​ຮູບ​ຕໍ່​ການ​ສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ,ມີ​ຂອບ​ເຂດ​ຈຳ​ກັດ​ທີ່​ສຸດ.ຕາມ​ຊາບ​ວ່າ,​ແຫ່ຼງ​ນັກ​ຮຽນ​ທີ່​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ເທື່ອ​ນີ້​ພຽງ​ແຕ່​ຈຳ​ກັດ​ຢູ່​ເຂດ​ຊຽງ​ໄຮ້​ທໍ່​ນັ້ນ,​ຈຳ​ນວນ​ນັກ​ຮຽນ​ທີ່​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ດ້ວຍ​ການ​ສຳ​ພາດ​ໜ້າ​ຕໍ່ ໜ້າ​ກໍ​ກິນ​ພຽງ​ແຕ່​ປະ​ມານ​10%​ຂອງ​ຍອດ​ຈຳ​ນວນ​ນັກ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ຮັບ​ເອົາ​ໃນ​ປີ​ນີ້.
​​