ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 11:09:04    
ທ່ານ​ຢວນລົງ​ພິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ບັນ​ດິດ​ສັນ​ຊາດ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ

cri Author: lm

ຕາມ​ໜັງສືພິມ​ເຢັນ​ມິນ​ຢື້​ປ້າວສະບັບ​ພົ້ນທະ​ເລ​ຂອງ​ຈີນ​​: ຫວ່າງ​ມໍ່ໆ​ນີ້ ທ່ານ​ຢວນລົງ​ພິງ ຜູ່​ຊ່ຽວ​ຊານ​ຄົ້ນ​ຄວ້າ​ເຂົ້ານາ​ນ້ຳ​ປະສົມ​ພັນ​ທີ່​ມີ​ຊື່ສຽງດົ່ງ​ດັງ ບັນດິດ​ສະພາ​ບັນດິດ​ວິສະ​ວະ​ກຳ​ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ບັນດິດ​ສັນຊາດ​ຕ່າງປະ​ເທດ​ຂອງ​ສະພາ​ບັນດິດ​ວິ​ທະ​ຍາ​ສາດ​ອາ​ເມ​ລິ​ກາ.

ທ່ານ​ຢວນລົງ​ພິງ​ຖືກ​ນັກວິທະຍາສາດ​ຂະ​ແໜງ​ດຽວ​ກັນ​ໃນ​ສາກົນ​ເອີ້ນ​ເປັນ "ບິດາ​ແຫ່ງ​ເຂົ້າ​ນາ​ນ້ຳ​ປະສົມ​ພັນ", ທ່ານ​​ໄດ້ຄົ້ນຄວ້າ​ເຂົ້ານາ​ນ້ຳ​ປະສົມ​ພັນ 40 ກວ່າປີ​​ແລ້ວ, ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​​ໃນການ​ແກ້​ໄຂ​ບັນຫາ​ທັນ​ຍາຫານ​ຂອງ​ຈີນ​ກໍ່​ຄື​ຂອງ​ໂລກ.

​ເຂົ້ານາ​ນ້ຳ​ປະສົມ​ພັນ​ທີ່​ນັກ​ວິທະຍາສາດ​ເຕັກນິກ​ກະສິກຳ​ຈີນ​ເລືອກ​ເພາະ​ປູກ​ນັ້ນ ນັບ​ມາ​ຮອດ​ປັດ​ຈຸ​ບັນ ​ລວມ​ທັງ​ໝົດໄດ້​ແຜ່​ຜາຍ​ປູກຢູ່​ຈີນ​ເຖິງ 400 ລ້ານ​ເຮັກຕາ​, ​ຢູ່ 40 ກວ່າ​ປະ​ເທດ ຄື ຫວຽດ​ນາມ ຟິ​ລິບ​ປິນ ອິນ​ເດຍ​ແລະ​ສີ​ລັງກາ​ເປັນຕົ້ນ, ກໍ​ໄດ້​ເລີ່​ມຄົ້ນຄວ້າ​ຫຼື​ນຳ​ເຂົ້າ​ປູກ​ ເນື້ອ​ທີ່​ປູກ​ມີ​ເຖິງ 1 ລ້ານ 5 ​ແສນ​ເຮັກຕາ.