ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 20:27:07    
ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​ຊາດ​ຢູ່​​ໃນ​ໂລກ​ດ້ວຍ​ຂໍ້​ອ້າງ​ໃດໆ

cri
ຕາມ​ຂ່າວCRI, ທ່ານ​ສິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ປະ​ເທດ​​ຊາດຢູ່​​ໃນ​ໂລກ​ດ້ວຍ​ຂໍ້​ອ້າງ​ໃດໆ.

ມີ​ຂ່າວ​ລາຍ​ງານ​ວ່າ, ຜູ້ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈະ​ຜ່ານ​ແດນ​ອາ​ເມ​ລິ​ກາ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ27​ເມສາ, ທ່ານ​ສິນ​ກາງ​ກ່າວ​ວ່າ, ຝ່າຍ​ຈີນ​ເດັດດ່ຽວ​ຄັດຄ້ານບຸກຄົນ​ສຳຄັນ​ຂອງ​ໄຕ້​ຫວັນ​ໄປ​ເຄື່ອນ​ໄຫວ​ຢູ່​ອາ​ເມ​ລິ​ກາ​​ໃນ​ນາມໃດໆ​ແລະ​ຂໍ້​ອ້າງ​ໃດໆ. ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຈົ່ງ​​ໂຄລົບຄຳ​ໝັ້ນ​ສັນຍາ​ທີ່ຍຶດໝັ້ນ​ຫຼັກການ​ຈີນ​ດຽວ, ​ໂຄລົບ​ປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະຫວ່າງ​ຈີນກັບ​ອາ​ເມ​ລິ​ກາ, ຄັດຄ້ານ​ໄຕ້​ຫວັນ​ເປັນ​ເອກະລາດ.