ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 20:50:19    
ພືດແຊນທີ່ມີສັບພະຄຸນກູ້ມິນ

cri Author: da

                     

ຫວ່າງມໍ່ໆນີ້ ຜູ້ຄົ້ນຄວ້າຂອງດານມາກໄດ້ຄົ້ນຄວ້າຜະລິດພືດແຊນພິເສດຊະນິດໜຶ່ງ,
ເມື່ອຮາກຂອງມັນແປະກັບວັດຖຸໝື້ລະເບີດແລ້ວ,ໃບມັນກໍຈະປ່ຽນສີ. ສະພາກາແດງ
ແລະອົງການກູ້ມິນຂອງດານມາກເປັນເອກະສັນກັນເຫັນວ່າ,ການຄົ້ນພົບດັ່ງກ່າວມີ
ຄວາມໝາຍປະຕິວັດ.

ເມ່ືອ 3 ປີກ່ອນ ມະຫາວິທະຍາໄລໂກເປນຮັກແລະບໍລິສັດຫຼັງໜ່ຶງຂອງດານມາກ
ເລີ່ມຮ່ວມກັນຄົ້ນຄວ້າພືດທີ່ມີສັບພະຄຸນກູ້ມິນຊະນິດນີ້. ປັດຈຸບັນ,ພືດທີ່ຮູບຮ່າງນ້ອຍໆ
ເຫຼົ່ານີ້ໄດ້ປູກຢູ່ຫ້ອງອຸ່ນໃນໂກເປນຮັກ,ຈົນຮອດປັດຈຸບັນ,ຍັງບໍ່ທັນເອົາໄປທົດລອງໃນ
ເວລາຊ້ອມລົບຢູ່ເຂດມິນຢ່າງແທ້ຈິງເທື່ອ. ແຕ່ການທົດລອງໃນຫ້ອງອຸ່ນຢັ້ງຢືນໃຫ້ເຫັນ
ວ່າ,ພືດດັ່ງກ່າວສາມາດມີປະຕິກິລິຍາຕໍ່ວັດຖຸໝື້ລະເບີດທ່ີໝາກມິນຮົ່ວອອກມາ,ຄືໃບ
ມັນຈະປ່ຽນສີ.

ຜູ້ຮັບຜິດຊອບການຄົ້ນຄວ້າລາຍນີ້ເວົ້າວ່າ,ໃຫ້ພືດຊະນິດນີ້ຊ່ອຍຄົນເຮົາຊອກຫາໝາກ
ມິນຢ່າງແທ້ຈິງນັ້ນຈະກາຍເປັນເລ່ືອງຈິງໃນພາຍໜ້າບໍ່ດົນ.ທ່ານເວົ້າວ່າ,ພືດດັ່ງກ່າວບໍ່
ຫ່ອນຈະປູກແຕ່ຢ່າງດຽວ,ແລະບໍ່ຫ່ອນຈະແຜ່ຂະຫຍາຍເອົາເອງ. ສະນັ້ນ ອົງການອະ
ນຸລັກສ່ິງແວດລ້ອມບໍ່ຕ້ອງເປັນຫ່ວງວ່າພືດແຊນຈະຂະຫຍາຍກວ້າງຢ່າງບໍ່ມີລະບຽບ.

ຂ່າວແຈ້ງວ່າ,ລັດຖະບານດານມາກແລະສະຖາບັນຄົ້ນຄວ້າຫຼາຍແຫ່ງລ້ວນແຕ່ເອົາໃຈ
ໃສ່ນຳໂຄງການດັ່ງກ່າວຫຼາຍ,ແລະໄດ້ລົງທຶນກ້ອນໃຫຍ່ເພ່ືອສະໜັບສະໜູນ. ສະພາ
ກາແດງດານມາກເຫັນວ່າ,ຖ້າວ່າໂຄງການດັ່ງກ່າວສາມາດນຳໄປປະຕິບັດຕົວຈິງຢ່າງ,
ເວົ້າສຳລັບວຽກງານກູ້ມິນຫຼາຍຮ້ອຍລ້ານໜ່ວຍໃນ 75 ປະເທດໃນທົ່ວໂລກແລ້ວ,ແມ່ນ
ມີຄວາມໝາຍສຳຄັນໂດຍບໍ່ຕ້ອງສົງໄສ.

ທາດໂປຼຕິນທີ່ເຮັດໃຫ້ຈຸລັງມະເຮັງມີອະຍຸຍືນບໍ່ຕາຍ.

ແຕ່ບູຮານນະການມານີ້ ຄົນເຮົາໄດ້ປາຖະໜາຢາກມີອະຍຸຍືນ,ສ່ວນຈຸລັງມະເຮັງພັດບໍ່
ຕາຍຈັກເທື່ອ,ປັດຈຸບັນ,ບັນຫາທີ່ເຮັດໃຫ້ຄົນລຳຄານໃຈນັ້ນມີການອະທິບາຍໃໝ່ແລ້ວ.
ນັກວິທະຍາສາດອັງກິດເວົ້າວ່າ,ພວກເຂົ້າເຈົ້າໄດ້ປະກົດເຫັນທາດໂປຼຕິນຊະນິດໜຶ່ງມັນ
ອາດຈະແມ່ນຂໍກະແຈທີ່ຈຸລັງມະເຮັງບາງຢ່າງບໍ່ຕາຍ.

ນັກວິທະຍາສາດຂອງອົງການຄົ້ນຄວ້າໂລກມະເຮັງຂອງອັງກິດໄດ້ປະກາດບົດລາຍ
ງານລົງວາລະສານຈຸລັງຂອງອາເມລິກາສະບັບໜ່ຶງວ່າ,ທາດໂປຼຕິນຊະນິດນີ້ເອີ້ນວ່າ:
RAD51D,ສາມາດສ້ອມແປງເມັດສົ້ນຂອງສີໂສມຈຸລັງ,ປ້ອງກັນບໍ່ໃຫ້ຈຸລັງຕາຍຍ້ອນ
ເມັດສົ້ນຖືກທຳລາຍແຮງໂພດ. ຖ້າລະງັບບົດບາດຂອງທາດໂປຼຕິນຊະນິດນີ້ ສາມາດ
ໃຊ້ມາປົວໂລກມະເຮັງບາງຊະນິດ.

ເມັດສົ້ນແມ່ນອົງປະກອບໃນສອງສົ້ນຂອງຕ່ອງໂສ້ໂປຼຕິນ,ກໍເໝືອນດັ່ງໂລຫະຫຼືປຼາສ
ຕິກໃນສອງສົ້ນຂອງເຊືອກມັດເກີບ,ມັນໄດ້ຮັກສາຄວາມໜັກແໜ້ນຂອງສີໂສມ,ແມ່ນ
ສຳຄັນທີ່ສຸດຕໍ່ອາຍຸຂອງຈຸລັງ. ໃນຂະບວນການແຕກແຍກເທື່ອໃດ ເມັດສົ້ນຂອງຈຸລັງ
ທຳມະດາກໍຈະສັ້ນເຂົ້າເລັກໜ່ອຍ. ຖ້າສັ້ນເຖິງຂະໜາດອັນແນ່ນອນແລ້ວ,ຈຸລັງກໍຈະ
ຕາຍ. ແຕ່ການຄົ້ນຄວ້າໃນເມື່ອກ່ອນສະແດງໃຫ້ເຫັນວ່າ,ເມັດສົ້ນຂອງຈຸລັງມະເຮັງບໍ່
ສັ້ນເຂົ້າ;ສະນັ້ນ ມັນສາມາດແຕກແຍກແຜ່ເຊື້ອຢ່າງບໍ່ມີຈຳກັດຈຶ່ງພາໃຫ້ຊີວະຊາດ
ຕາຍ.

ຜ່ານການຄົ້ນຄວ້າ,ນັກວິທະຍາສາດອັງກິດປະກົດເຫັນວ່າທາດໂປຼຕິນ RAD51D
ມີຢູ່ມໍ່ເມັດສົ້ນສີໂສມ,ເລີຍຄາດການວ່າມັນສາມາດສ້ອມແປງເມັດສົ້ນ.ເພື່ອຢັ້ງຢືນ
ຄວາມຄາດການດ່ັງກ່າວ,ນັກວິທະຍາສາດໃຊ້ເຕັກນິກກັ້ນກາງບໍ່ໃຫ້ທາດໂປຼຕິນ
RAD51D ເສີມຂະຫຍາຍບົດບາດ,ຜົນຂອງມັນແມ່ນ,ຈຸລັງມະເຮັງຖືກທຳລາຍຢ່າງ
ໜັກໜ່ວງ,ຈຸລັງສ່ວນຫຼາຍຕາຍພາຍໃນ 7 ມື້. ນອກນີ້ ສີໂສມທີ່ມີເມັດສົ້ນຍາວນັ້ນໄດ້
ຫຼຸດໜ້ອຍລົງ,ສ່ວນຈຳນວນສີໂສມທ່ີມີເມັດສົ້ນສັ້ນນັ້ນເພີ່ມຂຶ້ນຢ່າງເດັ່ນຊັດ.

ນັກວິທະຍາສາດເວົ້າວ່າ,ອາດຈະມີຈຸລັງມະເຮັງ 10% ອາໃສທາດໂປຼຕິນ RAD51D
ມາປ້ອງກັນບໍ່ເຖົ້າບໍ່ແກ່. ການປະກົດເຫັນດ່ັງກ່າວໄດ້ສະໜອງວິທີໃໝ່ໃຫ້ແກ່ການປົວ
ພະຍາດມະເຮັງສ່ວນໜຶ່ງ.