ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 17:40:49    
ຜົນປະໂຫຍດຂອງເກືອ

cri Author: li

ເກືອແມ່ນເຄື່ອງຊູລົດທີ່ພວກເຮົາໃຊ້ປະຈຳວັນ, ແຕ່ທ່ານຮູ້ບໍ່ວ່າ, ເກືອຍັງມີຜົນປະ
ໂຫຍດອື່ນໆຫຼາຍ ຢ່າງ? ໃນບົດຄວາມນີ້, ຂໍແນະນຳຜົນປະໂຫຍດຂອງເກືອໃນການ
ເຮັດອະນາໄມໃນເຮືອນ.

ກ່ອນອື່ນແມ່ນໃຊ້ເກືອມາລ້າງຂຽງ. ຂຽງມັກມີແມ່ພະຍາດຕິດຄ້າງຫຼືຕົກໂໝກງ່າຍທີ່
ສຸດ, ເພື່ອຮັກສາຂຽງໃຫ້ສະອາດ, ຕ້ອງລ້າງແລະຂ້າແມ່ພະຍາດເລື້ອຍໆ. ໃນຍາມທຳ
ມະດາ, ເມື່ອໃຊ້ຂຽງແລ້ວ, ດີທີ່ສຸດແມ່ນໂຮຍເກືອບໃສ່, ແລ້ວໃຊ້ແປງຜັດລ້າງໃຫ້ສະ
ອາດ, ຫຼັງຈາກນັ້ນໃຊ້ນ້ຳຮ້ອນລວກ, ແລ້ວເອົາໄປຕາກແດດເພື່ອດັບເຊື້ອ.

ນອກນີ້, ກ່ອນໃຊ້ຂຽງ, ເພື່ອບໍ່ໃຫ້ນ້ຳມັນໃນອາຫານຫຼືກິ່ນຄາວຊຶມເຂົ້າໃນຂຽງ, ໃຫ້ເອົາ
ນ້ຳເຢັນລ້າງ ຂຽງກ່ອນ, ໃຊ້ຜ້າເຊັດໃຫ້ແຫ້ງ, ແລ້ວຈຶ່ງໃຊ້ຊອຍຂອງ. ຂຽງທີ່ໃຊ້ຊອຍ
ປາແລະຊີ້ນ, ຕ້ອງໃຊ້ນ້ຳເຢັນລ້າງ ກ່ອນ, ຢ່າໃຊ້ນ້ຳຮ້ອນລວກໂລດ. ເພາະທາດໂປຼ
ຕິນທີ່ຕິດຂຽງ, ຖ້າຖືກນ້ຳຮ້ອນມັນຈະກ້າມແລ້ວພາໃຫ້ລ້າງຍາກ.

ເກືອຍັງໃຊ້ມາຊັກຜ້າກັ້ງປ່ອງຢ້ຽມໃຫ້ຂາວຄືນໄດ້. ຜ້າກັ້ງປ່ອງຢ້ຽມທີ່ເຫຼືອງຍ້ອນຖືກ
ຄວັນນີໂກຕິນ, ໃຊ້ຈັກຊັກເຄື່ອງຊັກຈັ່ງໃດກໍ່ບໍ່ກ້ຽງນັ້ນ, ໃຫ້ລອງເອົາເກືອຊັກເບິ່ງ. ວິທີ
ກໍ່ ແມ່ນເອົາຜ້າກັ້ງປ່ອງຢ້ຽມແຊ່ໃສ່ນ້ຳໃນຈັກຊັກເຄື່ອງ, ເອົາເກືອໃສ່ຈັກເຄ່ິງຈອກ, ປະ
ໄວ້ມື້ ໜຶ່ງແລ້ວຈຶ່ງໃສ່ຜົງຊັກຟອກ, ເປີດຈັກປ່ັນໃຫ້ດົນຈັກໜ້ອຍໜຶ່ງ, ຜ້າກັ້ງປ່ອງຢ້ຽມ
ກໍ່ຈະຂາວສະ ອາດຄືເກົ່າ.

ເກືອຍັງໃຊ້ມາລ້າງຄາບນ້ຳໃນເຕົ້ານ້ຳຊາໄດ້. ເຕົ້ານ້ຳຊາເມື່ອໃຊ້ດົນແລ້ວ, ຂ້າງໃນມັກ
ມີຄາບນ້ຳຕິດຢູ່, ຂັດຖູຈັ່ງໃດກໍ່ບໍ່ອອກ. ເວລານີ້, ໃຫ້ເອົານ້ຳເກືອທີ່ຂຸ້ນໆແດ່ແລະນ້ຳສົ້ມ
ໜ້ອຍໜຶ່ງຖອກໃສ່, ແຊ່ຄ້າງຄືນຄືນໜຶ່ງ, ມື້ລຸນມາ, ໃຊ້ຟອຍເຫຼັກຂັດລ້າງ, ກໍ່ຈະກ້ຽງ
ໂລດ.

ເກືອຍັງໃຊ້ມາດູດຝຸ່ນໃນພົມປູພື້ນໄດ້. ໃນເວລາເຮັດອະນາໄມພົມປູພື້ນ, ຫວ່ານເກືອ
ໃສ່ໜ້ອຍໜຶ່ງກ່ອນ, ເພາະວ່າເກືອສາມາດເຮັດໃຫ້ຂີ້ຝຸ່ນບໍ່ໄງ່, ພ້ອມກັນນັ້ນ, ເກືອຍັງດູດ
ເອົາຂີ້ຝຸ່ນໄດ້, ເຖິງຈະເປັນຂີ້ຝຸ່ນນ້ອຍໆ, ກໍ່ຊຳລະໃຫ້ກ້ຽງສະອາດທີ່ສຸດໄດ້. ພ້ອມກັນ
ນັ້ນ, ຍັງເຮັດໃຫ້ພົມທົນໃຊ້ກວ່າເກົ່າ, ສີກໍ່ໃໝ່ຕະຫຼອດ.

ຖ້າໃນເຮືອນ, ທ່ານມີເຟີນີເຈີຫວາຍ, ໃຫ້ທ່ານເອົາຟອຍຈຸບນ້ຳເກືອຜັດລ້າງ, ເດືອນ
ໜຶ່ງລ້າງເທື່ອໜຶ່ງ, ເຟີນີເຈີຫວາຍກໍ່ຈະສະອາດແລະເຫຼື້ອມຢູ່ຕະຫຼອດ