ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 14:48:39    
ຂ່າວ​ກິລາປະ​ມວນ​ໜຶ່ງ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ. ​ໃນ​ລາຍ​ການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ຂ່າວ​ກິລາ​ປະ​ມວນ​ໜຶ່ງ​ສູ່​ທ່ານ​ຟັງ.

ວັນ​ທີ 28 ມີນາ, ຜູ່​ຮັບຜິດຊອບ​ກອງ​ບັນຊາ​ການ​ໂຄງການ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເຜີຍ​ໃຫ້​ຮູ້​ວ່າ, ປີ 2006 ນີ້​ຈະ​ແມ່ນ​ປີ​ຂໍ​ກະ​ແຈ​ຂອງການກໍ່​ສ້າງ​​ສະ​ໜາມ​ກິ​ລາ​ກາງ​ແຈ້ງ​ແລະ​ມີ​ຫົ່ມ​ຂອງງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ຄາດ​ວ່າ​ຮອດ​ກາງ​ປີ​ນີ້ ຈະ​ເປັນ​ກະ​ແສ​ສູງ​ຂອງ​ການ​ກໍ່​ສ້າງ​. ສະໜາມກິລາ​ກາງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ສູນ​ລອຍ​ນ້ຳ​ແຫ່ງ​ຊາດ​ແລະ​ສະ​ໜາມ​ກິ​ລາ​ມີ​ຫົ່ມແຫ່ງ​ຊາດ​ເປັນຕົ້ນທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​​ເປັນ​ຢ່າງ​ຍິ່ງ ຈະ​ສຳ​ເລັດ​ການ​ກໍ່​ສ້າງ​ໂຄງ​ປະ​ກອບ​ຕົ້ນຕໍ​ໃນ​ປີ​ນີ້.

ວັນ​ທີ 1 ​ເມສາ, ​ໂຄງການ​ດັດ​ແປງສິ່ງ​ກໍ່ສ້າງ​​ສູນ​ກິລາ​ໂອ​ລິ​ມປິກ​ແຫ່ງ​ຊາດປັກ​ກິ່ງ​​ທີ່​ບໍ​ລິ​ການ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ເລີ່​ມລົງມື​ກໍ່ສ້າງ. ກະ​ວ່າ ​ໂຄງ​ການ​ດັດ​ແປງ​ສູນ​ກິ​ລາ​ດັ່ງ​ກ່າວ​ຈະ​ສຳ​ເລັດ​ລົງ​ໃນ​ເດືອນ​ສິງຫາ​ປີ 2007. ​ເມື່ອ​ໂຄງ​ການ​ດັດ​ແປງ​ສຳ​ເລັດ​ແລ້ວ, ສິ່ງ​ກໍ່​ສ້າງ​ກິລາ​ຕ່າງໆ​ຂອງ​ສູນ​ກິລາ​ດັ່ງກ່າວ ​ເຊັ່ນ ສະ​ໜາມ​ກິ​ລາ​ກາງ​ແຈ້ງ ສະ​ໜາມ​ກິ​ລາ​ມີ​ຫົ່ມ​ແລະ​ສູນ​ລອຍ​ນ້ຳ​ເປັນຕົ້ນ ຈະ​ຕ້ອນຮັບ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ດ້ວຍ​ໂສມ​ໜ້າ​ໃໝ່​ອ່ຽມ. ​ໃນ​ນັ້ນ ສະໜາມ​ກາງ​ແຈ້ງ​ທີ່​ດັດແປງ​ແລ້ວ​ນັ້ນ ສາ​ມາດ​ບັນຈຸ​ຜູ່​ຊົມ 4 ໝື່ນ​ຄົນ, ສະ​ໜາມ​ກິລາ​ມີ​ຫົ່ມ​ທີ່​ດັດ​ແປງ​ແລ້ວ ສາມາດ​ບັນຈຸ​ຜູ່​ຊົມ 7000 ຄົນ. ສູນ​ກິລາ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຕັ້ງ​ຢູ່​ພາກ​ເໜືອ​ນະ​ຄອນ​ປັກ​ກິ່ງ, ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ, ຈະ​ຈັດ​ການ​ແຂ່ງ​ຂັນ​ບານ​ເຕະ ບານ​ມື ບານ​ນ້ຳ​ແລະ 5 ລາຍ​ການ​ຍຸກ​ປັດ​ຈຸ​ບັນ​ເປັນ​ຕົ້ນ​ຢູ່​ສູນ​ດັ່ງ​ກ່າວ​.

ວັນທີ 31 ມີນາຢູ່​ທີ່​ປັກ​ກິ່ງ, ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປະ​ກາດ​ວ່າ, ​ເລີ່ມ​ແຕ່​ວັນ​ທີ 31 ມີນາ​ເປັນຕົ້ນ​ໄປ, ຈະຂໍ​ຄຳ​ຂວັນ​ຜູ່​ອາ​ສາ​ສະ​ໝັກ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ​ໂດຍ​ອວ່າຍໜ້າ​ໄປ​ສູ່​ທົ່ວ​ໂລກຢ່າງ​ເປີດ​ເຜີຍ, ​ເນື້ອ​ໃນ​ຄຳ​ຂວັນ​ຜູ່​ອາ​ສາ​ສະ​ໝັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ດັ່ງ​ນີ້: ສັງ​ເຂ​ບ​ໃນ​ລະ​ດັບ​ສູງ​ກ່ຽວ​ກັບ​ທັດ​ສະ​ນະ​ຄະ​ຕິ​ການ​ບໍ​ລິ​ການ​ອາ​ສາ​ສະໝັກ​ແຫ່ງ "ການບໍລິການ​ຢູ່​​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ຄວາມ​ກົມ​ກຽວ​ກັນ​ຢູ່​​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ", ​ໂຮມ​ສູນສະ​ແດງ​ໃຫ້​ເຫັນ​ນິຍາມ​ທີ່​ວ່າ "​ໃບ​ໜ້າ​ຍິ້ມ​ຂອງ​ຜູ່​ອາ​ສາ​ສະ​ໝັກ​ແມ່ນ​ນາມບັດ​ດີ ກ​ວ່າ​ໝູ່​ຂອງ​ນະຄອນປັກ​ກິ່ງ". ການ​ຂໍ​ຄຳ​ຂວັນ​ຜູ່​ອາ​ສາ​ສະ​ໝັກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເທື່ອ​ນີ້​ຈະ​ໝົດ​ກຳນົດ​ໃນ​ວັນ​ທີ 31 ສິງ​ຫາ​ປີ 2006, ກ່ອນ​​ເວ​ລາ​ດັ່ງ​ກ່າວ, ຜູ່​ເຂົ້າ​ຮ່ວມ​ສາ​ມາດ​ສົ່ງ​ບົດ​ປະພັນ​ໂດຍທາງ​ໄປ​ສະ​ນີ​ຫຼື​ທາງ​ອິນ​ເຕີ​ເນັດ, ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ຂໍ​ຄຳ​ຂວັນ​ເທື່ອ​ນີ້​ຂໍ​ໃຫ້​ອ່ານ​ໃນ​ເວັບ​ໄຊ www.beijing2008.com ​ເຊິ່ງ​ແມ່ນ​ເວັບ​ໄຊ​ຝ່າຍ​ທາງ​ການ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.

ວັນ​ທີ 29 ​ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຝິງຈ້ຽນຈົ່ງ ຮອງ​ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, "​ໂຄງການອອກກຳລັງ​ກາຍ​ສ້າງ​ສຸຂະພາບ​ຂອງ​ຊາວ​ກະສິ​ກອນ" ​ເຊິ່ງ​ຖື​ການ​ກໍ່​ສ້າງ​ສິ່ງ​ກໍ່​ສ້າງ​ກິລາ​ສາທາລະນະ​ຢູ່​ຊົນ​ນະ​ບົດ​ອັນ​ໄພສານ​ຂອງ​ຈີນ​ເປັນ​ເນື້ອ​ໃນ​ຕົ້ນ​ຕໍ​ນັ້ນ ຈະ​ເລີ່ມ​ດຳ​ເນີນ​ໄປ​ໃນ​ປີ​ນີ້, ​ໂຄງການ​ດັ່ງກ່າວ​​ໄດ້​ວາງ​ແຜນ​ໄວ້​ວ່າ, ພາຍ​ໃນ​ເວ​ລາ 5 ປີ ຈະ​ເຮັດ​ໃຫ້​ໝູ່​ບ້ານ​ໃນ​ທົ່ວ​ປະ​ເທດ​ຈີນ 1/6 ມີ​ສິ່ງ​ກໍ່ສ້າງ​ກິລາ​ສາ​ທາ​ລະ​ນະ​ທີ່​ໄດ້​ມາດ​ຖານ.

ວັນ​ທີ 31 ມີນາ, ພິທີ​ເກັບ​ມັດ​ໄຟ​ງານ​ກິລາ​​ແຫ່ງ​ຊາດ​ຈີນ​ຄັ້ງທີ 3 ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ຊູ​ໂຈ່​ວ ທາງ​ພາກ​ຕ​າ​ເວັນ​ອອກ​ຂອງ​ຈີນ ໃນ​ພິທີ​ເກັບ​ມັດໄຟ, ທ່ານ​ອຽນ​ລີ້ ​ເຈົ້າ​ຄອງ​ເມືອງ​ຊູ​ໂຈ່​ວ ​ເມືອງ​ເຈົ້າພາບ​ງານ​ກິລາ​​ແຫ່ງ​ຊາດຄັ້ງທີ 3 ​ໄດ້​ໄຕ້​ກັບ​ມັດ​ໄຟ, ມັດ​ໄຟ​ດັ່ງ​ກ່າວ​ຈະ​ຖືກ​ໃຊ້​ມາ​ໄຕ້​ທວນ​ໄຟ​ສະໜາມກິລາ​ກາງ​ໃນ​ພິທີ​ເປີດ​ງານ​ກິລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3. ງານ​ກິລາ​​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນຢູ່​ເມືອງ​ຊູ​ໂຈ່​ວ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 30 ພຶດ​ສະ​ພາ​ປີ​ນີ້, ຄາດ​ວ່າ​ຈະ​ມີ​ນັກ​ກິລາ 6000 ກວ່າ​ຄົນ​ເຂົ້າຮ່ວມ​ການ​ແຂ່ງ​ຂັນ. ລາຍ​ການ​ທີ່​ຈັດ​ໃຫ້​ມີ​ໃນ​ງານ​ກິ​ລາ​ແຫ່ງ​ຊາດ​ລ້ວນ​ແຕ່​ແມ່ນ​ລາຍການທີ່​ບໍ່​ມີ​ການ​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ, ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ລາຍ​ການ​ທີ່​ມວນ​ຊົນ​ຈີນ​ມັກ​ຫຼິ້ນ​ມັກ​ຊົມ​ທົ່ວ​ໄປ. ວັດຖຸ​ປະ​ສົງ​ຂອງ​ການ​ຈັດ​ງານ​ກິລາ​​ແຫ່ງ​ຊາດ​ແມ່ນ​ຊຸກ​ຍູ້​ກິລາ​ຫັດກາຍ​ບໍ​ລິ​ຫານ​ທົ່ວ​ປວງ​ຊົນ​ຈີນ.

ງານ​ແຂ່ງຂັນ​ໄຕ່​ສະ​ເກັດ​ໄລຍະ​ສັ້ນປີ 2006 ທີ່​ຈັດ​ຂຶ້ນຢູ່​ເມືອງ​ມິນ​ເນຍ​ໂປ​ລິ​ສ​ແຫ່ງ​ອາ​ເມ​ລິ​ກາ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 2 ​ເມສາ, ​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້, ທີ​ມ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ 2 ຫຼຽນ, ​ໃນ​ນັ້ນ ນາງ​ຫວາງ​ເໝິງຊີງ​ໄດ້ຫຼຽນຄຳລາຍການ​ໄຕ່​ສະ​ເກັດ​ໄລຍະ 500 ​ແມັດ, ທີ​ມ​ເພດ​ຍິງ​ຈີນ​ຊີງ​ໄດ້ຫຼຽນຄຳ​ລາຍການ​ແຂ່ງຂັນ​ໄຕ່​ສະ​ເກັດ​ຕໍ່​ແຮງ​ໄລຍະ 3000 ​ແມັດ. ນອກ​ນີ້, ທີມ​ຈີນ​ຍັງ​ຊີງ​ໄດ້ຫຼຽນ​ເງິນ 6 ຫຼຽນ​ໃນ​ງານ​​ແຂ່ງຂັນ​ເທື່ອ​ນີ້. ​ໃນ​ຕາລາງ​ຫຼຽນ​ລາງ​ວັນ, ທີ​ມສ.​ເກົາ​ຫຼີ​ເປັນ​ທີ​ໜຶ່ງ​ດ້ວຍ​ຫຼຽນຄຳ 5 ຫຼຽນ ຫຼຽນ​ເງິນ 3 ຫຼຽນ ຫຼຽນ​ທອງ 2 ຫຼຽນ, ທີ​ມກາ​ນາ​ດາ​ເປັນ​ທີ​ສອງ, ທີມ​ຈີນ​ເປັນ​ທີ​ສາມ.

ງານ​ແຂ່ງຂັນ​ຍິງ​ປືນ​ຊີງ​ຂັນ​ໂລກ​ນັດ​ເມືອງ​ກວາງ​ໂຈ່​ວ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 1 ​ເມ​ສາ, ​ການ​ແຂ່ງຂັນ​ໄດ້​ດຳ​ເນີນ​ເປັນ​ເວລາ 8 ມື້, ນັກ​ກິລາ​ຈີນຊີງ​ໄດ້ຫຼຽນ​ຄຳ 3 ຫຼຽນ ​ແລະ​ຫຼຽນ​ເງິນ 3 ຫຼຽນ, ​ໃນ​ນັ້ນ ນາງ​ລິວ​ປໍ່ຊີງ​ໄດ້ຫຼຽນຄຳ​ລາຍການ​ຍິ​ງ​ປືນ​ເລັກ​ຍາວ 3 ຄູນ 20 ​ໄລ​ຍະ 50 ​ແມັດ​ເພດ​ຍິງ, ນາງ​ເຢິນ​ເຈ​ຊີງ​ໄດ້ຫຼຽນຄຳ​ລາຍການຍິງ​ປືນ​ພົກ​ອັດ​ລົມ 10 ​ແມັດ​ເພດ​ຍິງ.