ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-03 15:19:48    
ຂໍ​ໃຫ້​ມິດ​ຕະ​ພາບ​ຈີນ​ລາວ​ຈົ່ງ​ໄປ​ໄກ​ກວ່າ​ເກົ່າ(ສຽງ)

cri

ວັນ​ທີ25​ເມສາ​ປີ​ນີ້​ແມ່ນ​ວັນ​ລະ​ລຶກຈີນ​ລາວ ປະ​ເທດ​ບ້ານໃກ້​​ເຮືອນຄຽງ​​ສ້າງສາ​ຍສຳ​ພັນ​ທາງ​ການ​ທູດ​ຄົບຮອບ45​ປີ,​ໃນລາຍການ"ຢ່ອນ​ອາລົມ​ໃນ​ວັນ​ເສົາ"ມື້​ນີ້,ພວກ​ເຮົາ​ຈົ່ງມາ​ຟັງ​ເພງນຳ​ກັນ,ພ້ອມ​ກັນລະ​ລຶກ"​ເຫດການ​ຄັ້ງ​ປະຫວັດ​ສາດ​ທີ່ສຳຄັນ"ຂອງ​ສອງ​ຊາດຈີນ​​ລາວ.


ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​​"​ເພງ​ມິດ​ຕະພາບ​ລາວ​ຈີນ"ທີ່​ທ່ານສີ​ຊະນະ ສີ​ສານ​ແລະທ່ານປະ​ເສີດ ສີ​ຊະ​ນົນ ນັກ​ແຕ່ງ​​ເພງ​ລາວ ​ແຕ່ງ​ເມື່ອ​ປີ1977.​ເພງນີ້​ໄດ້​ບັນທຶກມິດຕະພາບ​ອັນ​ມີມູນ​ເຊື້ອ​ໄມ​ຕິ​ຈິດ​ທີ່​​ມາ​ແຕ່​ບູຮານ​ນະ​ການ​ລະຫວ່າງ​ຈີນ​ກັບ​ລາວ.


ວັນ​ທີ25​ເມສາ​ປີ1961 ຈີນ​ກັບ​ລາວ​ໄດ້​ສ້າງສາ​ຍສຳພັນ​ການ​ທູດ​ຢ່າງ​ເປັນ​ທາງ​ການມາຮອດ​ ວັນ​ທີ25​ເມສາ​ປີ2006ທີ່ຫາ​ກໍ່​ຜ່ານ​ໄປນ​,ສອງ​ຊາດ​ຈີນ​ລາວ​ໄດ້​ເກາະ​ແຂນ​ກັນ​ເດີນ​ຜ່ານມາ45​ປີ​ແລ້ວ.


ຫວ່າງ​ມໍ່ໆ​ນີ້,​ໃນ​​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວວິທະຍຸcriພວກ​ເຮົາ,ທ່ານ​ສົມ​ສະ​ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະຊວງການ​ຕ່າງປ​ະ​ເທດ​ລາວ​​ແລະ​ທ່ານ​ລີ​ວຢົງ​ຊີ່​ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ລ້ວນ​ແຕ່​ກ່າວ​ວ່າ,ແຕ່​ຈີນ​ກັບ​ລາວ​ສ້າງສາຍສຳພັນ​​ການ​ທູດ​​ເປັນ​ເວລາ45​ປີ​ມາ​ນີ້,​ໂດຍ​ສະ​ເພາະ​​ແມ່ນ​ໃນ10​ກວ່າ​ປີມາ​ນີ້,ມິດຕະພາບ​ອັນ​​ເປັນມູນ​ເຊື້ອ​ແລະ​ການ​ພົວພັນ​ຮ່ວມ​ມືດ້ວຍໄມ​ຕິ​ຈິດ​ຖານບ້ານໃກ້​​ເຮືອນຄຽງທີ່ດີ​ຕໍ່​ກັນລະຫວ່າງ​ຈີນ​ກັບ​ລາວ​ໄດ້​ຂະຫຍາຍ​ຕົວຢ່າງ​ຫຼວງ​ຫຼາຍ.​ໂດຍ​ສະ​ເພາະ​ແມ່ນ​​​ໃນປີ2000,ຫຼັງ​ຈາກ​ທ່ານ​ຈ່ຽງ​ເຈີ​ມິນ ປະທານ​ປະ​ເທດ​ຈີນ​​ແລະ​ທ່ານ​ຄຳ​ໄຕ ສີ​ພັນ​ດອນ ປະທານ​ປະ​ເທດ​ລາວ​ໄດ້​​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ແລ້ວ,ການ​ພົວພັນ​ລະຫວ່າງ​ຈີ​ນກັບ​ລາວ​ໄດ້​ກ້າວ​​ຂຶ້ນ​ຂັ້ນ​ໄດໃໝ່.ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເລິກ​ເຊິ່ງກວ່າ​ເກົ່າ,ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນໃນ​ຂົງ​ເຂດ​ການ​ເມືອງ,​ເສດ​ຖະກິດ​ການ​ຄ້າ​ແລະ​ວັດທະນະ​ທຳ​ການ​ສຶກສາ​ເປັນ​ຕົ້ນ​ໄດ້​ເພິ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ມູນ​ຄ່າ​ການ​ຄ້າ​​ລະຫວ່າງຈີນ​ກັບລາວ​ໄດ້ລື່ນ​ກາຍ100​ລ້ານໂດ​ລາສະຫະລັດ​3ປີ​ລຽນຕິດ,​ໄດ້​ເພິ່ມຂຶ້ນ​ເກືອບ3​ເທົ່າ​​ເມື່ອ​ທຽບກັບ10​ປີ​ກ່ອນ.ຄື​ດັ່ງ​ພາກ​ເພິ່ນເວົ້ານັ້ນ​ວ່າ,ປັດຈຸບັນ,ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ພວມ​ຢູ່ໃນ​ໄລຍະ​​ທີ່​ດີທີ່​ສຸດໃນປະຫວັດສາດ.


ໃນ​ຊູ່​ມື້​ນີ້,ຢູ່​ແຄມ​ຝັ່ງ​ແມ່​ນ້ຳຂອງ​ທີ່​​ສວຍ​ງາມ,ຫໍ​ວັດທະນະທຳ​ແຫ່ງ​ຊາດ​ລາວ​,"ສວນສາທາລະນະປະຕູ​ໄຊ"​ແລະ"​ຖະໜົນ​​​ເລກ2"ທີ່​ຈີນ​ຊ່ວຍ​ສ້າງ​ໄດ້​ກາຍ​ເປັນທິວທັດ​ອັນສວຍ​ງາມ​ຂອງ​ນະຄອນຫຼວງ​ວຽງ​ຈັນ,ສິ່ງ​ກໍ່ສ້າງ​ເຫຼົ່າ​ນີ້ກໍ່​ແມ່ນສັນຍະລັກ​​ແຫ່ງ​ມິດຕະພາບ​ຈີນ​ລາວ​45​ປີ.


ເພື່ອນ​ມິດ​ຈີນ​ທີ່​ເຄີຍ​ໄປ​ເມືອງ​ລາວ​​ໃຜກໍ່​ຮູ້​ວ່າ,ດອກ​ຈຳປາ​ແມ່ນ​ດອກ​ໄມ້​ປະຈຳ​ຊາດ​ຂອງ​ລາວ,ປີ1995,​ໃນ​ເວລາ​ຄະນະ​ສິລະ​ປາ​ກອນ​ກົມ​ໃຫຍ່​ການ​ເມືອງກອງທັບປົດ​ປ່ອຍປະ​ຊາ​ຊົນ​ຈີນມາ​ຢ້ຽມຢາມ​ລາວ, ທ່ານ​ເຊີນ​ຈຸ່ນ ນັກ​ເສບຊໍ​ອູ້ໄດ້ເສບ​ດ້ວຍ"​ຊໍ​ອູ້"ມະ​ໂຫລີ​ດັ້ງ​ເດີມ​ຂອງ​ຈີນ.


ໃນ​ຫຼາຍ​ປີ​ມາ​ນີ້,ການ​ໄປ​ມາ​ຫາ​ສູ່​ກັນ​ຝ່າຍ​ປະຊາຊົນລະຫວ່າງ​ຈີນ​ກັບ​ລາວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ແຕ່​ປີ2002​ເປັນ​ຕົ້ນ​ມາ,ຈີນ​ໄດ້​ແຕ່ງ​ຄະນະ​ຊາວ​ໜຸ່ມອາສາສະໝັກ​​5ງວດ​ລວມ50ກວ່າ​ຄົນ​​ໄປ​ຮັບ​ໃຊ້​ຢູ່​ນັ້ນ​ຮາກ​ຖານ​ຂອງ​ລາວ, ​ຊາວ​ໜຸ່ນທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ອະນາຄົດຂອງ​ສອງ​ປະ​ເທດ​ພວມ​ແຕ່ງ​ບົດ​ໃໝ່​ແຫ່ງມິດຕະພາບ​ຈີນ​ລາວ​ດ້ວຍ​ຄວາມ​ກະຕືລື​ລົ້ນຂອງ​ພວກ​ເຂົາ​ເຈົ້າ. ໃນ​​ເວລາ​ຢູ່​ລາວ,ນາງ​ຫຼີລີ​ນຫຼິງ ຊາວ​ໜຸ່ມອາສາ​ສະ​ໝັກ​ຊຽງ​ໄຮ້​ຈີນງວດ​ທີ2ທີ່​ຮັບ​ໃຊ້​ຢູ່​ລາວ,​ເຄີຍ​ແຕ່ງ​ກອນ"​ສັນລະ​ເສີນມິດຕະພາບ​ຊາວ​ໜຸ່ມ​ຈີນ​ລາວ"ດັ່ງນີ້ວ່າ:


ພວກ​ເຮົາ​ນຳ​ເອົາ​ຄວາມ​ກະຕືລື​ລົ້ນມາ​ຮອດ​ແຄມ​ຝັ່ງ​​ແມ່​ນ້ຳຂອງ
ພວກ​ເຮົາ​​ນຳ​ເອົາ​ອຸດົມ​ຄະຕິອັນ​ສູງ​ສົ່ງ,​ເດີນທາງ​ມາ​ເຖິງ​ແດນ​ແຫ່ງມິດຕະພາບ​


ໃນປ່າ​​ພ້າວ​ທີ່​ລົມ​ເຢັນພັດ​ເຊີຍ,​ໃຕ້​ຮົ່ມ​ກົກ​ໂພ​ທີ່ທາດຫຼວງ,ພິທີບາສີ​ທີ່​ອຳນວຍ​ພອນ,​ດວງ​ດອກຈຳປາ​ທີ່​ສົ່ງ​ກິ່ນ​ຫອມຫວນ
ດິນ​ແດນທີ່​ສວຍ​ງາມ,ປະຊາຊົນຜູ້​ດຸ​ໝັ່ນ,​ແມ່​ນ້ຳຂອງ​ທີ່ເກົ່​າ​ແກ່,​ເສີມ​ຂະຫຍາຍກຳ​ລັງ​ໃໝ່
ສາຍພູ​​ແມ່​ນ້ຳ​ຕິດຈອດ​ກັນ,ດວງໃຈ​ເພິ່ງ​ພາ​ອາ​ໄສ​ກັນ,​ເພງ​ມີດ​ຕະພາບ​ເຜີຍ​ແຜ່​ກັນ​ໄປ​ທຸກ​ເຊັ່ນ


ຄົນທູດ​ມິດຕະພາບ,ຂົວ​​ແຫ່ງການ​ຮ່ວມ​ມື,​ເຮົາ​ເກາະ​ແຂນ​ກັນ​ບຸກ​ເບີກອະນາຄົດ​ອັນ​ດີງາມ,


ເມືອງ​ລາວ ​ເມືອງພຸດທະສາສະ​ໜາ​​ໄດ້​ເຮັດ​ໃຫ້​ຊາວ​ຈີນທຸກ​ຄົນ​ທີ່​​​ເຄີຍ​ມາ​ມີ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ,ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ກໍ່​ ​ສວຍ​ສົດ​ງົດງາມ​ ຄືກັບ​ດອກ​ຈຳປາ​ແລະ​ດອກ​ບົວທອງ.


ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ໄດ້​ໄປ​ສຳພາດ​ທ່ານ​ຈ້າວ​​ເຈ່ຍ​ຮວາ ອະດີດ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ.ທ່ານ​​ເວົ້າ​ວ່າ,​ເຖິງ​​ວ່າ​ໄດ້​ກັບມາແຕ່ລາວ​​ຫຼາຍ​ປີ​ແລ້ວ,​ແຕ່​ຊີ​ວິການ​ເປັນ​ຢູ່​ຢູ່​ລາວ​​ທ່ານ​ຍັງ​ຈື່​ໄດ້​ດີທີ່​ສຸດ,ທ່ານ​ຍັງ​ຄິດ​ຮອດ​ໄລຍະ​ທີ່​​ເຮັດ​ວຽກຢູ່​ລາວ,ຄິດ​ຮອດ​ເພື່ອນ​ລາວ​ແລະ​ດິນ​ແດນ​ອັນສວຍ​ງາມ​ແຫ່ງ​ນັ້ນ.


ວັນ​ທີ25​ເມສາ,ນາງອະພິ​ລະຊະນີ ​ເດັກ​ລາວ​ທີ່​ເຄີຍຕິດຕາມພໍ່​ແມ່ມາຮ​ຽນຢູ່​ທີ່​ປັກ​ກິ່ງ​ໄດ້​ໂທ​ລະ​ສັບ​ມາ​ຍັງວິທະຍຸcriພວກ​ເຮົາ,​ນາງ​ເວົ້າວ່າ,ນາງ​ມີ​ຄວາມ​ປາຖະໜາ​ອັນ​ໜຶ່ງ,ກໍ່​ຄື,ຢາກ​ໄດ້​ຮັບ​ທຶນ​ສຶກສາ​ຂອງ​ລັດຖະບານ ​ແລ້ວ​​ໄປຮຽນມະຫາວິທະຍາ​ໄລຢູ່​ຈີນ.


ທ້າວ​ສຸກ​ສາຍ​ໃຈ​ ນັກ​ສຶກສາລາ​ວທີ່​ຮຽນ​ຢູ່​ຈີນກໍ່​ບອກ​ນັກ​ຂ່າວ​ວ່າ,ເມື່ອ​ໄດ້​ກັບ​ຄືນ​ປະ​ເທດ​ແລ້ວ,ນ້ອງ​ຢາກ​ປະກອບສ່ວນ​ເຂົ້າ​ໃນການ​ເພິ່ມທະວີມິດຕະພາບ​ລະຫວ່າງ​ສອງ​ຊາດ​ລາວ​ຈີນ.


ພວກ​ເຮົາຈົ່ງ​ຈື່​ຈຳ​ໄວ້​ວ່າວັນ​ທີ25​ເມສາ​ແມ່ນມື້ບຸນ​ຂອງສອງ​ຊາດ​ຈີນລາວ,​ໃນ​ມື້ທີ່​ພິ​ເສດ​ນີ້,ພວກ​ເຮົາ​ກໍ​ອວຍພອນ​ໃຫ້​ມິດຕະພາບ​ຈີນ​ລາວ​ຈົ່ງ​ໝັ້ນຄົງ​ຂະໜົງ​ແກ່ນ​ຊົ່ວ​ຟ້າ​ດິນ​ສະຫຼາຍ.