|
 |
(GMT+08:00)
2006-04-28 20:16:17
|
 |
ເວທີປາໄສພາກພື້ນອາຊຽນຈັດກອງປະຊຸມຕ້ານການກໍ່ການຮ້າຍແລະໂຈມຕີການຕ້ອງໂທດຂ້າມຊາດ
cri
Author: min
ຕາມຂ່າວສານຊິນຮວາ: ແຕ່ວັນທີ 26 ຫາວັນທີ 28 ເມສາ, ຢູ່ທີ່ປັກກິ່ງ, ຈີນກັບບຼູໄນໄດ້ພ້ອມກັນຈັດກອງປະຊຸມຕ້ານການກໍ່ການຮ້າຍແລະໂຈມຕີຂ້າມຊາດຂອງເວທີປາໄສພາກພື້ນອາຊຽນຄັ້ງທີ 4.
ເຈົ້າໜ້າທີ່ຂະແໜງການການຕ່າງປະເທດແລະປ້ອງກັນຄວາມສະຫງົບຂອງ 25 ຝ່າຍສະມາຊິກຂອງເວທີປາໄສພາກພື້ນອາຊຽນໄດ້ເຂົ້າຮ່ວມກອງປະຊຸມ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄວາມເຫັນກັນຢ່າງເຕັມສ່ວນກ່ຽວກັບຫົວຂໍ້ຕ່າງໆ, ຄື: ສະຖານະການຕ້ານການກໍ່ການຮ້າຍສາກົນແລະພາກພື້ນ, ແຫຼ່ງກຳເນີດລັດທິກໍ່ການຮ້າຍ, ຍຸດທະສາດແລະມາດຕະການຕ້ານການກໍ່ການຮ້າຍເປັນຕົ້ນ. ບັນດາຝ່າຍເປັນເອກະສັນກັນເຫັນວ່າ, ໃນຫຼາຍປີມານີ້, ການເຄື່ອນໄຫວກໍ່ການຮ້າຍສາກົນໄດ້ປະກົດມີຈຸດພິເສດໃໝ່ຕ່າງໆ, ເຊັ່ນ: ເກີດຂຶ້ນຕາມພື້ນເມືອງ, ແຈກຢາຍອອກ, ໃຊ້ໄຮເຕັກເປັນຕົ້ນ, ໄດ້ນຳການທ້າທາຍຫຼາຍກວ່າເກົ່າມາໃຫ້ການຕໍ່ສູ້ຕ້ານການກໍ່ການຮ້າຍຂອງບັນດາປະເທດ. ໃນຂະນະທີ່ບັນດາປະເທດພະຍາຍາມເພີ່ມຄວາມສາມາດຮັບມືຂອງຕົນນັ້ນ, ກໍຄວນຕັ້ງໜ້າສະໜັບສະໜູນແລະເຂົ້າຮ່ວມການຮ່ວມມືຂອງສາກົນແລະຂອງພາກພື້ນ.
|
|
|