ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 18:34:33    
ພັກ​ຄາ​ດີ​ມາ​ອີສ​ຣາ​ແອນ​ເຊັນ​ສັນ​ຍາ​ຈັດ​ຕັ້ງ​ລັດ​ຖະ​ບານ​ກັບ​ພັກ​ກຳ​ມະ​ກອນ

cri Author: min
ຕາມ​ຂ່າວCRI: ວັນ​ທີ 27 ​ເມສາ, ພັກ​ຄາ​ດີ​ມາ​ອີສຣາ​ແອນ​ທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ໃນ​ເດືອນ​ແລ້ວ​ນີ້​ກັບ​ພັກ​ກຳມະກອນ​ພັກ​ໃຫຍ່​ທີ​ສອງ​ໃນ​ລັດຖະ​ສະພາ​ໄດ້ສິ້ນ​ສຸດ​ການ​ເຈລະຈາ​ຈັດ​ຕັ້ງ​ລັດຖະບານ​ແລະ​ໄດ້​ເຊັນ​ສັນຍາ, ອັນໄດ້​ສ້າງ​ພື້ນຖານ​ໃຫ້​ທ່ານ​ໂອນ​ເມິດ ຜູ້​ຄອງ​ຄອຍ​ຮັບ​ຕຳ​ແໜ່ງ​ນາຍົກ​ລັດຖະ​ມົນຕີ, ປະທານ​ພັກ​ຄາ​ດີ​ມາ​​ເພື່ອຈັດ​ຕັ້ງ​ລັດຖະ​ບານ​ຊຸດໃໝ່.

ວັນ​ທີ 27 ​ເມສາ, ທ່ານ​ໂອ​ນເມິ​ດກັບ​ທ່ານ​​ເປ​ເລັສ ປະທານ​ພັກ​ກຳມະກອນ​​ໄດ້ຈັດການ​ພົບ​ປະກັນ, ສຸດ​ທ້າຍ​ໄດ້​ຕົກລົງ​​ເຊັນສັນຍາ​ຈັດ​ຕັ້ງ​ລັດຖະບານ​ຂອງ​ສອງ​ພັກ. ຕາມ​ສັນຍາ, ພັກ​ກຳມະກອນ​ຈະ​ຄອງຕຳ​ແໜ່​ງລັດຖະມົນຕີ 7 ຕຳ​ແໜ່​ງ, ​ເຊັ່ນ: ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ສຶກສາ​ທິການ, ກະຊວງ​ກະສິກຳ​ແລະ​ກະຊວງ​ການ​ທ່ອງທ່ຽວ​ເປັນ​ຕົ້ນ​​ໃນ​ລັດຖະບານ​ອະນາຄົດ, ທ່ານ​​ເປ​ເລັສຈະ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ກ່ອນ​ນີ້​ມື້ໜຶ່ງ, ພັກ​ຄາ​ດີ​ມາ​ໄດ້​ເຊັນ​ສັນຍາ​ຈັດ​ຕັ້ງ​ລັດຖະບານ​ກັບ​ສະຫະພັນ​ຜູ້​ອອກ​ກິນ​ເບ້ຍ​ບຳນານ, ສະຫະພັນ​ນີ້​ຈະ​ໄດ້​ຮັບ​ຕຳ​ແໜ່​ງລັດຖະມົນຕີ 2 ຕຳ​ແໜ່​ງ​ໃນ​ລັດຖະບານ​ອະນາຄົດ. ການ​ເຈລະຈາ​ລະຫວ່າງພັກ​ຄາ​ດີ​ມາ​ກັບ​ພັກ​ຊາສກໍ່​ມີ​ການ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ, ລັດຖະບານ​ອີສຣາ​ແອ​ນຊຸດ​ໃໝ່​ມີ​ຫວັງ​ຈະຈັດ​ຕັ້ງ​ສຳ​ເລັດ​ໃນ​ອາ​ທິດ​ໜ້າ​.