ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 11:42:19    
ການ​ແລກປ່ຽນ​ວັດທະນະທຳ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ທີ່​ນັບ​ມື້​ນັບ​ຄຶກຄັກ

cri Author: shuo
ເວົ້າສຳລັບ​ຄົນ​ທັງຫລາຍ​ທີ່​ຢູ່​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ຄື​ປັກ​ກິ່ງ​ແລະ​ຊຽງ​ໄຮ້​ເປັນຕົ້ນ, ການ​ໄປ​ຊົມ​ງານ​ສະ​ແດງ​ຂອງ​ຄະນະ​ສິນລະປະກຳ​ຕ່າງປະ​ເທດ​ທີ່​ມີ​ລະດັບ​ສູງ​ໃນ​ທ້າຍ​ສັບປະດາ​ນັ້ນ, ບໍ່​ແມ່ນ​ເລື່ອງ​ຍາກ​ຫຍັງ.ປະຈຸ​ບັນ,​ ​ມີ​ສິນລະປິນ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫລາຍ​ມາ​ຈີນ​ຕາມຄຳ​ເຊີນ.​ ໃນ​ຂະນະ​ດຽວ​ກັນ, ​ສິນລະປິນ​ຈີນ​ຫລາຍ​ກວ່າ​ເກົ່າ​ກໍ່​ໄດ້​ນຳ​​ເອົາ​ວັດທະນະທຳ​ແລະ​ສິນລະ ປະກຳ​ຂອງ​ຈີນ​ໄປ​ສູ່​ຕ່າງປະ​ເທດ.​
ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ຕອນ​ຫນຶ່ງ​ຂອງການສະ​ແດງ​ຟ້ອນ​ບາ​ເລ​ຂອງ​ ​ສິນລະປິນ​ໂຮງ​ລະຄອນ​ແບບຢ່າງ​ແຫ່ງ​ຊາດຣັດ​ເຊຍ​​ທີ່​ສະ​ແດງໃນ​ບຸນ​ວັດ ທະນະທຳ​ຣັດ​ເຊຍ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.ການສະ​ແດງ​ອັນ​ຍອດ​ຢ້ຽມ​ຂອງ​ພວກ​ເຂົາ​ເຈົ້າໄດ້​ເຮັດ​ໃຫ້​ຜູ່​ຊົມ​ຕື່ນ​ຕາ​ຕື່ນ​ໃຈ​ທີ່​ສຸດ.
ປັກ​ກິ່ງ​ໃນ​ຖານ​ເປັນ​​ໃຈກາ​ງວັດທະນະທຳ​ຂອງ​ຈີນ,​ ​ມື້​​ໃດກໍ່​ໄດ້​ຈັດ​ງານ​ສະ​ແດງ​ແລະ​ງານ​ວາງສະ​ແດງ​ທີ່​ມີ​ລະດັບ​ສູງ​ສິບ​ກວ່າ​ເທື່ອ​ຈົນກະທັ້ງຫລາຍ​ສິບ​ເທື່ອ. ການສະ​ແດງ​ຂອງ​ຄະນະ​ສິນລະປະກຳ​ທີ່​ມີ​ລະດັບ​ສູງ​ຄື​ໂຮງ​ລະ ຄອນ​ແບບຢ່າງ​ແຫ່ງ​ຊາດຣັດ​ເຊຍນີ້,ປີ​ໃດ ຜູ່​ຊົມ​ປັກ​ກິ່ງ​ກໍ່​​ໄດ້​ຊົມ​ຫລາຍ​ເທື່ອ​.
ຊູ່ມື້​ນີ້,ງານ​ດົນຕີ​ສາກົນປັກ​ກິ່ງ​ແລະ​ການ​ເຄື່ອນ​ໄຫວ​ມ່ວນ​ຊື່ນ​​ລື່ນ​ເລີງທີ່​ມີ​ຊື່ວ່າ​ນັດ​ພົບ​​ຢູ່​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ປີ​ລະ​ເທື່ອ​ໄດ້​ກາຍ​ເປັນ​ບຸນ​ສິນລະປະກຳ​ສາກົນ​ທີ່​ມີ​ອິດທິພົນ​ສົມຄວນ.ປີ​ກາຍ​ນີ້, ງານ​ດົນຕີ​ສາກົນ​ປັກ​ກິ່ງ​ໄດ້​ດຶງ​ດູດ ​ສິນລະປິນ​ເກືອບ​ພັນ​ຄົນ​ທີ່​ມາ​ຈາກ​ສິບ​ກວ່າ​ປະ​ເທດ​ຄືຝຼັ່ງ ​ເຢຍລະ​ມັນ ​ເຊັກ​ແລະ​ອາ​ເມ​ລິ​ກາ​ເປັນຕົ້ນ.​ໃນ​ນັ້ນ, ​ສິ່ງ​ທີ່​ເຮັດ​ໃຫ້​ວົງ​ການ​ດົນຕີ​ຈີນ​ກະ​ຕຸ້ນ​ໃຈ​ກວ່າ​ຫມູ່​ນັ້ນກໍ່​ແມ່ນ​ການສະ​ແດງ​ລະຄອນ​ຮ້ອງ​ຊື່​ແຫວນ​ຂອງນີ​ເບ​ລັງຂອງ​ທ່ານ​ວັກ​ນາ ນັກ​ແຕ່ງ​ນົດ​ເພງ​ເຢຍລະ​ມັນທີ່​ສະ​ແດງ​ໂດຍ​ໂຮງ​ລະຄອນ​ແຫ່ງ​ຊາດ​ເນ​ລັນ​ບວກ​​ແຫ່ງເຢຍລະ​ມັນ.
ການສະ​ແດງ​ລະຄອນ​ຮ້ອງ​ເລື່ອງ​ແຫວນ​ຂອງ​ນີ​ເບ​ລັງ​ຢູ່​ປັກ​ກິ່ງ​ຖືກ​ຖື​ເປັນ​ເຫດການ​ໃຫຍ່​​ເທື່ອຫນຶ່ງ​ໃນ​ວົງ​ການ​ດົນຕີ​ຂອງ​ຈີນ.ລະຄອນຮ້ອງ​​ເລື່ອງນີ້​ແບ່ງ​ອອກເປັນ​ສີ່​ພາກສ່ວນ,​ແຕ່​ລະ​ພາກ​ຕ້ອງ​ສະ​ແດງ​ເປັນ​ເວລາ​ສີ່​ຊົ່ວ​ໂມງ, ຕ້ອງ​ໃຊ້​ເວລາ​ສີ່​ມື້​ຈິ່ງ​ສະ​ແດງ​ຫມົດ​ໄດ້.​ເວົ້າສຳລັບ​ຜູ່​ຊົມ​ປັກ​ກິ່ງ​ແລ້ວ, ການ​ໄປ​ຊົມ​ລະຄອນ​ຮ້ອງ​ດັ່ງກ່າວ​ແມ່ນ​ຕ້ອງ​ມີ​ຄວາມ​ຮູ້​ແລະ​ກຳລັງ​ແຮງ​ພໍ​ສົມຄວນ.​ແຕ່​ວ່າ, ສິ່ງ​ທີ່​ເຮັດ​ໃຫ້​ຜູ່​ຈັດ​ຕັ້ງຕົກ​ສະ​ເງີ້ນັ້ນ​ແມ່ນ, ການສະ​ແດງ​ສີ່​ເທື່ອ​ຢູ່​ປັກ​ກິ່ງ​ບໍ່​ພຽງ​ແຕ່​ມີ​ຜູ່​ຊົມ​ມາ​ຊົມ​ເຕັມ​ໂຮງ​ລະຄອນ​ທໍ່​ນັ້ນ, ຜູ່​ຊົມ​ເກືອບ​ຫມົດ​ທຸກ​ຄົນ​ ​ຍັງ​ໄດ້​ຍຶດຫມັ້ນຊົມ​ເຖິງ​ປິດ​ສາກ​ໃນ​ຕອນ​ດຶກ​ດ້ວຍ​ຄວາມ​ຫ້າວຫັນ,​ແລ້ວ​ຈິ່ງ​ກັບ​ເມືອ.
​ພາຍຫລັງການສະ​ແດງ​ລະຄອນ​ຮ້ອງ​​​ເລື່ອງແຫວນ​ຂອງ​ນີ​ເບ​ລັງ​ສີ່​ພາກສ່ວນສິ້ນ​ສຸດ​ລົງ​ແລ້ວ,ທ່ານນາງ​ຢາງ​ທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ຊິງ​ຮວາ​ເວົ້າຕໍ່ນັກ​ຂ່າວ​ດ້ວຍ​ຄວາມ​ກະ​ຕຸ້ນ​ໃຈວ່າ:
ລະຄອນ​ເລື່ອງນີ້ ຂ້າພະ​ເຈົ້າ​ໄດ້​ເບິ່ງ​ຫມົດ​ສີ່​ພາກສ່ວນ,ຮູ້ສຶກ​ວ່າ​ດີ​ຫລາຍ.ພວກ​ເຮົາ​ຊື້​ປີ້​ຍາກ​ຫລາຍ,​ແຕ່​ໂຊກດີ​ມີ​ໂອກາດ​ໄດ້​ຮູ້​ວ່າ,ລະຄອນ​ຮ້ອງຂອງ​ຝ່າຍ​ຕາ​ເວັນ​ຕົກ​ແມ່ນ​ຫຍັງ,ດຽວ​ນີ້ຮູ້​ດີ​ແລ້ວ.
ນອກຈາກ​ງານ​ມະຫະກຳ​ດົນຕີຂອງ​ຝ່າຍ​ຕ​າ​ເວັນ​ຕົກ​ແລ້ວ, ການສະ​ແດງ​ສິນ ລະປະກຳ​ຂອງ​ອາ​ຟາ​ລິ​ກາ​ແລະ​ອາຊີ​ກໍ່​ໄດ້​ມີ​ສ່ວນ​ແບ່ງ​ໃນຕະຫລາດ​ການສະ​ແດງ​ຂອງ​ຈີນຄື​ກັນ.
​ໃນ​ຂະນະ​ທີ່​ຄະນະ​ສິນລະປະກຳ​ຕ່າງປະ​ເທດ​ເຂົ້າມາ​ຈີນນັ້ນ,ສິນລະປິນ​ທັງຫລາຍຂອງ​ຈີນ​ກໍ່​ໄດ້ໄປ​ສະ​ແດງ​ຢູ່ແຫ່ງ​ຕ່າງໆ​ທົ່ວ​ໂລກ​, ​ນຳ​ເອົາ​ວັດທະນະ ທຳ​ແລະ​ສິນລະປະກຳ​ຂອງ​ຈີນ​ໄປ​ສູ່​ພົ້ນທະ​ເລ.ທ່ານ​ພຸ​ທົງ ຮອງ​ຫົວຫນ້າ​ກົມ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ກະຊວງ​ວັດທະນະທຳຈີນ​ແນະນຳ​ວ່າ,​ໃນ​ຫລາຍ​ປີ​ມາ​ນີ້,ການ​ແລກປ່ຽນ​ວັດທະນະທຳລະຫວ່າງຈີນ​ກັບ​ຕ່າງປະ​ເທດ​ໄດ້​ປະກົດ​ມີ​ສະພາວະ​ຄຶກຄັກຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ,ນີ້​ມີ​ສ່ວນ​ກ່ຽວຂ້ອງ​ຫລາຍສົມຄວນ​ກັບ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ແລະ​ວົງ​ການສິນລະປະ​ວັດທະນະທຳ​ຫວັງ​ຢາກ​ແລກປ່ຽນ​ກັບ​ພາຍ​ນອກ.ທ່ານ​ເວົ້າວ່າ:
ພວກ​ເຮົາ​ຕ້ອງ​​ໄປມາຫາ​ສູ່​ກັນ​ກັບ​ໂລກ​ຫລາຍ​ກວ່າ​ເກົ່າ.ການ​​ໄປມາຫາ​ສູ່​ກັນແບບ​ນີ້​ມີ​ຂົງ​ເຂດ​ການ​ເມືອງ​ ເສດຖະກິດ,ທາງ​ດ້ານ​ວັດທະນະທຳ​ກໍ່​ຂາດ​ເຂີນ​ບໍ່​ໄດ້.ການ​​ໄປມາຫາ​ສູ່​ກັນ​ດ້ານ​ວັດທະນະທຳ​ເປັນ​ການ​ໄປມາຫາ​ສູ່​ກັນ​ເພື່ອເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ຄົນທັງຫລາຍ,​ ແລະ​ເຮັດ​ໃຫ້​ຄົນ​ສະ ຫນິດສະຫນົມ​​ເຂົ້າ.ມັນ​ຈະ​ເຮັດ​ໃຫ້ການ​ໄຂ​ປະຕູ​ສູ່​ກັນ​ກັບພາຍ​ນອກ​ຂອງ​ຈີນໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ແລະຮັບຮອງ​ຈາກ​ໂລກ​ງ່າຍກວ່າ​ເກົ່າ.​ເພາະວ່າວັດ ທະນະທຳ​ຂອງ​ຈີນ​ແມ່ນ​ວັດທະນະທຳທີ່ສັນຕິພາບ,​ແມ່ນ​ວັດທະນະທຳ​ທີ່​ອະນຸ​ໂລມ​,ການ​ແລກປ່ຽນ​ວັດທະນະທຳ​ສາມາດ​ເຮັ​ດ​ໃຫ້​ຄົນ​ທັງຫລາຍ​ເຂົ້າ​ໃຈ​ແນວ​ຄິດ​ຂອງ​ປະຊາ​ຊາດ​ຈີນ, ​ແລະ​ຮີດ​ຄອງ​ປະ​ເພນີ​ອັນ​ດີ​ເລີດ​ຂອງ​ປະຊາ​ຊາດ​ຈີນ.
​ກຸ່ມບໍລິ​ສັດວັດທະນະທຳ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ແມ່ນ​ບໍລິສັດ​ທີ່​ດຳ​ເນີນ ການ​ເຄື່ອນ​ໄຫວ​ແລກປ່ຽນ​ສິນລະປະ​ວັດທະນະທຳ​ຕໍ່​ຕ່າງປະ​ເທດ​ທີ່​ມີ​ຂະ ຫນາດ​ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ,​ແຕ່ກ່ອນ​ມັນ​ແມ່ນ​ບໍລິສັດ​ສະ​ແດງ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ສູນ​ວາງສະ​ແດງ​ສິນລະປະກຳ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ທີ່​ມີ​ປະຫວັດ​ເຄິ່ງສະຕະວັດ​ແລ້ວ.ປະຈຸ​ບັນ, ກຸ່ມ​ບໍລິສັດ​ດັ່ງ​ກ່າວໄດ້​ຈັດງານ​ສະ​ແດງ​ແລະ​ງານ​ວາງສະ​ແດງ​​ຢູ່​ຕ່າງປະ​ເທດ​ເກືອບ 90% ຂອງ​ຈີນ.
​ເມື່ອ​ກ່າວ​ເຖິງ​ສະພາບ​ການ​ແລກປ່ຽນ​ວັດທະນະທຳ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ຫລາຍ​ປີ​ມາ​ນີ້, ທ່ານ​ຈ່າງ​ອີ ຜູ່​ອຳນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ​ດັ່ງກ່າວ​​ໄດ້​ບອກ​ຕົວເລກ​​ພວງສູ່​ນັກ​ຂ່າວຟັງ​ວ່າ:
ພາຍ​ໃນ​ເວລາ​ສອງ​ປີ​ເຄີ່ງ​ແຕ່​ເດືອ​ນມິຖຸນາ​ປີ 2003 ຮອດ​ທ້າຍ​ປີ 2005,ກຸ່ມ​ບໍລິສັດ​ພວ​ກ​ເຮົາກໍ່​ໄດ້​ຈັດລາຍການ​ສະ​ແດງ​ແລະ​ວາງສະ​ແດງ​ຢູ່​ຕ່າງປະ​ເທດ 256 ລາຍການຢູ່ 51 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ,​ໃນ​ນັ້ນ, ​ໄດ້​ແຕ່ງ​ 210 ກວ່າຄະນະ​ສິນລະປະກຳ​ໄປສະ​ແດງ 13 ພັນ ກວ່າຮອບ,ຜູ່ຊົມຕ່າງປະເທດໃນສອງປີເຄິ່ງນີ້ບັນລຸເຖິງ 19 ລ້ານກວ່າເທື່ອ ຄົນ.
ສິນລະປະວັດທະນະທຳທີ່ມາຈກາປະເທດເກົ່າແກ່ຕາເວັນອອກໄດ້ຈັບ​ໃຈຜູ່ຊົມພົ້ນທະເລຢ່າງ​ເລິກ​ເຊິ່ງ.ໃນການເຄື່ອນໄຫວແລກປ່ຽນວັດທະນະທຳ​ທຸກລາຍທີ່ກຸ່ມບໍລິສັດຕໍ່ຕ່າງປະເທດຂອງຈີນຈັດຂຶ້ນນັ້ນ, ມີສອງລາຍການ ແມ່ນມີຊື່ລືນາມທີ່​ສຸດຄືຫນຶ່ງແມ່ນປີວັດທະນະທຳທີ່ຈີນແລະຝຼັ່ງຕ່າງຈັດຂຶ້ນຢູ່ ປະ​ເທດຝ່າຍກົງກັນຂ້າມເປັນເວລາສາມປີ, ສອງປະເທດລວມໄດ້ຈັດງານສະ ແດງແລະລາຍ​ການວາງສະແດງ 700 ກວ່າ​ລາຍການ,​ໄດ້​ເກີດ​ມີ​ປະຕິກິລິ ຍາ​ຢ່າງ​ມະຫາສານ;ອີກ​ອັນ​ຫນຶ່ງ​ແມ່ນ​ເດືອນ​ຕຸລາ​ປີ​ກາຍ, ​ໄດ້​ຈັດ​ບຸນ​ວັດທະ ນະທຳ​ຈີນ​ຢູ່​ວໍ​ຊິງ​ຕັນ​ແຫ່ງ​ອາ​ເມ​ລິ​ກາ, ພາຍ​ໃນ​ເວລາ​​ຫນຶ່ງ​ເດືອນ​ອັນ​ສັ້ນໆ, ສູນ​ສິນລະປະກຳແກນ​ນີດີ​ວໍ​ຊິງ​ຕັນ​ໄດ້​ຈັດ ການ​ສະ​ແດງ​ແລະ​ງານ​ວາງສະ​ແດງ​ກ່ຽວ​ກັບ​ຈີນ​ປະ​ເພດ​ຕ່າງໆຢ່າງ​ລຽນຕິດ​,​ໄດ້​ກໍ່​ກະ​ແສ​​ເຫີ່ຈີນ​ຢູ່​ໃນ​ສັງຄົມ​ກະ​ແສຫລັກຂອງອາ​ເມ​ລິ​ກາ.
ທີ່​ທ່ານ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ຊື່​ແມງກະ​ເບື້ອຍດົມ​​ດອກ​ໄມ້​ທີ່​ເສບ​ໂດຍ​ວົງ ດົນຕີ​ຊິ​ມ​ໂຟນີກວາງ​ໂຈ​ວ​ໃນ​ບຸນ​ວັດທະນະທຳ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ໃນ​ປີ​ກາຍ.ດົນຕີ​ຊິ​ມ​ໂຟນີນີ້​ຍ້ອນ​ມີ​ຈັງ​ວະ​ດົນຕີ​ຊົນ​ເຜົ່າ​ຂອງ​ຈີນ, ຈິ່ງ​ມີ​ລີລາ​ອັດສະ ຈັນ​ທີ່​ສຸດ,​ເຮັດ​ໃຫ້​ຜູ່​ຊົມ​ອາ​ເມ​ລິ​ກາ​ບໍ່ຫນ້ອຍ​ນີຍົມ​ຫລາຍ.ທ່ານຜູ່ຊົມ​ດອນ.ວາ​ລາສບອກ​ນັກ​ຂ່າວ​ວ່າ:
ການ​ຟັງ​ດົນຕີ​ຈີນ,ຊອກ​ຮູ້​ວັດທະນະທຳ​ຈີນ​ແມ່ນ​ເລື່ອງທີ່​ດີ​ທີ່​ສຸດ, ​ໂດຍ​ສະ​ເພາະ​ແມ່ນ​ດົນຕີ​ທີ່​ຟັງ​ມາ​ມື້​ກີ້​ນີ້ພິ​ເສດ​ຫລາຍ, ​ແມ່ນ​ດົນຕີ​ຊິ​ມ​ໂຟນີທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ຟັງ​ມາ​ກ່ອນ,ຂ້າພະ​ເຈົ້າກະ​ຕຸ້ນ​ໃຈ​ຫລາຍ.ຂ້າພະ​ເຈົ້າຈະໄປ​ຊອກ​ອ່ານ​ເອກະສານ​ທີ່​ກ່ຽວຂ້ອງ, ​ເພື່ອ​ຊອກ​ຮູ້​ດົນຕີ​ເຫລົ່າ​ນີ້​ແລະ​ຜູ່​ແຕ່ງ​ດົນຕີ​ເຫລົ່າ​ນີ້​ຕື່ມ​ອີກ.